Header Ads

ປະຫວັດຄວາມເປັນມາຂອງການຈັດງານບຸນກັນຖິນ,ກອງກັນຖິນຫຼອນ, ຜ້າປ່າ



ບຸນນີ້ເພີ່ນຈັດຂື້ນໃນເດືອນ 12 ສ່ວນກັນຖິນທອດໄດ້ພຽງຄັ້ງດຽວ ວັດໃດທອດແລ້ວຈະບໍ່ທອດຊໍ້າອີກ ແລະ ຖ້າບໍ່ໄປປັກຫຼັກໄວ້ກ່ອນລ່ວງໜ້າຈະບໍ່ມີການທອດກັນຖິນເກີດຂື້ນຢ່າງເດັດຂາດ. ເຊີ່ງກິດຈະກໍາຫຼັກແມ່ນຖວາຍຜ້າເຫຼືອງໃຫ້ແກ່ພະສົງ ທີ່ສໍາຄັນກອງກັນຖິນຕ້ອງມີບໍລິຂານ 8 ຢ່າງຄົບຖ້ວນເຊັ່ນ: ບາດ, ຜ້າສັງຄະຕິ, ຜ້າຈີວອນ, ຜ້າສະບົງ, ຜ້າມັດແອວ, ມີດແຖ, ຜ້າຕອງນໍ້າ, ເຂັມ ແລະ ດ້າຍເປັນຕົ້ນ. ສໍາລັບບຸນກັນຖິນນັ້ນຖືວ່າແມ່ນອະນິສົງ ທີ່ຈໍາພັນສາຢູ່ຕະຫຼອດ 3 ເດືອນຈະຕ້ອງໄດ້ຮັບກັນຖິນ,ມີ 2 ແບບຄື: 




ຈຸລະກັນຖິນ ໝາຍຄວາມວ່າກັນຖິນຂະໜາດນ້ອຍ,ມະຫາກັນຖິນແມ່ນກັນຖິນຂະໜາດໃຫຍ່,ຊາວບ້ານຜູ້ໃດມີສັດທາສະເພາະຈະເຮັດສ່ວນຕົວກໍ່ໄດ້ຫຼືວ່າເຮັດກັນຖິນສາມັກຄີກໍ່ແລ້ວແຕ່,ກ່ອນອື່ນໝົດຕ້ອງໄປປັກຫຼັກໄວ້ໃນວັດກ່ອນ ເພື່ອເປັນການບອກກ່າວລ່ວງໜ້າໃຫ້ພະສົງຮູ້ວ່າຈະນໍາກັນຖິນມາທອດ ສ່ວນພະສົງເມື່ອໄດ້ເຫັນສະຫຼາກແລ້ວກໍ່ປຶກສາຫາລືກັນວ່າມີພະອົງໃດຄວນຈະໄດ້ຮັບກັນຖິນ, ສໍາລັບການປັກສະຫຼາກຕ້ອງປັກແຕ່ກາງພັນສາພຸ້ນ ປະຈຸບັນບຸນກັນຖິນແຕ່ແຮມ 1 ຄໍ່າ, ເດືອນ 11 ເຖິງເດືອນ 12 ເພັງ. ງານບຸນທອດຜ້າປ່າແມ່ນສາມາດທອດໄດ້ຕະຫຼອດຢ່າງບໍ່ມີກໍານົດ ໝາຍຄວາມວ່າ ທອດຜ້າປ່າຕັ້ງແຕ່ເດືອນ 1 ເຖິງເດືອນ 12 ເຊັ່ນ: ງານທີ່ຈັດຂື້ນຢູ່ວັດຊຽງທອງຂອງວັນທີ 9 ມີນາ 2012 ເປັນການຈັດຂື້ນເພື່ອໃຫ້ເປັນທຶນປະກອບສ່ວນໃນການບູລະນະສ້ອມແປງວັດວາອາຮາມທີ່ຊຸດໂຊມ ແລະ ເປ່ເພພາຍໃນເມືອງຫຼວງພະບາງເປັນຕົ້ນ. ນອກຈາກບຸນກັນຖິນແລ້ວ ຍັງມີບຸນໄຫວ້ພະທາດຕ່າງໆທີ່ສໍາຄັນອີກດ້ວຍເປັນຕົ້ນ ແມ່ນເປັນພິທີໃຫຍ່ສໍາລັບຊາວຫຼວງພະບາງກັບຊາວນະຄອນຫຼວງວຽງຈັນໃນທຸກໆຊັ້ນຄົນແມ່ນພາກັນຫ້າງຫາກະກຽມການຈັດບຸນທາດຫຼວງພ້ອມກັນເຊັ່ນ: ພະທາດຫຼວງຢູ່ຫຼວງພະບາງ ແລະ ທາດຫຼວງວຽງຈັນ ລາຍການພິທີແມ່ນເຮັດແບບບຸນພະເຫວດແຕ່ມີອັນແຕກຕ່າງຍ້ອນບຸນທາດຫຼວງແມ່ນບຸນລະດັບຊາດຍີ່ງໃຫຍ່ກ່ວາທຸກໆບຸນຂອງຊາວລາວ.

ຂໍ້ມູນ:  ຂ່າວສານຫຼວງພະບາງ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.