Header Ads

ພະແນກ ສືບສວນ-ສອບສວນ ປກສ ແຂວງ ບໍ່ແກ້ວໄດ້ມອບຜູ້ຖືກຫາໃຫ້ແກ່ເຈົ້າໜ້າທີ່ປະເທດໄທ




ໃນວັນທີ່ 18 ພະຈິກ 2017 ທາງພະແນກ ສືບສວນ-ສອບສວນ ປກສ ແຂວງ ບໍ່ແກ້ວໄດ້ມອບຜູ້ຖືກຫາໃຫ້ແກ່ເຈົ້າໜ້າທີ່ (ປະເທດໄທ) ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ ດ່ານ ຕມ ສາກົນຂົວມິດຕະພາບ 4 ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ເຂົ້າຮ່ວມຝ່າຍລາວນຳໂດຍ ທ່ານ ພັຕ ສຸລິການ ແສງວໍລະວົງ ຫົວໜ້າພະແນກ ສືບສວນ-ສອບສວນ ແຂວງບໍ່ແກ້ວ, ຝ່າຍໄທນໍາໂດຍ ທ່ານ ຮອ ປະສິດ ຍອດເລືອນພະນັກງານ ວິຊາການ ສອບສວນ ພະແນກ ອາຍາ ແຂວງ ລໍາປາງ ປະເທດໄທ.





ອີງຕາມກອງປະຊຸມການຮ່ວມມືຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນລາວ-ໄທ (ແຂວງບໍ່ແກ້ວ-ແຂວງຊຽງຮາຍ ປະເທດໄທ) ແຂວງບໍ່ແກ້ວໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໄດ້ມອບຮັບຜູ້ຖືກຫາຄະດີຄາດຕະກໍາ ຊື່ ທ້າວ ສັກດາ (ທອບ) ອາຍຸ 26 ປີ, ອາຊີບກໍາມະກອນ, ເຊື້ອຊາດໄທ, ສັນຊາດໄທ, , ຢູ່ບ້ານດອກຄໍາໄຕ, ເມືອງດອກຄໍາໄຕ, ແຂວງພະເຍົາ ປະເທດໄທ. ເຊິ່ງຜູ້ກ່ຽວໄດ້ມີຄະດີຄາດຕະກໍາ ໄວ້ໃນຄອບຄອງຢູ່ປະເທດໄທ ແລ້ວໄດ້ເອົາຕົວຫຼົບໜີມາຢູ່ແຂວງບໍ່ແກ້ວ, ມາຮອດວັນທີ່ 25/8/2014 ຈຶ່ງໄດ້ຖືກເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວກັກຕົວໃນຂໍ້ຫາຄະດີຄາດຕະກໍາ.

ດັ່ງນັ້ນເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວຈຶ່ງໄດ້ມອບຜູ້ຖືກຫາຄືນໃຫ້ເຈົ້າໜ້າທີ່ປະເທດໄທເພື່ອດຳເນີນຄະດີຕໍ່ໄປ ໂດຍການກ່າວມອບຂອງທ່ານ ພັຕ ສຸລິການ ແສງວໍລະວົງ ຫົວໜ້າພະແນກ ສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວ, , ຝ່າຍໄທກ່າວຮັບໂດຍທ່ານ ທ່ານ ຮອ ປະສິດຍອດເລືອນ ພະນັກງານ ວິຊາການ ສອບສວນ ພະແນກ ອາຍາ ແຂວງ ລໍາປາງ ປະເທດໄທ.ທາງພະແນກ ຈາລະຈອນ ປກສ ແຂວງບໍ່ແກ້ວ ສົມທົບກັບ ບໍລິສັດ ນິວຈິບເຊັ່ງ ສາຂາ ແຂວງບໍ່ແກ້ວ ລົງເຜີຍແຜ່ ໂຄສະນາກົດລະບຽບການສັນຈອນ ແລະ ຕ້ານອຸປະຕິເຫດຕາມທ້ອງຖະໜົນ ໃຫ້ແກ່ ນັກຮຽນ ມສ ທົ່ງແສງຈັນ

ຂ່າວ: ຮທ ວິທູນ ແກ້ວກັນຍາ/ປກສ ແຂວງບໍ່ແກ້ວ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.