Header Ads

ຮອງເຈົ້າເມືອງໆໂພນໂຮງຢືນຢັ້ນຄວາມພ້ອມຈັດງານສະເຫລີມສະຫລອງບຸນກີນຈຽງຂອງຊົນເຜົ່າມົ້ງ ບ້ານ ຫລັກ52



ປັດຈຸບັນການກະກຽມຄວາມພ້ອມຈັດງານສະເຫລີມສະຫລອງບຸນກີນຈຽງຫຼືສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ຂອງຊົນເຜົ່າມົ້ງ ບ້ານ ຫລັກ52 ເມືອງໂພນໂຮງ ແຂວງວຽງຈັນເຊີ່ງເປັນກີດຈະກໍາຫລັກເພື່ອສະເຫລີມສະຫລອງປີທ່ອງທ່ຽວລາວ2018 ມີຄວາມພ້ອມ ແລ້ວ 90 ສ່ວນຮ້ອຍຄາດວ່າຈະໃຫ້ສໍາເລັດຮ້ອຍສ່ວນຮ້ອຍໃນຕົ້ນອາທິດຫນ້ານີ້.


 
ທ່ານ ບຸນແທນ ແກ້ວປະເສີດ ຮອງເຈົ້າເມືອງໆໂພນໂຮງ ແຂວງວຽງຈັນ ທັງເປັນຄະນະຮັບຜິດຊອບຈັດງານ ບຸນກີນຈຽງຫຼືສົ່ງທ້າຍປີເກົ່າ ຂອງເຜົ່າມົ້ງ ບ້ານຫລັກ52 ໃຫ້ສໍາພາດວ່າ:ປັດຈຸບັນໄດ້ສໍາເລັດຫລາຍຫນ້າວຽກສໍາຄັນ ເປັນຕົ້ນ:ການກະກຽມອານຸກໍາມະການ,ບຸກຄະລາກອນ, ເອກກະສານກ່ຽວຂ້ອງ ແລະ ງົບປະມານຮັບໃຊ້ການຈັດງານ ໂດຍລວມແລ້ວວຽກງານທຸກຢ່າງແມ່ນດໍາເນີນແຜນການທີ່ວາງໄວ້ ເຊີ່ງຈະເລີ່ມຄົບງັນນັບແຕ່ວັນທີ18ຫາ24ທັນວານີ້ ແລະຈະຈັດຍີ່ງໃຫຍ່ກວ່າປີຜ່ານມາ.



ສໍາລັບການຈັດງານບຸນກີນຈຽງຫຼືສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ຂອງຊົນເຜົ່າມົ້ງບ້ານຫລັກ52 ເມືອງໂພນໂຮງ ແຂວງວຽງຈັນຄັ້ງນີ້ ເປັນກິດຈະກໍາຫລັກ ເພື່ອສະເຫລີມສະຫລອງປີທ່ອງທ່ຽວລາວ2018 ຂອງແຂວງວຽງຈັນ ໂດຍຈະໄຂຂື້ນຢ່າງເປັນທາງການໃນວັນທີ20ທັນວານີ້ ທີ່ເດີ່ນໂຮງຮຽນປະຖົມບ້ານຫລັກ52,ພາຍໃນງານຈະກິດຫລາຍກິດຈະກໍາທີ່ຕິດພັນເຖິງຮີດຄອງປະເພນີຂອງຊົນເຜົ່າມົ້ງ ເປັນຕົ້ນ:ແຂ່ງຂັນກິລາຊົນງົວ,ຍິງຫນ້າເກັກ,ໂຍນຫມາກຄອນ,ສະແດງສິນລະປະ-ວັນນະຄະດີ,ຟ້ອນລາຍງ້າວທີ່ເປັນເອກະລັກຂອງແຂວງວຽງຈັນ,ວາງສະແດງສີນຄ້າຫນື່ງເມືອງຫນື່ງຜະລິດຕະພັນ ຂອງປະຊາຊົນບັນດາເຜົ່າຊາວ ແຂວງວຽງຈັນ ຄາດວ່າຈະມີຮ້ານວາງສະແດງສີນຄ້າທັງຫມົດ1ຮ້ອຍກວ່າຮ້ານ.




ພາບ ແລະ ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ
© ຈໍາປາໂພສ |  www.champapost.com
_________

 

No comments

Powered by Blogger.