Header Ads

ຊາວບ້ານໂຕະໂມະຄົ້ນພົບປະສາດຫີນບູຮານໃນກາງປ່າ



ແຂວງຈໍາປາສັກ : ໃນວັນທີ 4/12/2017 ຊາວບ້ານໂຕະໂມະ ເມືອງປະທຸມພອນ ແຂວງຈໍາປາສັກພາກັນຕົກລະລືງ ພາຍຫລັງຄົ້ນພົບປະສາດຫີນຍຸກບູຮານຊຸກເຊື່ອງຊ້ອນໄວ້ໃນກາງປ່າດົງ ຂະນະທີ່ ຊາວບ້ານເຊື່ອກັນວ່າປະສາດດັ່ງກ່າວສ້າງຂຶ້ນກ່ອນຍຸກວັດພູ.





ຊາວບ້ານສ່ວນໃຫຍ່ເອີ້ນວ່າວັດໂຕະໂມະ ຫລື ອູ້ມເມືອງ ເຊິ່ງເປັນບູຊະນີຍະສະຖານ ທີ່ຕັ້ງຢູ່ໃນບໍລິເວນປ່າ ທາງທິດຕາເວັນອອກຂອງແມ່ນໍ້າຂອງ, ສ້າງຂຶ້ນໃນສະໄຫມຂອງອານາຈັກອັງກໍຮຸ່ງເຮືອງ ສ້າງຂຶ້ນເພື່ອບູຊາພະສີວະ ເຊິ່ງເປັນຫນຶ່ງໃນ 102 ວັດ ທີ່ຖືກສ້າງຂຶ້ນ ໃນສະໄຫມຂອງພະເຈົ້າຍະໂສວໍຣະມັນ ທີ 1



ວັດໂຕະໂມະ ສ້າງຂຶ້ນໃນລະຫວ່າງ ສະຕະວັດທີ 7 ຫາ ສະຕະວັດທີ 9, ມີລັກສະນະຄ້າຍຄືກັນກັບ ວັດພູ ທີ່ຖືກສ້າງຂຶ້ນໃນສະຕະວັດທີ 11 ແລະ 12, ບໍລິເວນທາງຍ່າງ ເຂົ້າສູ່ວັດ ຈະມີຮູບແກະສະຫລັກ, ອູ້ມເມືອງ ມີຢູ່ສອງຫລັງ ແຕ່ໃນປັດຈຸບັນ ຍັງເຫລືອພຽງຫລັງດຽວທີ່ຍັງຕັ້ງສະງ່າ ແຄມຫ້ວຍໂຕະໂມະວັດໂຕະໂມະ ຕັ້ງຢູ່ບ້ານ ໂຕະໂມະ ເມືອງປະທຸມພອນ ຫ່າງຈາກເມືອງປາກເຊ ປະມານ 45 ກິໂລແມັດໄປທາງໃຕ້ ເຊິ່ງແຍກຈາກ ສາມແຍກ ລະຫວ່າງ ທາງເລກທີ 16 ແລະ 13 ໃຕ້ ໂດຍຂັບລົດລົງໄປຕາມທາງເລກທີ 13 ໃຕ້ ປະມານ 33 ກິໂລແມັດ ແລ້ວຈະພົບທາງແຍກຢູ່ເບື້ອງຂວາມື ແລ້ວຂັບລົດເຂົ້າໄປອີກປະມານ 4.7 ກິໂລແມັດ ຕາມທາງດິນແດງ ແລ້ວກໍຈະພົບ ວັດໂຕະໂມະ.


ແນວກໍດີ ວັດດັ່ງກ່າວເປ່ເພ ຫລື ລົ້ມກະຈາຍໄປຕາມພື້ນດິນ ເຊິ່ງຖືກຖົມເກືອບຫມົດ ຖ້າຫາກບູລະນະຊ້ອມແຊມ ແລະ ປົວແປງຄືນໃຫມ່ຈະກາຍເປັນແຫລ່ງທ່ອງທ່ຽວອີກແຫ່ງຫນຶ່ງໂດງດັງຄ້າຍຄືວັດພູ.



Wat Tomo or Um Muang, the ruins of Wat Tomo are found in the forest on the east side of the Mekong River, were dedicated to Rudrani and during the Angkor Empire, it was one of 102 shrines built by King Yasovarman I across the Khmer Kingdom.





A site of worship from the 7th to 9th century, like Wat Phou it was reconstructed during the 11th and 12th century. There's very little left to see here except for a carving lines walkway, two smaller temple pavilions, one collapsed and the other precariously still standing near the Tomo River.


It located in Ban Tomo, Pathoumphone District, the site is 45 km south of Pakse from the junction of Route 16 and Road 13 South, and go to the south along the Road 13 South approx. 33 km, then turn right and travel another 4.7 km on the dirt road.

ທີ່ມາ:  Kizuna Chanthavong (The Journey Alone)
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.