Header Ads

ເປີດຊຸດຝຶກອົບຮົມວຽກງານກວດກາພັກ - ລັດ ທົ່ວຂະແໜງແຜນການ ແລະ ການລົງທືນ



ກະຊວງແຜນການ ແລະ ການລົງທຶນ ຈັດຊຸດຝຶກອົບຮົມວຽກງານກວດກາ ທົ່ວຂະແໜງ ແຜນການ ແລະ ການລົງທຶນ ຊຸດທີ 3, ເພື່ອຍົກລະດັບຄວາມສາມາດ ໃຫ້ກັບພະນັກງານທີ່ເຮັດວຽກ ງານກວດກາ ກໍຄື ຂະແໜງກວດກາພະແນກແຜນການ ແລະ ການລົງທຶນແຂວງ ແລະ ນະຄອນຫລວງ, ຂຶ້ນໃນວັນທີ 18 ຫາ 29 ທັນວານີ້ ຊຶ່ງແມ່ນຈະດໍາເນີນໄປເປັນເວລາ 10 ວັນ ທີ່ສູນຝຶກອົບຮົມແນວລາວສ້າງຊາດ, ໂດຍການເປັນປະທານ ຂອງ ທ່ານ ພູວົງ ພິມມະສອນ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍພະນັກງານກະຊວງ ເຂົ້າຮ່ວມ.










ຊຸດຝຶກອົບຮົມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຄວາມຮູ້ພື້ນຖານ ກ່ຽວກັບວຽກງານກວດກາພັກ; ວຽກ ງານຕິດຕາມຂອງພັກ; ວຽກງານກວດກາ ການຈັດຕັ້ງພັກ-ລັດ, ສະມາຊິກພັກ, ພະນັກງານ ລັດຖະກອນ ເມື່ອມີປະກົດການລະເມີດ; ຮຽນຮູ້ລະບຽບວິໄນຂອງພັກ ແລະ ກວດກາ ການລົງວິໄນພາຍໃນພັກ; ກວດກາພິສູດ ໃນວຽກງານກວດກາພັກ; ບາງບັນຫາພື້ນຖານ ກ່ຽວກັບຈິດຕະສາດ ໃນວຽກງານກວດກາ; ວິທີການສ້າງແຜນດຳເນີນການກວດກາ; ຄວາມຮູ້ພື້ນຖານວຽກງານກວດກາລັດ, ຄວາມຮູ້ພື້ນຖານກ່ຽວກັບ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ວຽກງານ ຄົ້ນຄວ້າແກ້ໄຂ ຄຳຮ້ອງຟ້ອງ-ຮ້ອງທຸກ ແລະ ຄຳສະເໜີ; ຄວາມຮູ້ພື້ນຖານ ກ່ຽວກັບ ວຽກງານຕິດຕາມ ກວດກາໂຄງການລົງທຶນຂອງລັດ ແລະ ອື່ນໆ.




ໃນໂອກາດດັ່ງກ່າວ, ທ່ານ ພູວົງ ພິມມະສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຈັດຊຸດຝຶກອົບ ຮົມຄັ້ງນີ້, ເຊິ່ງເປັນການສ້າງບັນດາພະນັກງານ ທີ່ເຮັດວຽກງານກວດກາ ໄດ້ຮຽນຮູ້ເຂົ້າໃຈ ວຽກງານດັ່ງກ່າວ, ເຊິ່ງເປັນວຽກງານໜຶ່ງທີ່ສຳຄັນ ຕໍ່ການສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການຕ້ານການ ສໍ້ລາດບັງຫລວງ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງໃນໄລຍະໃໝ່.


© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.