Header Ads

ປີ 2017 ມ້າງຄະດີຢາເສບຕິດທົ່ວປະເທດ ໄດ້ເກືອບ 3.000 ເລື່ອງ





ໃນປີ 2017 ນີ້, ເຈົ້າໜ້າທີ່ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແລະ ບັນດາພະແນກຕຳຫຼວດວິຊາສະເພາະໃນຂອບເຂດທົ່ວປະເທດ ສາມາດມ້າງຄະດີຢາເສບຕິດ ໄດ້ເກືອບ 3.000 ເລື່ອງ; ທຽບໃສ່ປີ 2016 ເພີ່ມຂຶ້ນເກືອບ 300 ເລື່ອງ, ພ້ອມທັງກັກຕົວຜູ້ຖືກຫາໄດ້ເປັນຈໍານວນຫຼາຍ ແລະ ຢຶດຂອງກາງໄດ້ຫຼາຍລາຍການ.


ພັອ ຄໍາແພງ ໄຊຍະລາດ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ປກສ ໃນວັນທີ 30 ພະຈິກ ຜ່ານມາ ວ່າ: ປັດຈຸບັນ, ພວກກຸ່ມຄົນບໍ່ດີໄດ້ເຄື່ອນໄຫວລັກລອບນໍາເຂົ້າ ແລະ ສົ່ງອອກຢາເສບຕິດປະເພດຕ່າງໆ ເຊັ່ນ: ຢາບ້າ, ເຮໂຣອິນ, ຢາຝິ່ນ, ຄັນຊາ, ໃບແຄັດ ແລະ ສານເຄມີຈໍານວນໜຶ່ງ ໂດຍໃຊ້ປະເທດລາວເປັນເສັ້ນທາງຜ່ານໄປປະເທດທີສາມ; ດັ່ງນັ້ນ, ການນໍາພັກ-ລັດ ກໍຄືການນໍາກະຊວງ ໄດ້ລົງຊີ້ນໍາຢ່າງເນື່ອງນິດລຽນຕິດໃນການນໍາພາມ້າງກຸ່ມ ຫຼື ເຄືອຂ່າຍຄ້າຂາຍຢາເສບຕິດ; ຜ່ານການປະຕິບັດໜ້າທີ່ຂອງກໍາລັງວິຊາສະເພາະກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ບັນດາ ປກສ ແຂວງ ໃນຂອບເຂດທົ່ວປະເທດ ໃນປີ 2017 ນີ້ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 2.770 ເລື່ອງ, ຈັບຜູ້ຖືກໄດ້ທັງໝົດ 2.441 ຄົນ ຍິງ 526 ຄົນ, ຕ່າງປະເທດ 100 ຄົນ ຍິງ 18 ຄົນ, ຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້ຄື: ເຮໂຣອິນ 162,3 ກິໂລກຼາມ, ຢາບ້າ 1.203,01 ກິໂລກຼາມ, ຢາຝິ່ນ 273,12 ກິໂລກຼາມ, ຄັນຊາ 4.847,5 ກິໂລກຼາມ, ຢາໄອສ໌ 60,04 ກິໂລກຼາມ, ຄາເຟອິນ 1.875 ກິໂລກຼາມ, ແກ່ນຝິ່ນ 212,7 ກິໂລກຼາມ ແລະ ແປ້ງຝຸ່ນສານເຄມີ ເພື່ອປະສົມຢາເສບຕິດຈໍານວນໜຶ່ງ; ນອກນີ້, ຍັງສາມາດຢຶດພາຫະນະ ແລະ ອາວຸດເສິກໄດ້ເປັນຈໍານວນຫຼວງຫຼາຍ; ທຽບໃສ່ປີ 2016 ຜ່ານມາ, ການມ້າງຄະດີຢາເສບຕິດແມ່ນເພີ່ມຂຶ້ນ 262 ເລື່ອງ ແລະ ຜູ້ຖືກຫາ ກໍເພີ່ມຂຶ້ນ 501 ຄົນ.



ໃນຕໍ່ໜ້າ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຈະສືບຕໍ່ປຸກລະດົມໃຫ້ທົ່ວປວງຊົນເຂົ້າຮ່ວມວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ສືບຕໍ່ຈັດຕັ້ງໜ່ວຍສະເພາະກິດລົງທ້ອງຖິ່ນ ເພື່ອແກ້ໄຂບັນຫາຢາເສບຕິດເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ, ຫຼວງນໍາທາ ແລະ ແຂວງອື່ນໆ ໂດຍປະຕິບັດຕາມໂຄງການສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2016-2020, ເພີ່ມທະວີການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ ກັບຕ່າງປະເທດຕາມລໍາແມ່ນໍ້າຂອງ ຄື: ຫວຽດນາມ, ມຽນມາ, ກໍາປູເຈຍ, ໄທ ແລະ ຈີນ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງເລື້ອຍໆ.



© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.