Header Ads

ກອງປະຊຸມຄະນະຊີ້ນຳລະດັບຊາດ ການສຳຫຼວດສະຖິຕິກະສິກຳທົ່ວປະເທດ



ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການ ລົງທຶນ ໄດ້ຈັດກອງປະຊຸມຄັ້ງ ປະຖົມມະລືກ ຄະນະຊີ້ນຳລະ ດັບຊາດການສຳຫຼວດສະຖິຕິ ກະສິກຳທົ່ວປະເທດ ຄັ້ງທີ III ປີ 2019, ຂຶ້ນໃນວັນທີ 19 ທັນວາ ນີ້ ທີ່ຫ້ອງປະຊຸມສຳນັກງານ ນາຍົກລັດຖະມົນຕີ ໂດຍການ ເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຊີ້ນຳລະ ດັບຊາດ, ມີບັນດາທ່ານລັດຖະ ມົນຕີ, ຮອງລັດຖະມົນຕີ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ທ່ານ ສົມດີ ດວງດີ ກ່າວວ່າ: ການສຳຫຼວດສະຖິຕິກະສິກຳ ທົ່ວປະເທດ ແມ່ນມີຄວາມສຳຄັນ ແລະ ຈຳ ເປັນທີ່ສຸດ ໂດຍສະເພາະ ສປປ ລາວ ແມ່ນປະເທດທີ່ຖືເອົາ ການຜະລິດກະສິກຳເປັນຕົ້ນ ຕໍໃນການສ້າງລາຍຮັບຂອງ ປະຊາຊົນບັນດາເຜົ່າ ຂອບ ເຂດຊົນນະບົດ,ຂະແໜງກະສິ ກຳກວມເອົາ 17% ຂອງ GDP, ການປູກຝັງ ກວມສະເລ່ຍ 12% ຂອງ GDP ຫຼາຍກວ່າຂະແໜງ ການຍ່ອຍອື່ນໆສ້າງມູນຄ່າ ເພີ່ມ 22.892 ຕື້ກີບ ໃນປີ 2017. 

ການສຳຫຼວດໃນຄັ້ງນີ້ ໄດ້ ກຳນົດໄວ້ໃນກົດໝາຍວ່າດ້ວຍ ສະຖິຕິ (ສະບັບປັບປຸງ) ແລະ ຍຸດທະສາດພັດທະນາລະບົບ ສະຖິຕິແຫ່ງຊາດ 2016-2025 ແລະ ວິໄສທັດ 2030. ຊຶ່ງຜົນ ຂອງການສຳຫຼວດ ຍັງນຳໃຊ້ ເພື່ອການຕິດຕາມປະເມີນແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ການກະ ກຽມສ້າງແຜນ 5 ປີ ຄັ້ງທີ IX ເພາະມັນສະໜອງຂໍ້ມູນພື້ນ ຖານກ່ຽວກັບການຜະລິດກະສິ ກຳ, ການຄ້ຳປະກັນສະບຽງ ອາຫານ, ການນຳໃຊ້ດິນ, ແຮງ ງານ ແລະ ສິ່ງແວດລ້ອມ. 

ຂ່າວ: ແສງຈັນ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.