Header Ads

ຈັບຍົກແກ້ງຂະບວນຄ້າຢາບ້າ ພ້ອມຂອງກາງ 76.000 ກວ່າເມັດ



ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາກາ ປກສ ແຂວງສະຫວັນນະເຂດ ໄດ້ນໍາກໍາລັງເຂົ້າຈັບກຸມກຸ່ມແກ້ງຂະບວນລັກລອບຊື້-ຂາຍຢາເສບຕິດ ປະເພດຢາບ້າ ຢູ່ເສັ້ນທາງໄປເມືອງອຸທຸມພອນ ແຂວງສະຫວັນນະເຂດ ກັກຕົວຜູ້ຖືກຫາໄດ້ 7 ຄົນ ພ້ອມຢາບ້າ 38 ມັດ ກັບ 155 ເມັດ ລວມທັງໝົດ 76.155 ເມັດ ໃນຂະນະທີ່ນັດຊື້-ຂາຍໃຫ້ກັນ ໃນວັນທີ 11 ທັນວາ 2017 ແລະ ຂະຫຍາຍຜົນຕາມຈັບຜູ້ຮ່ວມຂະບວນານນໍາກັນອີກ 1 ຄົນ.

ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ກອງບັນຊາກາ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ວ່າ ກຸ່ມແກ້ງດັ່ງກ່າວ ກໍາລັງນັດຊື້-ຂາຍຢາບ້າໃຫ້ກັນຢູ່ເສັ້ນທາງເຂົ້າເມືອງອຸທຸມພອນ ແຂວງສະຫວັນນະເຂດ. ຈາກນັ້ນ, ຈຶ່ງຈັດກໍາລັງປະສານສົມທົບກັບ ປກສ ເມືອງ ວາງແຜນເຂົ້າຕິດເປົ້າໝາຍ. ຜ່ານການຕິດຕາມຕົວຈິງ ຮອດເວລາປະມານ 15 ໂມງ ຂອງວັນທີ 11 ທັນວາ 2017 ຈຶ່ງພົບເຫັນເປົ້າໝາຍຂັບຂີ່ລົດຈັກ ແລະ ລົດໃຫຍ່ ມາຈອດຮຽງກັນ ໃນຂະນະທີ່ກໍາລັງສົ່ງຢາບ້າໃຫ້ກັນ ຈຶ່ງເຂົ້າປິດລ້ອມສະຖານທີ່ດັ່ງກ່າວ ພ້ອມທັງກັກຕົວ 7 ຄົນ ແລະ ກວດຄົ້ນພົບເຫັນຢາບ້າ 76.155 ເມັດ, ລົດໃຫຍ່ ຈຳນວນ 3 ຄັນ, ລົດຈັກ 1 ຄັນ, ໂທລະສັບ 10 ໜ່ວຍ ແລະ ປືນ K59 ໜຶ່ງກະບອກພ້ອມລູກກະສູນ 3 ລູກ. ຜູ້ຖືກຫາຈໍານວນ 7 ຄົນມີ ທ້າວ ເຂັມພອນ ອາຍຸ 45 ປີ ຢູ່ບ້ານໂພນສະອາດ, ທ້າວ ໄຊປັນຍາ ອາຍຸ 41 ປີ ຢູ່ບ້ານດົງດຳດວນ, ທ້າວ ບົວແກ້ວ ອາຍຸ 50 ປີ ຢູ່ບ້ານດອນເຊັງ, ທ້າວ ຜາສຸກ ອາຍຸ 18 ປີ ຢູ່ບ້ານສອນໄຊ, ນາງ ສຸພາລັກ ອາຍຸ 19 ປີ ບ້ານໂພນສະຫວ່າງໃຕ້ ທັງ 5 ຄົນ ເປັນຄົນເມືອງໄກສອນພົມວິຫານ, ທ້າວ ສົມໄຊສີ ອາຍຸ 27 ປີ ຢູ່ບ້ານປາກຊ່ອງ, ທ້າວ ສັນຕິສຸກ ອາຍຸ 29 ປີ ຢູ່ບ້ານນວນວິໄລ ທັງສອງເປັນຄົນເມືອງສອງຄອນ. ຜ່ານການສອບສວນ ພວກກ່ຽວໄດ້ຊັດຖອດຫາຜູ້ຮ່ວມຂະບວນການນໍາກັນອີກ 1 ຄົນ ຊື່ ທ້າວ ຕູ່ລີ້ ອາຍຸ 31 ປີ ຢູ່ບ້ານຫຼັກເມືອງ ເມືອງສອງຄອນ ແຂວງສະຫວັນນະເຂດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງຕິດຕາມຕັບຕົວໄດ້ ໃນວັນທີ 12 ທັນວາ 2017.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັນຄ້າຂາຍຢາເສບຕິດມາຫຼາຍຄັ້ງ. ສ່ວນຄັ້ງນີ້ ໃນຂະນະທີ່ກໍາລັງນັດຊື້-ຂາຍຢາບ້າໃຫ້ກັນ ຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວກ່ອນ. ປະຈຸບັນຄະດີດັ່ງກ່າວ ຍັງຢູ່ໃນການສືບສວນ-ສອບສວນ ເພື່ອສະຫຼຸບຂັ້ນຕອນຂອງການສົ່ງໃຫ້ໄອຍາການ ສັ່ງຟ້ອງສານຕັດສິນ ຕາມລະບຽບຂອງກົດໝາຍ.

ທີ່ມາ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.