Header Ads

ເມຍເມົາເຫຼົ້າ ໃຊ້ພ້າຄາດຕະກໍາ ຕັດແຍກຊິ້ນສ່ວນຜົວ



ເວລາປະມານ 22:00 ໂມງ ຂອງວັນທີ 1 ທັນວາ 2017 ໄດ້ເກີດເຫດສະເທືອນຂວັນ ເມຍເມົາເຫຼົ້າ ໃຊ້ພ້າ ແລະ ຄ້ອນຕີ ຄາດຕະກໍາຜົວ ແລ້ວຕັດແຍກຊິ້ນສ່ວນເປັນຫຼາຍສ່ວນ, ເຫດການດັ່ງກ່າວເກີດຂຶ້ນຢູ່ຖຽງນາ ເຂດບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.




ພັທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກປະຊາຊົນວ່າມີເຫດການຄາດຕະກໍາຢູ່ຖຽງນາ ເຂດບ້ານໂຄກສະອາດ ເມືອງໄຊທານີ ຈຶ່ງໄດ້ມອບໃຫ້ພະແນກສືບສວນ-ສອບສວນຄະດີອາຍາ ນະຄອນຫຼວງວຽງຈັນ ສົມທົບກັບກອງນິຕິວິທະຍາ, ກອງບັນຊາການ ປກສ ເມືອງໄຊທານີ ແລະ ອໍານາດການປົກຄອງບ້ານ ເຂົ້າກວດກາສະຖານທີ່ເກີດເຫດ ພົບເຫັນ ທ້າວ ກາ ອາຍຸ 41 ປີ ກໍາມະກອນ ຢູ່ບ້ານໂຄກສະອາດ ນອນເສຍຊີວິດຢູ່ເທິງຖຽງນາ ແລະ ພົບເຫັນຫົວມີຮອຍແຕກ, ຄໍ, ມືເບື້ອງຊ້າຍ, ເບື້ອງຂວາ, ນິວໂປ້ຕີນເບື້ອງຊ້າຍ ແລະ ອະໄວຍະວະເພດ ຖືກຕັດອອກແຍກເປັນຊິ້ນສ່ວນ, ຂໍ້ຕີນເບື້ອງຂວາຖືກຫັ່ນເປັນຂໍ້ ແລະ ກົກແຂນເບື້ອງຊ້າຍຖືກຟັນຫຼາຍຈຸດ ພ້ອມທັງພົບເຫັນພ້າ ຈໍານວນ 1 ດວງ ເປື້ອນເລືອດ ແລະ ຄ້ອນຕີຈໍານວນ 1 ອັນ ມີຄາບເລືອດ ແລະ ເສັ້ນຜົມຕິດຢູ່ ວາງຢູ່ຂ້າງຊາກສົບ.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຕົວ ນາງ ສອນ ອາຍຸ 43 ປີ ຜູ້ເປັນເມຍຂອງຜູ້ເສຍຊີວິດມາສືບສວນ-ສອບສວນ ແຕ່ຜູ້ກ່ຽວຍັງໃຫ້ການວົນໄປ-ວົນມາ ຄ້າຍຄືກັບຄົນເສຍຈິດ ຫຼື ຄົນປະສາດຫຼອນ; ເຖິງຢ່າງໄດກໍຕາມ, ເຈົ້າໜ້າທີ່ຈະສືບຕໍ່ສືບສວນ-ສອບສວນຫາສາເຫດ ແລະ ແຮງຈູງໃຈໃນການຄາດຕະກໍາໃນຄັ້ງນີ້ໃຫ້ໄດ້.


ຂ່າວ: ນສພ ຄວາມສະຫງົບ

No comments

Powered by Blogger.