Header Ads

ສາມໜ່ວຍພັກພະແນກ ຖວທ ແຂວງເລື່ອນສະມາຊິກພັກ ແລະ ຮັບມະຫາຊົນຜູ້ກ້າວໜ້າ


ໃນວັນທີ 6 ທັນວາ 2017 ທີ່ກອງສິລະປະກອນພະແນກ ຖວທ ແຂວງ ໄດ້ຈັດພິທີ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ແລະ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 3 ໜ່ວຍພັກຄື: ໜ່ວຍພັກວັດທະນະທໍາ,ກອງສິລະປະກອນ ແລະ ວິທະຍາໄລວິຈິດສິນພື້ນເມືອງຫຼວງພະບາງ. ໂດຍການເຂົ້າຮ່ວມຂອງສະຫາຍ ສົມອົກ ພັນທະວົງ ຮອງເລຂາຄະນະພັກຮາກຖານ ພະແນກ ຖວທ ແຂວງຫຼວງພະບາງ,ມີເລຂາໜ່ວຍພັກອ້ອມຂ້າງ,ຄະນະຈັດຕັ້ງພະແນກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍເຂົ້າຮ່ວມ.





ສະຫາຍ ຈັນທອນ ບາານຈິດ ຫົວໜ້າຂະແໜງຈັດຕັ້ງພະນັກງານພະແນກ ຖວທ ແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ 1 ສະຫາຍ ຄື: ສະຫາຍ ນາງ ນາລີ ສັງກັດຢູ່ ໜ່ວຍພັກວັດທະນະທໍາ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂື້ນເປັນສົມບູນ 7 ສະຫາຍ ທັງນີ້ກໍເພື່ອເປັນການປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ,ເຊິ່ງຂື້ນມອບມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການເລື່ອນສະມາຊິກພັກສຳຮອງເຂົ້າເປັນສະມາຊິກພັກສົມບູນ ແລະ ຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພ້ອມທັງອະທິບາຍຄວາມໝາຍຄວາມສຳຄັນຂອງທຸງຊາດ ແລະ ທຸງພັກໃນຄັ້ງນີ້ໂດຍສະຫາຍ ໜໍ່ແສງ ສາຍວົງເດືອນ ຮອງເລຂາໜ່ວຍພັກວັດທະນະທໍາ ພ້ອມນີ້ບັນດາເລຂາໜ່ວຍພັກອ້ອງຂ້າງກໍ່ໄດ້ຂື້ນຈັບມື ເພື່ອເປັນການຮັບເອົາສະມາຊິກພັກໃໝ່ໃນໜ່ວຍຂອງຕົນ.ຈາກນັ້ນສະຫາຍ ສົມອົກ ພັນທະວົງ ຮອງເລຂາຄະນະພັກພະແນກ ຖວທ ແຂວງ ກໍໄດ້ເໜັ້ນຕໍ່ສະມາຊິກພັກສົມບູນ ແລະ ສຳຮອງ ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນກົດລະບຽບຂອງພັກໃຫ້ເລິກເຊິ່ງ ແລະ ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍຈົ່ງເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ,ນໍາພາສະມາຊິກພັກ, ພະນັກງານ, ລັດຖະກອນ ພ້ອມກັນຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະທີ່ການຈັດຕັ້ງມອບໝາຍດ້ວຍຜົນສໍຳເລັດເປັນຢ່າງດີ.


ຂ່າວ: ເພັດສາຄອນ ສິມມະວົງ (ຂ່າວສານຫຼວງພະບາງ)

© ຈໍາປາໂພສ |  www.champapost.com
_________
 


No comments

Powered by Blogger.