Header Ads

ການນຳ ພັກ-ລັດ ວາງພວງມາລາ ສະຫລອງວັນ ຊາດ ທີ 2 ທັນວາ ຄົບຮອບ 42 ປີ



ໃນຕອນເຊົ້າວັນທີ 1 ທັນວານີ້, ບັນດາການນຳພັກ-ລັດ, ເຊິ່ງນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມຄະນະ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ.



ໄດ້ຮ່ວມວາງພວງມາລາ ຢູ່ທີ່ອະນຸສາວະລີນັກຮົບນິລະນາມ, ເນື່ອງໃນໂອກາດ ສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ (2/12/1975 – 2/12/2017) ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງນັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດເລືອດເນື້ອເພື່ອຊາດ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດັ່ງເທົ່າທຸກວັນນີ້.




ຈາກນັ້ນ, ສະຫາຍ ບຸນຍັງ ວໍລະຈິດ ພ້ອມຄະນະ ໄດ້ເດີນທາງໄປຍັງທີ່ຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອວາງກະຕ່າດອກໄມ້ຕໍ່ໜ້າຮູບຫລໍ່ ຂອງປະທານໄກສອນພົມວິຫານ ອະດີດຜູ້ນຳທີ່ແສນເຄົາ ລົບຮັກຂອງ ປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າ ໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານ ຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະນຳເອົາຄວາມຢູ່ເຢັນເປັນສຸກ ມາສູ່ປະຊາຊົນ ລາວບັນດາເຜົ່າ, ຊຶ່ງຜົນງາມ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳຂອງປະຊາຊົນລາວບັນດາເຜົ່າ ຕະຫລອດກາລະນານ.






ທີ່ມາ: ຂປລ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.