Header Ads

ພະແນກແຜນການ-ການລົງທຶນແຂວງສາລະວັນພົບປະແລກປ່ຽນບົດຮຽນກັບພະແນກແຜນການ-ການລົງທຶນແຂວງສາຊຽງຂວາງ






ທ່ານ ຄຳກິງ ແກ້ວສຸພັນ ຮອງຫົວໜ້າພະແນກແຜນການ-ການລົງທຶນແຂວງສາລະວັນກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການລົງທຶນພາກເອກະຊົນພາຍ ແລະຕ່າງປະເທດໃນປີ 2017 ແຂວງສາ ລະວັນໄດ້ອະອຸມັດການລົງທຶນມີ 660,342 ຕື້ກີບເທົ່າກັບ 73% ຂອງແຜນການປີ, ທຶນພາຍໃນມີ 8 ໂຄງການ, ມີມູນຄ່າ 246,412 ຕື້ກີບ ຫຼືເທົ່າກັບ 30,801 ລ້ານກວ່າໂດລາສະຫະລັດ, ໃນນັ້ນຂົງເຂດກະສີກຳມີ 3 ໂຄງການມີມູນຄ່າ 41 ຕື້ກວ່າກີບເທົ່າກັບ 5 ລ້ານກວ່າໂດລາສະຫະລັດ, ຂົງເຂດພະລັງງານໄຟຟ້າມີ 4 ໂຄງການ, ມີມູນຄ່າ 186,677 ຕື້ກວ່າກີບ ຫຼືເທົ່າກັບ 23,334 ລ້ານໂດລາສະຫະລັດ, ການລົງທຶນຕ່າງປະເທດ ແລະຮຸ້ນສ່ວນມີ 2 ໂຄງການ , ມີມູນຄ່າ 18,599 ຕື້ກີບ ຫຼືເທົ່າກັບ 2,324 ລ້ານໂດລາສະຫະລັດຄື:




ໂຮງງານຜະລິດດິນຈີ່ທັນສະໃໝຂອງບໍລິສັດເຫິງຕາຈຳກັດມູນຄ່າ 3,500 ຕື້ກີບ ແລະໂຮງງານເກັບຊື້ປຸງແຕ່ງກະເຟເພື່ອສົ່ງອອກຕ່າງປະເທດຂອງບໍລິສັດ ກາດເກ້ລາວ-ສາລະວັນຈຳກັດຜູ້ດຽວ ມູນຄ່າການລົງທຶນ 15,099 ຕື້ກີບ, ນອກຈາກວຽກງານການລົງທຶນ, ວຽກງານການອອກທະບຽນໄດ້ທັງ ໝົດ 91 ຫົວໜ່ວຍ, ມີມູນຄ່າທຶນຈົດທະບຽນທັງໝົດ 413,93 ຕື້ກີບ, ໃນນັ້ນຂື້ນໃໝ່ມີ 51 ຫົວໜ່ວຍ, ດັດແກ້ 40 ຫົວໜ່ວຍຄື: ວິສາຫະກິດບຸກຄົນ 41 ຫົວໜ່ວຍ, ບໍລິສັດຈຳກັດຜູ້ດຽວ 36 ຫົວໜ່ວຍ, ບໍລິສັດຈຳກັດ 13 ຫົວໜ່ວຍ ປລະບໍລິສັດມະຫາຊົນມີ 1 ຫົວໜ່ວຍ, ວຽກງານການນຳເຂົ້າປະຕິບັດໄດ້ 212,12 ຕື້ກີບ, ເພີ້ມຂື້ນ 26,34%, ທຽບໃສ່ປີຜ່ານມາລື່ນແຜນ 22,86%, ດ້ານການສົ່ງອອກປະຕິບັດໄດ້ 298,56 ຕື້ກີບເພີ້ມຂື້ນ 6,68% ທຽບໃສ່ປີຜ່ານມາສ່ວນໃຫຍ່ແມ່ນກະເຟ, ມັນຕົ້ນ, ສາລີ ແລະອື່ນໆ




ພິທີພົບປະແລກປ່ຽນບົດຮຽນໄດ້ມີຂື້ນໃນວັນທີ 25 ພະຈິກ 2017 ທີ່ຫ້ອງປະຊຸມພະແນກແຜນ ການ-ການລົງທຶນແຂວງສາລະວັນໃນຫົວຂໍ້ ກ່ຽວກັບການນະໂຍບາຍການດຶງດູດການລົງທຶນພາກເອກະຊົນພາຍ ແລະຕ່າງປະເທດ, ພ້ອມທັງຖອດຖອນບົດຮຽນການພັດທະນາຈຸດສຸມຂອງແຂວງ, ລັດຖະບານ ແລະວຽກງານ 3 ສ້າງ, ແຂວງສາລະວັນນຳໂດຍ ທ່ານ ໃຊຍະເດດ ວົງສາລະວັນ ກຳມະການພັກແຂວງ ຫົວໜ້າພະແນກແຜນການ-ການລົງທຶນແຂວງສາລະວັນ, ແຂວງຊຽງຂວາງ ທ່ານ ດຣ ໄມດີ ຄຳພຸກດວງແກ້ວ ກຳມະການພັກແຂວງ ຫົວໜ້າພະແນກແຜນການ-ການລົງທຶນແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມີ ຄະນະພະແນກ, ຫົວໜ້າຫ້ອງການ, ຕະຫຼອດຮອດພະນັກງານວິຊາການທັງ 2 ຝ່າຍເຂົ້າຮ່ວມ

ພາບ-ຂ່າວ ສິດຕາ ເພັດວົງສາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.