Header Ads

ກຸ່ມນໍ້າໃຈເພື່ອນກັນ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົມໃຫ້ແກ່ຄະນະລະຄອນສຽງແຄນລາວ ວິທະຍຸແຫ່ງຊາດລາວ



ໃນວັນທີ 17/12/2017 ກຸ່ມນໍ້າໃຈເພື່ອນກັນ ໄດ້ນຳເອົາ ອຸປະກອນ ການຮຽນ ແລະເຄື່ອງ ນຸ່ງຫົມ ຈຳນວນໜຶ່ງ ໄປມອບ ໃຫ້ຄະນະລະຄອນສຽງແຄນລາວ ວິທະຍຸແຫ່ງຊາດລາວ, ເພືອນຳໄປມອບໃຫ້ພໍ່ແມ່ປະຊາຊົນທີ່ທຸກຫຍາກບ້ານອ່າງກາງ ເມືອງອານຸວົງແຂວງໄຊສົມບູນ






ເຄື່ອງທີ່ນຳໄປມອບໃນຄັ້ງນີ້ປະກອບມີປື້ມ ຕຳລາຮຽນ ວິຊາພາສາລາວ, ຄະນິດສາດ, ໂລກອ້ອມຕົວ ສຳລັບຊັ້ນ ປ1 ວິຊາລະ 20 ຫົວ, ປື້ມ ຕຳລາຮຽນ ວິຊາພາສາລາວ, ຄະນິດສາດ, ໂລກອ້ອມຕົວ ຊັ້ນປ2 ວິຊາລະ 20 ຫົວ, ປື້ມຕຳລາຮຽນ ວິຊາພາສາລາວ, ຄະນິດສາດ, ໂລກອ້ອມຕົວ ແລະພາສາອັງກິດ, ສຳລັບຊັ້ນປ 3 ວິຊາລະ 20 ຫົວ, ປື້ມຕຳລາຮຽນ ວິຊາພາສາລາວ, ຄະນິດສາດ, ໂລກອ້ອມຕົວ ແລະພາສາອັງກິດ ສຳລັບຊັ້ນ ປ 4 ວິຊາລະ 20 ຫົວ, ປື້ມຕຳລາຮຽນ ວິຊາພາສາລາວ, ຄະນິດສາດ, ໂລກອ້ອມຕົວ ສຳລັບຊັ້ນ ປ 5 ວິຊາລະ 20 ຫົວ , ນອກນີຍັງມີ ປື້ມຂຽນ 5 ມັດ ຫລື 250 ຫົວ, ນອກນີ້ຍັງມີ ບິກ, ສໍ ຂຽນ, ໄມ້ບັນທັດ, ເກີບ ແລະເຄື່ອງນຸ່ງ ອີກຈຳນວນໜຶ່ງ.





ພາບ ແລະ ຂ່າວ: ວິທະຍຸແຫ່ງຊາດລາວ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.