Header Ads

ທ່ານ ສົມດີ ດວງດີ ຕ້ອນຮັບຄະນະຜູ້ແທນທະນາຄານໂລກ




ໃນຕອນແລງ ຂອງວັນທີ 6 ທັນວາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມ ຂອງທ່ານ ນາງ Laura Tuck ຮອງປະທານການພັດທະນາແບບຍືນຍົງ, ທະນາຄານໂລກ ພ້ອມດ້ວຍຄະນະ.




​​ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຂອງທ່ານ ນາງ Laura Tuck ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ທະນາຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ທາງດ້ານທຶນຮອນ, ເຕັກນິກວິຊາການ ແລະ ອື່ນໆ ເຂົ້າໃນການພັດທະນາໂຄງການຕ່າງໆ ຂອງ ສປປ ລາວ ຢ່າງຫຼວງຫຼາຍ ເຊິ່ງໄດ້ກາຍເປັນພື້ນຖານອັນສຳຄັນ ໃຫ້ແກ່ການປັບປຸງ ແລະ ພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ນັບມື້ດີຂຶ້ນເປັນກ້າວໆ. ນອກນັ້ນ, ທ່ານຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງພັກ ແລະ ລັດຖະ ບານ ແຫ່ງ ສປປ ລາວ ຕໍ່ການພັດທະນາວຽກງານຕ່າງໆ ເປັນຕົ້ນ ການຄຸ້ມຄອງໂຄງການ, ການຍາດແຍ່ງການຊ່ວຍເຫຼືອ, ການດຶງດູດ ແລະ  ການປັບປຸງສະພາບແວດລ້ອມການລົງທຶນ ກໍ່ຄື ການປັບປຸງນະໂຍບາຍຕ່າງໆ ເພື່ອເອື້ອອຳນວຍ ແກ່ການຈັດຕັ້ງປະຕິບັດວຽກງານ ການລົງທຶນ ໃຫ້ມີຄວາມສະດວກ, ວ່ອງໄວ, ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນ ທັງມີຄວາມຍືນຍົງ.

​​​ໃນໂອກາດດຽວກັນ, ທ່ານ ນາງ Laura Tuck ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ຂອງທ່ານຮອງນາ ຍົກລັດຖະມົນຕີ ໃນຄັ້ງນີ້ ພ້ອມທັງ ຊົມເຊີຍ ຕໍ່ລັດຖະບານ ກໍ່ຄື ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ເອົາໃຈໃສ່ ຕໍ່ການພັດທະນາວຽກງານຕ່າງໆ ໃຫ້ເປັນໄປຕາມທິດສີຂຽວ ແລະ ຍືນຍົງ.​​

ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.