Header Ads

ລັກລອບນຳເຂົ້າ-ສົ່ງອອກຢາເສບຕິດ ພົ້ນເດັ່ນຢາບ້າ ກວມ 80%



ບັນຫາຢາເສບຕິດ ຢູ່ ສປປ ລາວ ເປັນບັນຫາທີ່ພົ້ນເດັ່ນຢູ່ໃນສັງຄົມ ແລະ ມີລັກສະນະເພີ່ມຂຶ້ນຢ່າງໄວວາ, ແຜ່ລະບາດໄປທົ່ວທຸກບ່ອນໃນສັງຄົມ ນັບທັງຕົວເມືອງ ແລະ ຊົນນະບົດ, ເຂດຫ່າງໄກສອກຫຼີກໃນລະດັບທີ່ແຕກຕ່າງກັນ; ເຊິ່ງກຸ່ມຄ້າ-ຂາຍ, ຂົນສົ່ງຢາເສບຕິດ ແມ່ນມີທັງຄົນລາວ ແລະ ຄົນຕ່າງປະເທດ ພວກເຂົາໄດ້ພະຍາຍາມຊອກທຸກວິທີທາງໂດຍອີງໃສ່ຈຸດພິເສດ ແລະ ຫຼັກສະນະພູມມີປະເທດຢູ່ແຕ່ລະພື້ນທີ່ ເພື່ອເຄື່ອນໄຫວລັກລອບນໍາເຂົ້າ ແລະ ສົ່ງອອກຢາເສບຕິດປະເພດຕ່າງໆເຊັ່ນ: ຢາບ້າ, ເຮໂຣອິນ, ຢາຝິ່ນ, ກັນຊາ ແລະ ສານເຄມີຈໍານວນໜຶ່ງ, ພົ້ນເດັ່ນກວ່າໝູ່ແມ່ນປະເພດຢາບ້າກວມເອົາ 80% ແລະ ອີກ 20% ແມ່ນຢາເສບຕິດປະເພດອື່ນໆ; ປັດຈຸບັນພັກ-ລັດ ໄດ້ນໍາພາກໍາລັງປ້ອງກັນຄວາມສະຫງົບສະກັດກັ້ນ, ປາບປາມຢ່າງໜັກ ແລະ ຕໍ່ເນື່ອງ ແຕ່ບັນຫາກໍບໍ່ມີທ່າທີລຸດລົງ.




ພັອ ຄໍາແພງ ໄຊຍະລາດ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ກ່າວວ່າ: ໃນໄລຍະຜ່ານມາ, ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ຖືເປັນສິ່ງສໍາຄັນໃນການແກ້ໄຂສິ່ງເສບຕິດ ໂດຍເອົາວຽກງານສະກັດກັ້ນເປັນບັນຫາສໍາຄັນ ແລະ ຕົ້ນຕໍ ເພື່ອສຶກສາອົບຮົມ, ເຮັດວຽກງານໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາຂໍ້ກໍານົດ, ກົດລະບຽບ, ມະຕິຄໍາສັ່ງຕ່າງໆ ແລະ ຜົນຮ້າຍຂອງຢາເສບຕິດຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໃນຂອບເຂດທົ່ວປະເທດດ້ວຍຫຼາຍຮູບຫຼາຍວິທີ ແລະ ຫຼາຍລະດັບ ໃຫ້ຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ທີ່ເປັນອະນາຄົດຂອງຊາດ ຕະຫຼອດຮອດປະຊາຊົນບັນດາເຜົ່າຜູ້ທີ່ຮູ້ເທົ່າບໍ່ເຖິງການ ເພື່ອສ້າງຈິດສໍານຶກອັນຖືກຕ້ອງ ແລະ ຊ່ວຍກັນສະກັດກັ້ນການແຜ່ລະບາດຂອງຢາເສບຕິດ ແລະ ພ້ອມກັນຫ່າງໄກຈາກຢາເສບຕິດ; ເຊິ່ງປັດຈຸບັນ, ບັນຫາຢາເສບຕິດແມ່ນໄພຄຸກຄາມເຖິງຄວາມໝັ້ນຄົງຂອງປະເທດ, ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພນໍາເອົາຄວາມຫາຍານະມາສູ່ຄອບຄົວ, ສັງຄົມ ແລະ ຄົນລຸ້ນສືບທອດ, ສົ່ງຜົນກະທົບຕໍ່ບົດບາດອິດທິພົນການນໍາພາຂອງພັກ-ລັດ, ກາຍເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ໃນປີ 2017, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຮ່ວມກັບພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໃນທົ່ວປະເທດ ມ້າງຄະດີຢາເສບຕິດໄດ້ທັງໝົດ 2.770 ເລື່ອງ, ຈັບຜູ້ຖືກໄດ້ທັງໝົດ 2.441 ຄົນ ຍິງ 526 ຄົນ, ຕ່າງປະເທດ 100 ຄົນ ຍິງ 18 ຄົນ, ຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້ຄື: ເຮໂຣອິນ 162,3 ກິໂລກຼາມ, ຢາບ້າ 1.203,01 ກິໂລກຼາມ, ຢາຝິ່ນ 273,12 ກິໂລກຼາມ, ກັນຊາ 4.847,5 ກິໂລກຼາມ, ຢາໄອສ໌ 60,04 ກິໂລກຼາມ, ຄາເຟອິນ 1.875 ກິໂລກຼາມ, ແກ່ນຝິ່ນ 212,7 ກິໂລກຼາມ ແລະ ແປ້ງຝຸ່ນສານເຄມີ ເພື່ອປະສົມຢາເສບຕິດຈໍານວນໜຶ່ງ, ຢຶດລົດໃຫຍ່ 142 ຄັນ, ລົດຈັກ 455 ຄັນ, ເຮືອ 2 ລໍາ, ອາວຸດ 126 ກະບອກ, ລູກກະສູນ 1.840 ລູກ, ໝາກແຕກ 7 ໜ່ວຍ, ທາດລະເບີດ 1,5 ກິໂລກຼາມ, ເງິນກີບ 831.128.000 ກີບ, ເງິນໂດລາ 145.994 ໂດລາ, ເງິນບາດ 70 ລ້ານກວ່າບາດ, ເງິນຢວນ 276.938 ຢວນ, ເງິນດົ້ງ 1.155.500 ດົ້ງ, ເງິນໝັນ 186 ໝັນ, ເງິນຮາງ 77 ຮາງ, ເງິນໝັນໃຫຍ່-ນ້ອຍ 186 ໝັນ, ອາຍັດດິນ ແລະ ເຮືອນ 197 ແຫ່ງ; ໃນນັ້ນ, ມີໂຮງແຮມ 3 ຫຼັງ ແລະ ສວນຢາງພາລາ 4 ແຫ່ງ; ທຽບໃສ່ປີ 2016 ຜ່ານມາ, ການມ້າງຄະດີຢາເສບຕິດແມ່ນເພີ່ມຂຶ້ນ 262 ເລື່ອງ ແລະ ຜູ້ຖືກຫາກໍເພີ່ມຂຶ້ນ 501 ຄົນ; ເຊິ່ງຄະດີຢາເສບຕິດທີ່ພົ້ນເດັ່ນມີ 13 ເລື່ອງ, ພິເສດໃນວັນທີ 8 ກໍລະກົດ 2017 ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຮ່ວມກັບແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ມ້າງຄະດີຢາເສບຕິດລາຍໃຫຍ່ ສາມາດຈັບຕົວຜູ້ຖືກຫາໄດ້ທັງໝົດ 49 ຄົນ ຍິງ 13 ຄົນ ພ້ອມທັງຢຶດຢາເສບຕິດໄດ້ເປັນຈໍານວນຫຼາຍ, ອາຍັດດິນ ແລະ ເຮືອນ ຈໍານວນ 58 ຫຼັງ.

ໃນປີ 2018 ນີ້, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຈະສືບຕໍ່ປັບປຸງວຽກງານວິຊາສະເພາະໃຫ້ດີຂຶ້ນ ໂດຍສັບຊ້ອນພະນັກງານ ປັບປຸງກໍາລັງສະກັດກັ້ນ ແລະ ຕ້ານຢາເສບຕິດແຕ່ສູນກາງຮອດທ້ອງຖິ່ນ, ປັບປຸງນິຕິກໍາຈໍານວນໜຶ່ງທີ່ບໍ່ສອດຄ່ອງ ແລະ ປັບປຸງຍົກສູງຄຸນນະພາບວຽກງານສືບສວນ-ສອບສວນດໍາເນີນຄະດີໃຫ້ຈະແຈ້ງ, ຊັດເຈນຮັດກຸມວ່ອງໄວ ແລະ ໂປ່ງໃສ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານສອບສວນໃຫ້ນັບມື້ສູງຂຶ້ນ; ສືບຕໍ່ໂຄສະນາ, ປຸກລະດົມໃຫ້ທົ່ວປວງຊົນເຂົ້າຮ່ວມວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ ເພື່ອເຮັດໃຫ້ວຽກງານດັ່ງກ່າວກາຍເປັນສະຕິ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນ; ສືບຕໍ່ຈັດຕັ້ງໜ່ວຍສະເພາະກິດລົງທ້ອງຖິ່ນ ເພື່ອແກ້ໄຂບັນຫາຢາເສບຕິດ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ຫຼວງນໍາທາ ແລະ ແຂວງອື່ນໆ ໂດຍປະຕິບັດຕາມໂຄງການສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2016-2020, ເພີ່ມທະວີການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ ກັບຕ່າງປະເທດຕາມລໍາແມ່ນໍ້າຂອງຄື: ຫວຽດນາມ, ມຽນມາ, ກໍາປູເຈຍ, ໄທ ແລະ ຈີນ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງເລື້ອຍໆ.

ພັອ ຄໍາແພງ ໄຊຍະລາດ ກ່າວຕື່ມອີກວ່າ: ປັດຈຸບັນ, ບັນຫາຢາເສບຕິດທີ່ເຈົ້າໜ້າທີ່ແກ້ໄຂໄດ້ ແມ່ນສ່ວນໜຶ່ງຂອງພວກເຄື່ອນໄຫວຄ້າຂາຍເທົ່ານັ້ນ, ເຈົ້າໜ້າທີ່ຍິ່ງແກ້ໄຂເທົ່າໃດ ບັນຫາຢາເສບຕິດກໍບໍ່ມີທ່າທາງທີ່ຈະຫຼຸດລົງ ແຕ່ຍິ່ງເພີ່ມຂຶ້ນເລື້ອຍໆ; ແນວໃດກໍຕາມ, ເຈົ້າໜ້າທີ່ຈະສຸມໃສ່ທຸກຮູບແບບ ເພື່ອແກ້ໄຂໃຫ້ບັນຫາດັ່ງກ່າວຫຼຸດລົງ; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ, ນັກຮຽນ-ນັກສຶກສາ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການຈັດຕັ້ງພັກ-ລັດ ແລະ ເອກະຊົນ ທຸກຊັ້ນຄົນໃນສັງຄົມ ຈົ່ງມີສ່ວນຮ່ວມໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ ດ້ວຍການຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າຫາກບຸກຄົນມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຕ້ອງລາຍງານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຫຼື ອໍານາດການປົກຄອງ ເພື່ອສະກັດກັ້ນແກ້ໄຂໃຫ້ທັນເວລາ.


ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.