Header Ads

ຄະນະກຳມະການຊາຍແດນ 2 ແຂວງຄຳມ່ວນ-ກວາງບິ່ງສືບຕໍ່ການພົວພັນຮ່ວມມື



ໂດຍປະຕິບັດຕາມສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ສປປ ລາວ ກ່ຽວກັບການແກ້ໄຂບັນດາປະຊາຊົນທີ່ຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກຕາມກົດໝາຍໃນພື້ນທີ່ຊາຍແດນຂອງສອງປະເທດໂດຍສະເພາະກໍ່ຄື ການສືບຕໍ່ປະຕິບັດບົດບັນທຶກກອງປະຊຸມລະຫວ່າງຄະນະຜູ້ແທນຊາຍແດນແຂວງຄຳມ່ວນສປປລາວ ທີ່ໄດ້ລົງນາມກັນຢູ່ນະຄອນດົງເຫີຍ ແຂວງກວາງບິ່ງໃນປີ 2016 ຜ່ານມາ ເພື່ອເປັນການຕີລາຄາຄືນຜົນການຈັດຕັ້ງປະຕິບັດການພົວພັນຮ່ວມມືດັ່ງກ່າວວັນທີ 13 ທັນວາ 2017 ຄະນະຜູ້ແທນຊາຍແດນ 2 ແຂວງໄດ້ຈັດກອງປະຊຸມຂຶ້ນທີ່ເມືອງທ່າແຂກ ແຂວງຄຳມ່ວນ ສປປ ລາວ ເຂົ້າຮ່ວມເປັນກຽດໃນກອງປະຊຸມຄັ້ງນີ້ ຝ່າຍແຂວງກວາງບິ່ງນຳໂດຍ ສະຫາຍ ຫງວຽນ ຊວນ ກວາງ ກຳມະການປະຈຳພັກແຂວງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ, ຝ່າຍແຂວງຄຳມ່ວນນຳໂດຍ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຄຳມ່ວນ ເປັນຫົວໜ້າຄະນະ ແລະ ບັນດາທ່ານການນຳ, ບັນດາພະແນກການ, ຂະແໜງການທ້ອງຖິ່ນຂອງ 2 ແຂວງເຂົ້າຮ່ວມ.

ໃນກອງປະຊຸມພົບປະຄັ້ງນີ້ ທັງສອງຝ່າຍຕ່າງກໍ່ໄດ້ລາຍງານສະພາບໂດຍລວມ ຂອງການພົວພັນຮ່ວມມື ແລະ ຜົນ ສຳເລັດທີ່ໄດ້ຮັບໃນປີ 2017 ໂດຍພື້ນຖານແລ້ວຍັງແມ່ນຍັງຮັກສາໄດ້ການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊາຍແດນລະຫວ່າງອຳນາດການປົກຄອງແຕ່ລະຂັ້ນ, ສອງແຂວງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວຽກງານໂຄ ສະນາເຜີຍແຜ່ສຶກສາອົບຮົມລະບຽບກົດໝາຍກ່ຽວກັບຊາຍແດນແຫ່ງຊາດໃຫ້ພະນັກງານ, ປະຊາຊົນສອງຟາກຊາຍແດນກຳແໜ້ນ ແລະ ປະຕິບັດຢ່າງເຄັ່ງຄັດ ບັນດານິຕິກຳຂອງສອງຊາດທີ່ໄດ້ລົງນາມ ແລະ ກົດໝາຍຂອງແຕ່ລະປະເທດແມ່ນຫລາຍຮູບແບບ, ເສັ້ນຊາຍແດນລະຫວ່າງສອງແຂວງໄດ້ຮັບການປ້ອງກັນໃຫ້ມີຄວາມປອດໄພມີຄວາມສະຫງົບທາງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ບັນດາຫລັກໝາຍຊາຍແດນແຫ່ງຊາດໄດ້ມີການຮັບປະກັນໃຫ້ຢູ່ໃນສະພາບເດີມ ອຳນາດການປົກຄອງແຕ່ລະຂັ້ນຂອງສອງແຂວງໄດ້ອຳນວຍຄວາມສະດວກໃຫ້ປະຊາຊົນ ແລະ ນັກທຸລະກິດຢູ່ສອງຟາກຊາຍແດນລົງ ທຶນທຳການຜະລິດ ແລະ ດຳເນີນທຸລະກິດພັດທະນາເສດຖະກິດ-ສັງຄົມ, ແລກປ່ຽນສິນຄ້າການບໍລິການ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການດຳລົງຊີວິດພ້ອມທັງ ປະຕິບັດສຳເລັດວຽກງານກວດກາສອງຝ່າຍກ່ຽວກັບປະຊາຊົນລາວ ແລະ ປະຊາ ຊົນຫວຽດນາມ ຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກຕ້ອງຕາມກົດໝາຍ ໃນພື້ນທີ່ເຂດຊາຍແດນຂອງສອງແຂວງ ພ້ອມນັ້ນ ຍັງໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງພ້ອມທັງສາເຫດໃນການຈັດຕັ້ງປະຕິບັດຜ່ານມາ.

ໃນໂອກາດດຽວກັນນັ້ນ ກອງປະ ຊຸມຍັງໄດ້ພ້ອມກັນປະກອບຄຳຄິດເຫັນເພື່ອແນໃສ່ເຮັດໃຫ້ເນື້ອໃນການພົວພັນຮ່ວມມືໃນປີ 2018 ມີຄວາມຄົບຖ້ວນສົມບູນ ແລະ ມີຄວາມຮັບປະກັນໃນການຈັດຕັ້ງປະຕບັດໂດຍສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືຢ່າງແໜ້ນແຟ້ນ, ເປັນປົກກະຕິລະຫວ່າງບັນດາອຳນາດການປົກຄອງແຕ່ລະຂັ້ນ ແລະ ກຳລັງຄຸ້ມຄອງປ້ອງກັນຊາຍແດນຂອງສອງແຂວງ, ຈັດຕັ້ງປະຕິ ບັດວຽກງານໂຄສະນາເຜີຍແຜ່ສຶກສາອົບຮົມກ່ຽວກັບຂໍ້ກຳນົດກົດໝາຍຂອງແຕ່ລະປະເທດໃຫ້ມີປະສິດທິຜົນ, ເອົາໃຈໃສ່ຕ້ານສະກັດກັ້ນປະຊາຊົນຕັ້ງພູມລຳເນົາ ແລະ ແຕ່ງງານບໍ່ຖືກຕ້ອງຕາມກົດໝາຍລະຫວ່າງປະຊາຊົນລາວ ແລະ ປະຊາຊົນຫວຽດນາມໃນເຂດຊາຍແດນລະຫວ່າງ 2 ແຂວງ, ເພີ່ມທະວີປະສານສົມທົບກັນສືບຕໍ່ຕຕ້ານ, ສະກັດກັ້ນການລະເມີດລະບຽບກົດໝາຍໃນເຂດຊາຍແດນໃຫ້ມີປະສິດທິຜົນໂດຍສະເພາະແມ່ນສະພາບການຄ້າຂາຍເຖື່ອນ, ຂົນຍ້າຍທາດລະເບີດ, ຢາເສບຕິດຂ້າມຊາຍແດນ, ຂຸດຄົ້ນໄມ້ເຄື່ອງປ່າຂອງດົງ, ສອງຝ່າຍສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນ ແລະ ນັກທຸລະກິດລົງທຶນດຳເນີນທຸລະກິດການຜະລິດພັດທະນາເສດຖະກິດ, ວັດທະນະທຳ-ສັງ ຄົມໃນເຂດຊາຍແດນເອົາໃຈໃສ່ຮ່ວມມືພັດທະນາພື້ນຖານໂຄງລ່າງເຊັ່ນການຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ຊົນລະປະທານ, ພະລັງງານ ແລະ ອື່ນໆ.

ສ້າງເງື່ອນໄຂສະດວກ ແລະ ຊ່ວຍເຫລືອກັນ ແລະ ພ້ອມກັນພັດທະນາ, ສຳລັບຜູ້ທີ່ຕັ້ງພູມລຳເນົາຕາມລຳພັງໃຈສອງແຂວງເປັນເອກະພາບກັນມອບໃຫ້ຂະແໜງການທີ່ກ່ຽວຂ້ອງດຳເນີນການປະກອບເອກະສານໃນການໃຫ້ສັນຊາດຂຶ້ນຖະບຽນສຳມະໂນຄົວ, ທະບຽນທີ່ຢູ່ປະຈຸບັນເອກະສານທີ່ຈຳເປັນອື່ນໆ, ສຳລັບຄູ່ຜົວເມຍທີ່ແຕ່ງງານບໍ່ຖືກ ຕ້ອງຕາມກົດໝາຍສອງແຂວງເອກະພາບກັນມອບໃຫ້ຂະແໜງການທີ່ກ່ຽວຂ້ອງປະກອບເອກະສານແຕ່ງດອງ ແລະ ເອກະສານ ອື່ນໆ ຕາມການກຳນົດຂອງກົດໝາຍແຕ່ລະປະເທດບົນຫລັກການມະນຸດສະທຳເຄົາລົບຮີດຄອງປະເພນີຂອງກັນ ແລະ ກັນ.

ໃຫ້ກຽດລົງນາມໃນບົດບັນທຶກການຮ່ວມມືຄັ້ງນີ້ ຝ່າຍຄຳມ່ວນ ເຊັນໂດຍ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຄຳມ່ວນ ຝ່າຍແຂວງກວາງບິ່ງເຊັນໂດຍ ສະຫາຍ ຫງວຽນ ຊວນ ກວາງ ກຳມະການປະຈຳພັກແຂວງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ພາບ ແລະ ຂ່າວ: ແຂວງຄຳມ່ວນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.