Header Ads

ກອງປະຊຸມຄະນະກຳມະການ ຄຸ້ມຄອງຫຼັກຊັບ ຄັ້ງທີ III



ກອງປະຊຸມຄະນະກຳມະ ການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈຳປີ 2017 ໄດ້ຈັດ ຂຶ້ນໃນວັນທີ 14 ທັນວານີ້ ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ), ພາຍໃຕ້ການເປັນປະ ທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງ ເປັນປະທານ ຄຄຊ.




ພ້ອມນີ້ ກໍມີທ່ານ ສົມພາວ ໄຟສິດ ຜູ້ ວ່າການ ທຫລ, ຮອງປະທານ ຄຄຊ, ບັນດາສະມາຊິກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ທ່ານ ນາງ ສາຍສະໝອນ ຈັນ ທະຈັກ ຫົວໜ້າສຳນັກງານ ຄຄຊ ໄດ້ລາຍງານການຈັດຕັ້ງ ປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ II ປີ 2017, ຈາກ ນັ້ນ ກໍໄດ້ລາຍງານຄວາມຄືບ ໜ້າກ່ຽວກັບການເກັບກຳຂໍ້ມູນ ການສ້າງບັນຊີລາຍຊື່ເປົ້າໝາຍ ບໍລິສັດຈົດທະບຽນໃຫ້ກອງປະ ຊຸມໄດ້ຮັບຊາບ, ພ້ອມດຽວກັນ ນັ້ນ ບັນດາຮອງຫົວໜ້າຄະນະ ສຳນັກງານ ຄຄຊ ໄດ້ນຳສະ ເໜີບັນຫາຕ່າງໆ ເພື່ອໃຫ້ທີ່ປະ ຊຸມຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການກຳນົດລາຄາຮຸ້ນ ຂອງບໍລິສັດທີ່ມີຈຸດປະສົງອອກ ຈຳໜ່າຍຮຸ້ນ, (ຮ່າງ) ຂໍ້ຕົກລົງ ວ່າດ້ວຍຕົວແທນຜູ້ຖືຮຸ້ນກູ້, ລາຍງານຄວາມຄືບໜ້າກ່ຽວ ກັບການເຮັດວຽກຮ່ວມກັບຕະ ຫຼາດຫຼັກຊັບ ສ.ເກົາຫຼີ ໃນການ ພັດທະນາຕະຫຼາດທຶນລາວ, ລາຍງານຄວາມຄືບໜ້າການ ກະກຽມສະໝັກເຂົ້າເປັນສະ ມາຊິກຂອງອົງການຄຸ້ມຄອງ ວຽກງານຫຼັກຊັບສາກົນ (IOSCO), ຜ່ານບົດສະຫຼຸຸບການ ເຄື່ອນໄຫວວຽກງານຂອງສຳ ນັກງານ ຄຄຊ ປະຈຳປີ 2017, ທິດທາງແຜນການປີ 2018 ແລະ ຜ່ານບົດສະຫຼຸຸບການ ເຄື່ອນໄຫວວຽກງານປະຈຳປີ 2017, ທິດທາງແຜນການປີ 2018 ແລະ ສະພາບການຊື້- ຂາຍຮຸ້ນ ປະຈຳປີ 2017 ຂອງ ຕະຫຼາດຫຼັກຊັບລາວ.

ທ່ານຮອງນາຍົກລັດຖະ ມົນຕີ, ປະທານ ຄຄຊ ຢືນຢັນ ວ່າ: ໃນຜ່ານມາຕະຫຼາດທຶນ ລາວ ໄດ້ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ- ສັງຄົມຂອງ ສປປ ລາວ ໃຫ້ມີ ຄວາມໝັ້ນທ່ຽງ ແລະ ມີສະ ຖຽນລະພາບໄປຄຽງຄູ່ກັບຕະ ຫຼາດເງິນ, ສະນັ້ນ ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ໃນການພັດ ທະນາຕະຫຼາດທຶນໃນໄລຍະ ຜ່ານມາ ໂດຍສະເພາະຄະນະ ຄຄຊ ກໍໄດ້ມີການປຶກສາຫາລື ກັນຢ່າງເປັນປົກກະຕິ. ແຕ່ເຖິງຢ່າງໃດກໍຕາມ, ຜ່ານການເຄື່ອນໄຫວຕົວຈິງ ເຫັນວ່າຕະຫຼາດທຶນ ຍັງບໍ່ທັນ ພົ້ນເດັ່ນເທົ່າທີ່ຄວນ ເປັນຕົ້ນ ຈຳນວນຜະລິດຕະພັນຍັງຈຳ ກັດ, ມູນຄ່າ ແລະ ປະລິມານ ການຊື້ຂາຍຍັງບໍ່ສູງເທົ່າທີ່ຄວນ ແລະ ເພື່ອສືບຕໍ່ພັດທະນາຕະ ຫຼາດທຶນໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບຂຶ້ນກວ່າ ເກົ່າ ຈົ່ງພ້ອມກັນຮີບຮ້ອນປະ ສານສົມທົບ ແລະ ຜັນຂະ ຫຍາຍເນື້ອໃນຈິດໃຈກອງປະ ຊຸມໃຫ້ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນ ເອກະພາບກັນ, ພ້ອມທັງຈັດ ຕັ້ງປະຕິບັດຕາມເນື້ອໃນຈິດ ໃຈດັ່ງກ່າວໃຫ້ເປັນຮູບປະທຳ ດ້ວຍຈິດໃຈເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ມີການ ຕິດຕາມກວດກາ ແລະ ສະຫຼຸຸບຖອດຖອນບົດຮຽນໃນ ການຈັດຕັ້ງປະຕິບັດແຕ່ລະໄລ ຍະໃຫ້ມີປະສິດທິຜົນສູງ.

ຂ່າວ-ພາບ: ຣັດສະໝີ ດວງສັດຈະ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.