Header Ads

ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈັບຜູ້ຄ້າຂາຍຢາເສບຕິດໃນຂະນະໄປສົ່ງ



ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຕິດຕາມຈັບຕົວ ທ້າວ ແຊ໋ງ ອາຍຸ 36 ປີ ປະຊາຊົນບ້ານ ໜອງດ້ວງໃຕ້ ເມືອງສີໂຄດຕະບອງ ທີ່ມາພັກເຊົາຢູ່ບ້ານນາຊາຍໃຕ້ ເມືອງນາຊາຍທອງ ໃນຂະນະເຄື່ອນໄຫວຂາຍຢາບ້າໃຫ້ກັບໄວລຸ້ນ ຢູ່ເຂດບ້ານນາຊາຍໃຕ້ ພ້ອມຂອງກາງຢາບ້າເກືອບ 2.000 ເມັດ ໃນທ້າຍເດືອນພະຈິກ 2017.




ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ພາຍຫຼັງສືບຮູ້ວ່າ ທ້າວ ແຊ໋ງ ໄດ້ລັກລອບເຄື່ອນໄຫວຈໍາໜ່າຍຢາບ້າ ຢູ່ເຂດບ້ານນາຊາຍໃຕ້ ຈໍານວນຫຼາຍຄັ້ງ; ດັ່ງນັ້ນ, ຈຶ່ງແຕ່ງກໍາລັງລົງກວດກາ ເຫັນວ່າມີມູນຄວາມຈິງ ຮອດວັນທີ 30 ພະຈິກ 2017 ຈຶ່ງເຂົ້າຈັບກຸມຢູ່ເຂດບ້ານນາຊາຍໃຕ້ ພົບຂອງກາງຢາບ້າຈໍານວນທັງໝົດ 1.730 ເມັດມາສືບສວນ-ສອບສວນຂະຫຍາຍຜົນ.

ຜ່ານການສອບສວນ ທ້າວ ແຊ໋ງ ຮັບສາລະພາບວ່າ: ຫວ່າງບໍ່ດົນມານີ້, ໄດ້ມາພັກເຊົາຢູ່ບ້ານນາຊາຍໃຕ້ ແລະ ໃນວັນທີ 20 ພະຈິກ 2017 ໄດ້ໄປຊື້ຢາບ້ານໍາ ທ້າວ ແອ ອາຍຸ 25 ປີ ບ້ານນາຊາຍໃຕ້ ຈໍານວນ 9 ຖົງ ເທົ່າກັບ 1.800 ເມັດ; ຈາກນັ້ນ, ໄດ້ເອົາຢາບ້າມາເສບ ແລະ ຈໍາໜ່າຍໃຫ້ກັບໄວລຸ້ນທີ່ຕ້ອງການຊື້ຢາບ້າຢູ່ບໍລິເວນບ້ານໃກ້ຄຽງ; ມາໃນວັນທີ 30 ພະຈິກ 2017 ໄດ້ເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື່ຢູ່ແຄມທາງແຕ່ຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ ພ້ອມຂອງກາງຢາບ້າ ຈໍານວນ 1.730 ເມັດ; ທ້າວ ແຊ໋ງ ຍັງສາລະພາບຕື່ມອີກວ່າ: ໄດ້ພົວພັນກັບຢາເສບຕິດມາແຕ່ປີ 2015 ໂດຍເສບຢາບ້າຄັ້ງລະ 1-2 ເມັດຕໍ່ມື້, ຈາກນັ້ນຈຶ່ງຫັນມາເປັນຜູ້ຂາຍຫວ່າງບໍ່ດົນມານີ້.

ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.