Header Ads

ສູນກາງແນວລາວສ້າງຊາດ ມອບເງິນຊ່ວຍເຫລືອ ປະຊາຊົນຫວຽດນາມ ທີ່ຖືກຜົນກະ ທົບຈາກໄພພິບັດທຳມະຊາດ





ໃນວັນທີ 14 ທັນວາ 2017 ນີ້, ທີ່ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ໄດ້ມີພິທີມອບ-ຮັບເງິນຊ່ວຍເຫລືອ ປະຊາຊົນຫວຽດນາມ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຳນວນ 23,5 ລ້ານກີບ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກປະຊາຊົນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ຈາກໄພພິບັດທາງທຳມະຊາດ ພາຍຸເລກທີ 12 (ດຳເຣ) ທີ່ເກີດຂຶ້ນ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ສສ ຫວຽດນາມ.



ຕາງໜ້າສູນກາງແນວລາວສ້າງຊາດ ມອບໂດຍ ທ່ານ ສົມອົກ ກິ່ງສະດາ ຮອງປະທານ ສູນກາງແນວລາວສ້າງຊາດ ແລະ ຕາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮັບໂດຍທ່ານ ນ ຄຳໃບ ຂັດຕິຍະ ຮອງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ.





ທີ່ມາ: ຂປລ


© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.