Header Ads

ກອງປະຊຸມສະພາບໍລິຫານກອງທືນຫລຸດຜ່ອນຄວາມທຸກຍາກ ຫລືທລຍ ສະໄໝສາມັນຄັ້ງທີ 23






ກອງປະຊຸມສະພາບໍລິຫານກອງທືນຫລຸດຜ່ອນຄວາມທຸກຍາກ ຫລືທລຍ ສະໄໝສາມັນຄັ້ງທີ 23 ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ທັນວາ 2017 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນ,ການຈັດຕັ້ງປະຕິບັດວຽກງານ ທລຍ ທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງຂອງກອງປະຊຸມຄັ້ງທີ່ 22 ຫຼື 1 ປີຜ່ານມາ ແລະ ເພື່ອຂໍທິດຊີ້ນໍາຈາກສະພາບໍລິຫານ ສໍາລັບການສືບຕໍ່ຈັດຕັ້ງປະຕິບັດວຽກງານໃນປີ 2018. 



ກອງປະຊຸມຄັ້ງນີ້ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ປະທານສະພາບໍລິຫານ ທລຍ ພອ້ມດ້ວຍການເຂົ້າຮ່ວມຂອງບັນດາ ທ່ານລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ ແລະ ທ່ານຮອງເຈົ້າແຂວງ 10 ແຂວງເປົ້າ ທີ່ ທລຍ ໃຫ້ການສະໜັບສະໜູນ. ພິເສດໃນກອງປະຊຸມຄັ້ງນີ້ ໄດ້ມີຜູ້ຕາງໜ້າຫ້ອງການທະນາຄານໂລກ ແລະ ຜູ້ຕາງໜ້າ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດ ສະວິດເຊີແລນ (SDC)ຊຶ່ງລວມຜູ້ເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 16 ທ່ານ. ໃນກອງປະຊຸມ ທ່ານ ບຸນກວ້າງ ສຸວັນນະພັນ ຜູ້ອໍານວຍການບໍລິຫານ ກອງທຶນຫລຸດຜອ່ນຄວາມທຸກຍາກ ໄດ້ລາຍງານວ່າການຈັດຕັ້ງປະຕິບັດວຽກງານ ທລຍ ປະຈໍາປີ 2017 ມີຈໍານວນ 348 ໂຄງການຍ່ອຍ ທີ່ໄດ້ຈັດຕັ້ງປະຕິບັດ ແລະ ນໍາໃຊ້ງົບປະມານ 10,4 ລ້ານໂດລາສະຫະລັດ ແລະ ທຶນປະກອບສ່ວນຊຸມ ຊົນ 726.000 ໂດລາສະຫະລັດ ເທົ່າກັບ 7%. ໃນນັ້ນ, ມີຈຳນວນ 306 ໂຄງການຕັ້ງຢູ່ບ້ານທຸກ ແລະ ທຸກທີ່ສຸດ ເທົ່າກັບ 88% ຂອງບ້ານທັງໝົດ ທີ່ໄດ້ຮັບໂຄງການ, ມາຮອດກາງເດືອນທັນວາທີ 2017 ຄວາມຄືບໜ້າໂດຍສະເລ່ຍແມ່ນ 88 % ແລະ ການເບີກຈ່າຍງົບປະມານ ຫລາຍກວ່າ 90% ຂອງງົບປະ ມານທັງໝົດ, ສ່ວນທີຍັງເຫລືອຄາດວ່າຈະສຳເລັດຢ່າງຊ້າສຸດໃນເດືອນມັງກອນ 2018. ສ່ວນວຽກງານປັບປຸງຊີວິດການເປັນຢູ່ກໍາລັງເຮັດທົດລອງຢູ່ ແຂວງຫົວພັນ ແລະສະຫວັນນະເຂດ ໃນນັ້ນ ໄດ້ມີການສ້າງຕັ້ງກຸ່ມຊ່ວຍເຫລືອທັງໝົດ ຈໍານວນ 915 ກຸ່ມ ຢູ່ໃນ 165 ບ້ານທຸກຍາກ ແລະ ມີຈໍານວນສະມາຊິກທັງໝົດ 10,220 ຄົນ, ໃນນັ້ນ ທລຍ ໄດ້ໃຫທຶນສະໜັບສະໜູນທັງໝົດ 9,8 ຕື້ ກີບ ໄດ້ປ່ອຍກູ້ໃຫ້ສະມາຊິກກຸ່ມ ກຊກ ຈໍານວນທັງໝົດ 9,7 ຕື້ ກີບ ຫຼື ເທົ່າກັບ 99%. ສ່ວນກຸ່ມທ້ອນເງິນພາຍໃນກຸ່ມ ຈໍານວນ 1,5 ຕື້ ກີບ.



ການປະເມີນຜົນປະຈຳປີ 6 ເດືອນທ້າຍປີ 2017 ຂອງຜູ້ໃຫ້ທຶນ ເຫັນວ່າມີຜົນສໍາເລັດລົງໂດຍສະ ເພາະວຽກ ທລຍ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທຸກຍາກ ຢູ່ເຂດຫ່າງໄກສອກຫລີກ. ມອບຄວາມເປັນເຈົ້າການໃຫ້ແກ່ເຂົາເຈົ້າເປັນຜູ້ຄຸ້ມຄອງ. ກອງປະຊຸມໃນຄັ້ງນີ້ຍັງໄດ້ປະກາດການຈັດຕັ້ງໃໝ່ຂອງການຈັດຕັ້ງໃໝ່ຂອງ ທລຍ ໄດ້ແຕ່ງຕັ້ງຄະນະສະພາບໍລິຫານຊຸດໃໝ່ ຈໍານວນ 23 ທ່ານ ໄດ້ສະເໜີແຕ່ງຕັ້ງ ທ່ານ ຈິດ ທະວີໃສ ເປັນຜູ້ອໍານວຍການບໍລິຫານ ທລຍ ຜູ້ໃໝ່, ສ່ວນທ່ານ ບຸນກວ້າງ, ສຸວັນນະພັນ ອິງຕາມດໍາລັດຂອງນາຍົກລັດຖະມົນຕີ ໄດ້ເຂົ້າຮັບບໍານານ. ນອກຈາກນັ້ນ ກໍ່ໄດ້ສະເໜີແຕ່ງຕັ້ງ ຮອງຜູ້ອໍານວຍການ ບໍລິຫານ ທລຍ 2 ທ່ານ. ຜູ້ທີ່ 1. ທ່ານ ປະສອນໄຊ ອິນຊີຊຽງໃໝ່ ແລະ ຜູ້ທີ 2 ທ່ານ ສີສະຫວັດ ເກີດກອງ.



ທີ່ມາ: ວສລ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.