Header Ads

ທ່ານເຈົ້າແຂວງໄຊຍະບູລີລົງສຳຫຼວດສະຖານທີ່ທ່ອງທ່ຽວທໍາມະຊາດ






ໃນຕອນບ່າຍຂອງວັນທີ 3 ທັນວາ ປີນີ້ ທ່ານພົງສະຫວັນສິດທະວົງ ເຈົ້າແຂວງໄຊຍະບູລີພ້ອມດ້ວຍຄະນະໄດ້ນໍາພາ ນັກທຸລະກິດ ຊາວຈີນ ລົງສຳຫຼວດສະຖານທີ່ທ່ອງທ່ຽວທໍາມະຊາດເຂດຕົ້ນແຕ້ຄ່າໃຫຍ່ ບ້ານ ສົມສະຫວາດ ເມືອງພຽງແຂວງໄຊຍະບູລີ ຕົ້ນໄມ້ແຕ້ຄ່າໃຫຍ່ເກີດຢູ່ປ່າສະຫງວນເຂດ ບ້ານສົມສະຫວາດ, ຫ່າງຈາກເທດສະບານ ເມືອງ ພຽງ ໄປທາງທິດໃຕ້ 65 ກິໂລແມັດ,ຕົ້ນໄມ້ຂ່າໃຫ່ຍມີອາຍຸປະມານ 1.000 ກວ່າປີ, ມີລວງຮອບເຖິງ 9 ວາລຳຕົ້ນສູງປະມານ14 ແມັດແລະອີກຕົ້ນໜຶ່ງທີ່ມີຮູບງາມມີຮາກຍາວພົ້ນດິນຂຶ້ນສອດຕາມຫວ່າງກ້ອນຫີນຢ່າງແປກປະຫຼາດນອກນີ້ຍັງມີຫຼາຍຕົ້ນເປັນດົງໃຫ່ຍທີ່ເກີດຂຶ້ນໃນບໍລິເວນນັ້ນ.






ໃນປີ 1990 ໂດຍແມ່ນທ່ານລຽນປະຊາຊົນບ້ານ ສົມສະຫວາດໄດ້ເຂົ້າໄປຊອກຢູ່ຫາກິນໃນປ່າເລີຍໄດ້ພົບເຫັນຈິ່ງມາລາຍງານອຳນາດການປົກຄອງບ້ານຈາກນັ້ນມາຊາວບ້ານຈຶ່ງໄດ້ປົກປັກຮັກສາຈົນເຖິງປະຈຸບ; ການລົງສໍາຫຼວດຄັ້ງນີ້ໂດຍມີຈຸດປະສົງເພື່ອໃຫ້ນັກທຸລະກິດ ຊາວຈີນ ໄດ້ເກັບກໍາຂໍ້ມູນເພື່ອໄປວິເຄາະ, ວິໄຈ ແລະ ຈະນຳເອົາທຶນໄປພັດທະນາເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ, ຕິດພັນກັບການອານຸລັກຮັກສາປ່າໄມ້ ແລະ ສັດສາວາສິ່ງຕ່າງໆທີ່ມີຢູ່ບໍລິເວນປ່າແຫ່ງນີ້ ແລະ ສ້າງສະຖານທີ່ດັ່ງກ່າວນີ້ໃຫ້ກາຍເປັນແຫຼ່ງທ່ອງທ່ຽວຂອງແຂວງໃນຕໍ່ໜ້າ,ເຮັດໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ມາທ່ຽວຊົມ,ຄຽງຄູ່ກັບການສ້າງຄົນ,ຫ້ອງການ,ກົມກົມກອງວັດທະນະທຳ, ອັນເຮັດໃຫ້ແຂວງກໍ່ຄືເມືອງພຽງ ໃຫ້ເປັນເມືອງ ສີຂຽວ,ສະອາດສວຍງາມ ທາງດ້ານວັດທະທຳ ແລະ ການທ່ອງທ່ຽວທາງທໍາມະຊາດ.




ພາບ ແລະ ຂ່າວ: ຂ່າວແຂວງໄຊຍະບູລີ (ມີເດຍລາວ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.