Header Ads

ເປີດປີທ່ອງທ່ຽວລາວ 2018 ທີ່ແຂວງ ບໍລິຄຳໄຊ



ແຂວງ ບໍລິຄຳໄຊ ຈັດພິທີເປີດປີທ່ອງທ່ຽວລາວ 2018 ໃນວັນທີ 28 ທັນວາ 2017 ພ້ອມກັບການເປີດງານບຸນນະມັດສະການພະທາດພະບາດໂພນສັນ ຢູ່ເມືອງ ທ່າພະບາດ ປະຈຳປີ 2017 ຊຶ່ງເປັນກິດຈະກຳຫລັກຂອງແຂວງໃນໂອກາດປີທ່ອງທ່ຽວລາວ 2018 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ, ເຈົ້າແຂວງຯ ບໍລິຄຳໄຊ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.




ທ່ານ ເຄນ ລໍມະນີ, ຫົວໜ້າພະແນກ ຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວແຂວງ ບໍລິຄຳໄຊ ທັງເປັນ ຄະນະຮັບຜິດຊອບຊີ້ນຳ ລະດັບແຂວງໃນການຈັດປີທ່ອງທ່ຽວລາວ 2018 ທີ່ແຂວງ ບໍລິຄຳໄຊ ກ່າວລາຍງານ ວ່າ: ການເປີດປີທ່ອງທ່ຽວລາວ 2018 ເປັນກິດຈະກຳສຳຄັນທີ່ສຸດ ເພາະເປັນການຊຸກຍູ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ກົດໝາຍ ລະບຽບຫລັກການຄຸ້ມຄອງ, ການພັດທະນາ ແລະ ສົ່ງເສີມການທ່ອງ ທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດທະນາການທ່ອງທ່ຽວຢູ່ແຂວງ ບໍລິຄຳໄຊໃຫ້ມີຄວາມສາມາດຮອງຮັບນັກທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດ, ສ້າງຈິດສຳນຶກ ແລະ ຍົກສູງຄວາມຮູ້ຂອງສັງຄົມ ກໍຄື ຊາວແຂວງ ບໍລິຄຳໄຊກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານການທ່ອງທ່ຽວທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງເປັນການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຂະແໜງການຕ່າງຯ ທີ່ກ່ຽວຂ້ອງໃຫ້ໄດ້ຮັບການພັດທະນາຂຶ້ນເລື້ອຍຯ. ແຂວງ ບໍລິຄຳໄຊ ຖືເອົາການທ່ອງທ່ຽວເປັນບຸລິມະລິດໜຶ່ງເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ກໍຄື ການສ້າງລາຍຮັບທົງກົງ ແລະ ທາງອ້ອມ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນແຂວງ ເຮັດໃຫ້ວຽກງານນີ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ປີ 2012 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວພາຍໃນແຂວງ ບໍລິຄຳໄຊ 135.735 ຄົນ, ສ້າງລາຍຮັບໄດ້ 4.132.050 ໂດລ່າສະຫະລັດ, ປີ 2015 ເພີ່ມຂຶ້ນເປັນ 279.605 ຄົນ, ສ້າງລາຍຮັບໄດ້ 8.388.150 ໂດລ່າສະຫະລັດ. ຄາດວ່າໃນປີ 2018 ຈະເພີ່ມຂຶ້ນເປັນ 300.000 ກ່ວາຄົນ ແລະ ຈະສ້າງລາຍຮັບໄດ້ 9 ລ້ານໂດລ່າສະຫະລັດ ແລະ ຈະເພີ່ມຂຶ້ນເປັນ 400.000 ກ່ວາຄົນໃນປີ 2020 ແລະ ຈະສ້າງລາຍຮັບໄດ້ 12.000.0000 ໂດລ່າສະຫະລັດ. ການຈັດປີທ່ອງທ່ຽວລາວໃນຄັ້ງນີ້ແມ່ນເປັນຄັ້ງທີ 3 ທີ່ແຂວງ ບໍລິຄຳໄຊ ຈັດຂຶ້ນ ຫລັງຈາກເຄີຍຈັດຂຶ້ນມາແລ້ວ 2 ຄັ້ງໃນປີ 1999-2000 ແລະ ປີ 2011-2012.




ທ່ານ ກອງແກ້ວ ໄຊສົງຄາມ, ເຈົ້າແຂວງຯ ບໍລິຄຳໄຊ ໄດ້ໃຫ້ກຽດກ່າວເປີດປີທ່ອງທ່ຽວລາວ 2018 ທີ່ແຂວງ ບໍລິຄຳໄຊ ໃນຄັ້ງນີ້ ພ້ອມທັງເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວເພື່ອສຳຜັດຄວາມສວຍງາມທາງທຳມະຊາດ ແລະ ວັດທະນະທຳທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງແຂວງ ບໍລິຄຳໄຊ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມສຸກຕະ ຫລອດປີ 2018 ແລະ ຕະຫລອດໄປ.


ສຳລັບກິດຈະກຳທ່ອງທ່ຽວລາວ-ທ່ອງທ່ຽວແຂວງ ບໍລິຄຳໄຊ ປີ 2018 ມີ 20 ກ່ວາກິດຈະກຳ ເປັນຕົ້ນ: ກິດຈະກຳເປີດຫາດຊາຍຂາວ ພ້ອມທັງຊ່ວງເຮືອປິດນ່ານນ້ຳຢູ່ບ້ານໂດນ ເມືອງ ປາກຊັນ, ເປີດຟາມພູຕາເວັນຢູ່ເມືອງ ທ່າພະບາດ, ຈັດຄາລະວານລົດໃຫຍ່ໄປສູ່ດິນແດນປະຫວັດສາດບ້ານເກີດຂອງ ທ່ານ ສີສົມພອນ ລໍວັນໄຊ, ງານໝາກນັດຫວານເຂດບ້ານເລົ່າ-ວຽງຄຳ. ນອກຈາກນີ້ ຍັງມີກິດ ຈະກຳຕ່າງໆ ທີ່ຕິດພັນກັບງານວັດທະນະທຳ, ງານປະເພນີຂອງແຂວງບໍລິຄຳໄຊ ເປັນຕົ້ນ: ງານບຸນກິນຈຽງຂອງເຜົ່າມົ້ງ, ບຸນປີໃໝ່ຂອງເຜົ່າກຶມມຸ, ງານບຸນຊ່ວງເຮືອປະເພນີປະຈຳປີ ແລະ ອື່ນໆ.

ສຳລັບງານບຸນນະມັດສະການພະທາດພະບາດໂພນສັນ ເມືອງ ທ່າພະບາດ ປະຈຳປີ 2017 ຊຶ່ງເປັນກິດຈະກຳຫລັກຂອງແຂວງ ບໍລິຄຳໄຊ ໃນໂອກາດປີທ່ອງທ່ຽວລາວ 2018 ແມ່ນດຳເນີນແຕ່ວັນທີ 28 ທັນວັນ 2017 ຫາ ວັນທີ 1 ມັງກອນ 2018 ຈິ່ງສຳເລັດ ພາຍໃນງານມີຫຼາຍກິດຈະກຳປິ່ນອ້ອມ ເປັນຕົ້ນ: ງານຕະຫຼາດນັດ-ວາງສະແດງສິນຄ້າ ແລະ ຜະລິດຕະພັນການທ່ອງທຽ່ວ ໂດຍເນັ້ນໃສ່ສິນຄ້າໜຶ່ງເມືອງໜື່ງຜະລິດຕະພັນ ຫລື ສິນຄ້າ ODOP, ກາບໄຫ້ວຮອຍພະບາດ, ສະແດງສີລະປະວັນນະຄະດີ ແລະ ກິດຈະກຳອື່ນໆ ອີກ.

ໂດຍ: ມົດແດງນ້ອຍ (ວິທະຍຸກະຈາຍສຽງແຫ່ງຊາດ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.