ເຈົ້າໜ້າທີ່ ດ່ານໜອງຄາຍ ຈັບລົດລາວ ກຳລັງຂົນເງິນ 98 ລ້ານບາດຂ້າມດ່ານ
ເພຈດັງອີ່ຈັນ ຈາກປະເທດເພື່ອນບ້ານນໍາສະເໜີຂ່າວເຈົ້າໜ້າຕໍາຫຼວດໄທ ຈັບລົດລາວ ກຳລັງຂົນເງິນ 98 ລ້ານບາດຂ້າມດ່ານໂດຍເຫດການນີ້ເກີດຂື້ນໃນ ວັນທີ 12 ທັນວາ 2017 ໃນລາຍງານລະບຸວ່າ : ເຈົ້າໜ້າທີ່ ດ່ານໜອງຄາຍ ດໍາເນີນການກວດຄົ້ນ ລົດ ແລນຄຣຸຍເຊີ ທະບຽນລາວ ປ້າຍກຳແພງນະຄອນ ກກ 1844 ທີ່ກຳລັງຈະຂ້າມຈາກໄທມາລາວ ແຕ່ພໍກວດສອບລົດພົບເຫັນ ເງິນທີ່ຖືກເຊື່ອງໄວ້ກັບລົດດັ່ງກ່າວເປັນຈຳນວນເຖິງ 98 ລ້ານບາດໂດຍມີການຊຸກເຊື່ອງປົນມາໃນກອງນົມ ແລະ ລັງແກ້ວນໍ້າທັບໄວ້ ພາຍໃນລົດ ແລະ ບໍລິເວນພາຍໃນກະໂປງໜ້າຂອງລົດ ພ້ອມດຽວກັບກໍຍັງຊຸກຊ້ອນໄວ້ໃນຖົງຢາງເຕັມໄປດ້ວຍເງິນ.
ລາຍງາຍລ່າສຸດ ເຈົ້າໜ້າທີ່ໄທໄດ້ທໍາການຈັບກຸມ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບການຂົນເງິນອອກນອກປະເທດໄທໃນຄັ້ງນີ້ ເພື່ອນໍາມາສອບສວນຕົ້ນປາຍສາເຫດ ແລະ ທີ່ມາຂອງເງິນ 98 ລ້ານບາດ
ພາບ ແລະ ຂ່າວ: ເພຈ ອີ່ຈັນ
© ຈໍາປາໂພສ | www.champapost.com
_________
Post a Comment