Header Ads

ຈັບກຸມຜູ້ຄ້າຢາບ້າຢູ່ໂຮງແຮມ ພ້ອມຂອງກາງ 6.000 ເມັດ



ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ເຂົ້າຈັບຕົວກຸມຜູ້ລັກລອບຊື້-ຂາຍ ຢາເສບຕິດຢູ່ທີ່ໂຮງແຮມແຫ່ງໜຶ່ງໃນເທດສະບານແຂວງອຸດົມໄຊ ຢຶດຢາບ້າໄດ້ 6.000 ເມັດ ໃນວັນທີ 18 ທັນວາ 2017 ພ້ອມຈັບຕົວຜູ້ຖືກຫາໄດ້ 2 ຄົນ ຊື່ທ້າວ ຄຳຫຼ່ໍ ອາຍຸ 26 ປີ ແລະ ທ້າວ ຄຳບໍ່ ອາຍຸ 24 ປີ, ທັງສອງຢູ່ບ້ານ ປາກແຈກ ເມືອງປາກ ອູ ແຂວງຫຼວງພະບາງ.


ຜ່ານການສືບສວນ-ສອບສວນພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ຊື້ມາຈາກພວກຮ່ວມຂະບວນການນໍາກັນ ເພື່ອຈະເອົາໄປສົ່ງໃຫ້ຜູ້ສັ່ງຊື້ ໂດຍນັດກັນຢູ່ໂຮງແຮມໃນເທດ ສະບານແຂວງແຕ່ໃນຂະນະທີ່ລໍຖ້າຢູ່ນັ້ນ ມີເຈົ້າໜ້າທີ່ເຂົ້າຈັບຕົວກ່ອນ ພ້ອມຂອງກາງຈໍານວນດັ່ງກ່າວ.ຕໍ່ກັບຄະດີດັ່ງກ່າວນີ້ປັດຈຸບັນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂະຫຍາຍຜົນຫາທີ່ມາຂອງຢາເສບຕິດ ແລະ ກຸ່ມແກ້ງຜູ້ຮ່ວມຂະບວນການ ເພື່ອນຳຕົວມາລົງໂທດຕາມລະບຽບກົດໝາຍຕື່ມອີກ.

ທີ່ມາ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.