Header Ads

ກອງບັນຊາການ ປກສ ເມືອງປາກທາ ໄດ້ລັດກວດລົດ ພົບຢາເສບຕິດຊຸກຊ້ອນຢູ່ພາຍໃນລົດ 6 ເປົາ




ໃນຕອນເຊົ້າຂອງວັນທີ 24 ພະຈິກ 2017ຜ່ານມານີ້ທາງເຈົ້າໜ້າທີຈາລະຈອນ ກອງບັນຊາການ ປກສ ເມືອງປາກທາ ແຂວງບໍ່ແກ້ວໄດ້ລັດກວດລົດ ປາຣາໂດ ສີປອນເງີນ ໝາຍເລກທະບຽນ ກຈ 2222 ບໍ່ແກ້ວ ຂັບຂີ່ໂດຍ ທ້າວ ແສງທອງ ສຸກບົວຄຳ ອາຍຸ 43 ປີ ອາຊີບຄ້າຂາຍ ຢູ່ບ້ານມ່ວງແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ລົດແລນຄູເຊີ ສີຂາວໝາຍເລກທະບຽນ ກກ 0999 ບໍ່ແກ້ວ ຂັບຂີ່ໂດຍ ທ້າວ ຕຸ້ຍ ແກ້ວວົງໃສ ອາຍຸ 35 ປີ ອາຊີບພະນັກງານ ຢູ່ບ້ານຂອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ທ້າວ ຕຸ້ຍ ຊົມພູ ຢູ່ບ້ານຂອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຂີ່ມານຳ ເຈົ້າໜ້າທີຈຶ່ງໄດ້ຂໍອະນຸຍາດກວດຄົ້ນແຕ່ພວກກ່ຽວບໍ່ຍອມໃຫ້ກວດຄົ້ນ ຈາກນັ້ນ ທ້າວ ຕຸ້ຍ ແກ້ວວົງໃສ ໄດ້ຂັບລົດຜ່າດ່ານໄປ ເຈົ້າໜ້າທີກໍ່ໄດ້ຂີ່ລົດໄລ່ນຳໄປປະມານ 10 ນາທີກໍ່ເຫັນລົດຄັນດັ່ງກ່າວກັບຄືນມາ ເຈົ້າໜ້າທີ່ຂອງພວກເຮົາຈື່ງໄດ້ກັກຕົວ ທ້າວ ຕຸ້ຍ ແກ້ວວົງໃສ ແລະ ທ້າວ ແສງທອງ ໄວ້, ສ່ວນທ້າວ ຕຸ້ຍ ຊົມພູ ແມ່ນໄດ້ເອົາຕົວລົບໜີ.

ຈາກນັ້ນ, ເຈົ້າໜ້າທີ່ຂອງພວກເຮົາຈື່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາເຂດພື້ນທີ່ບໍລິ ເວນທີ່ລົດຄັນດັ່ງກ່າວກັບມາ ໄດ້ພົບເຫັນເປົາເປ້ບາໂລທະຫານຈຳນວນ 6 ເປົາ, ມາກວດສອບໂດຍຊ່ອງໜ້າທ້າວ ຕຸ້ຍ ແກ້ວວົງໃສ ແລະ ທ້າວ ແສງທອງ ຜ່ານການກວດສອບເຫັນວ່າມີຢາເສບຕິດ ປະເພດເຮໂລອິນຈຳນວນ 60 ແທ່ງນ້ຳໜັກ 23,5 ກິໂລ, ຢາບ້າຈຳນວນ 90 ມັດເທົ່າກັບ 180.000 ເມັດ ແລະ ຢາໄອ້ ຈຳນວນ 104 ຫໍ່ນ້ຳໜັກ 109 ກິໂລ, ແລະ ໄດ້ນຳຕົວພວກກ່ຽວມາດຳເນີນການສືບສວນ-ສອບສວນ ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນພວກກ່ຽວແມ່ນຍັງໃຫ້ການປະຕິເສດບໍ່ຮູ້ບໍ່ເຫັນຕໍ່ກັບຢາເສບຕິດຈຳນວນດັ່ງກ່າວ, ຕໍ່ກັບບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ຂອງພວກເຮົາ ຈະໄດ້ສືບສວນ-ສອບສວນ ແລະ ນຳຕົວພວກຄ້າຢາເສບຕິດລາຍນີ້ມາລົງໂທດຕາມລະບຽບກົດໝາຍຕໍ່ໄປ.



© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.