Header Ads

ເມືອງຫົງສາປະກາດບ້ານຄົກແອກເປັນບ້ານພັດທະນາບ້ານທີ່ 19 ຂອງເມືອງ



ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດຮັບຮອງເອົາບ້ານຄົກແອກ ເປັນບ້ານພັດທະນາເພີ່ມອີກໜຶ່ງບ້ານ ເປັນບ້ານທີ່ 19 ຂອງເມືອງ. 





ໃນວັນທີ 7 ທັນວາ 2017 ຜ່ານມານີ້, ຢູ່ທີເດີນໂຮງຮຽນ ມັດທະຍົມສົມບູນຄົກແອກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສະຫວັນ ໄຊສົມພັນ ຮອງເລຂາ ຮອງເຈົ້າເມືອງໆ ຫົງສາ, ມີຄະນະຮັບຜິດຊອບທີຖືກແຕ່ງຕັ້ງຂອງເມືອງ, ມີບັນດາຄະນະການຈັດຕັ້ງບ້ານ ຕະລອດຮອດພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.ທ່ານ ບູນຊອຍ ແກ້ວມະນີ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ນາຍບ້ານໆ ຄົກແອກ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານຂອງບ້ານ. ເຊິ່ງບ້ານຄົກແອກ ມີເນື້ອທີທັງໝົດ 18,859 ເຮັກຕາ, ມີ 21 ໜ່ວຍຄຸມຄອງ, ມີ 263 ຄອບຄົວ, ມີຜົນລະເມືອງ 1,518 ຄົນ ຍິງ 743 ຄົນ, ມີ 3 ຊົນເຜົ່າຄື: ຊົນເຜົ່າລາວລຸ່ມ, ຊົນເຜົາກຶມມຸ ແລະ ຊົນເຜົ່າມົ້ງ, ອາຊີບຂອງປະຊາຊົນສ່ວນໃຫຍ່ແມ່ນເຮັດນາ-ສວນເຂົ້າ, ປູກຝັງ-ລ້ຽງສັດ ແລະ ຄ້າຂາຍຈຳນວນໜຶ່ງ. ທົ່ວບ້ານ ມີເນື້ອທີນາ 19,59 ເຮັກຕາ,ມີເນື້ອທີ່ສວນເຂົ້າ 202,41 ເຮັກຕາ ສາມາດຜະລິດເຂົ້າໄດ້ທັງໝົດ 441,93 ໂຕ່ນ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 442 ກິໂລຕໍ່ຄົນຕໍ່ປີ. ມັນສະແດງອອກໃນທົ່ວບ້ານມີລາຍຮັບທັງໝົດ 6,98 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 3,947,000 ກີບຕໍ່ຄົນຕໍ່.

ຜ່ານມາຄະນະພັກ, ອຳນາດການປົກຄອງບ້ານໄດ້ຖືເອົາວຽກງານການເມືອງແນວຄິດເປັນບັນຫາກົກ ແນ່ໃສ່ສຶກສາອົບຮົມເຊື່ອມຊື່ມບັນດາມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງລັດຢ່າງເປັນປົກກະຕິ ໃຫ້ອົງການປົກຄອງບ້ານ, ຂະແໜງການຂອງບ້ານມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກຢ່າງເລິກເຊິງ. ເຮັດໃຫ້ຫຼາຍຄວາມຄົວມີຄວາມຕື່ນຕົວຮູ້ສ້າງສາພັດທະນາເສດຖະກິດຄອບຄົວຂອງຕົນເອງໃຫ້ດີຂຶ້ນເທື່ອລະກ້າວ. ປະຈຸບັນ ຊີວິດການເປັນຢູ່ຂອງປະຊາຊົນແມ່ນນັບມື້ນັບດີຂຶ້ນເລື້ອຍໆ ເຮັດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສາມາດສ້າງຄອບຄົວກາຍເປັນຄອບຄົວພັດທະນາໃໝ່ ເປັນພື້ນຖານຂອງການພັດທະນາບ້ານ. ບ້ານຄົກແອກ ສາມາດລຶບລ້າງຄວາມທຸກຍາກໄດ້ 245 ຄອບຄົວ ແລະ ສາມາດສ້າງຄອບຄົວພັດທະນາໄດ້ແລ້ວ 221 ຄອບຄົວ ເທົ່າກັບ 85,33% ຂອງຈຳນວນຄອບຄົວທັງໝົດ.ໃນໂອກາດນີ້, ທ່ານ ພອນສະຫວັນ ໄຊສົມພັນ ຮອງເລຂາ ຮອງເຈົ້າເມືອງໆ ຫົງສາ ກໍ່ໄດ້ເປັນກຽດມອບໃບຢັ້ງຢືນ ພ້ອມທັງຮ່ວມເປີດປ້າຍຮັບຮອງບ້ານພັດທະນາຕື່ມ

ພາບ ແລະ ຂ່າວ:  ມີເດຍລາວ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.