Header Ads

ລ້ຽງໝູພັນຊີ້ນເປັນສິນຄ້າສາມາດສ້າງລາຍຮັບແກ່ຄອບຄົວໄດ້ເປັນຢ່າງດີ




ຄໍາໃສ ຈະເລີນຟາມ ລ້ຽງໝູພັນຊີ້ນເປັນສິນຄ້າຈໍາໜ່າຍພາຍໃນ ເຊິ່ງເປັນການລົງທຶນຂອງຄົນລາວ 100%, ສະຖານທີ່ຕັ້ງຢູ່ແຄມເສັ້ນທາງເລກທີ 16(ທາງປາກຊ່ອງ) ເຂດບ້ານໝື່ນຫຼວງ(ຫຼັກ 12) ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ. ຜ່ານການເຄື່ອນໄຫວ 7 ປີ ເຮັດໃຫ້ກິດຈະການມີການພັດທະນາ, ສາມາດສ້າງລາຍຮັບໄດ້ເປັນຢ່າງດີ ແລະ ຊີວິດການເປັນຢູ່ກໍ່ນັບມື້ດີຂຶ້ນເລື້ອຍໆ.



ທ່ານ ລັດຕະນະສິນ ແກ້ວອ່ອນສີ ທີ່ປຶກສາ ຄໍາໃສ ຈະເລີນຟາມ ໃຫ້ສໍາພາດ ຫວ່າງບໍ່ດົນມານີ້ວ່າ: ຟາມພວກເຮົາໄດ້ເລີ່ມລ້ຽງໝູພັນຊີ້ນແຕ່ປີ 2011,ໃນເນື້ອທີ່ 4 ເຮັກຕາ, ເຊິ່ງລົງທຶນທັງໝົດ 2.862 ລ້ານກ່ວາກີບ, ໃນນັ້ນ ທຶນໝູນວຽນ 790 ລ້ານກ່ວາກີບ, ທຶນຄົງທີ່ 2.072 ລ້ານກ່ວາກີບ ເປັນທຶນຕົນເອງສົມທົບກັບທຶນກູ້ຢືມ, ປີທໍາອິດ ຊື້ໝູນ້ອຍຈາກປະເທດເພື່ອນບ້ານ 900 ໂຕມາລ້ຽງ. ປີ 2012-2013 ໄດ້ເລີ່ມທົດລອງເພາະພັນເອົາເອງ ໃນຮູບແບບປະສົມພັນທຽມ ໂດຍຊື້ແມ່ພັນ 250 ໂຕ, ພໍ່ພັນ 3 ໂຕ ເຂົ້າມາລ້ຽງ, ເມື່ອຄົບກໍານົດ 3 ປີໃດຕ້ອງປ່ຽນແມ່ພັນອອກເທື່ອໜຶ່ງ. ປັດຈຸບັນ ສາມາດຜະລິດໝູໄດ້ 500 ໂຕ/ເດືອນ, ເຊິ່ງຈໍາໜ່າຍເປັນງວດ, ງວດໜຶ່ງໃຊ້ເວລາ 4 ເດືອນ, ໝາຍວ່າງວດໜຶ່ງຈໍາໜ່າຍ 2.000 ໂຕ, ຕະຫຼາດຮອງຮັບແມ່ນແຂວງຈໍາປາສັກ, ອັດຕະປື ແລະ ແຂວງເຊກອງ, ສ່ວນລາຄາແມ່ນຂຶ້ນ-ລົງຕາມກົນໄກຕະຫຼາດ.

ສໍາລັບເຕັກນິກໃນການບົວລະບັດຮັກສາ ກໍ່ຄືການລ້ຽງໝູນັ້ນ, ທ່ານ ລັດຕະນະສິນ ກ່າວວ່າ: ຕົນເອງໄດ້ເອົາວິຊາການໄປຝຶກອົບຮົມຢູ່ປະເທດເພື່ອນບ້ານ. ສິ່ງສໍາຄັນໃນການລ້ຽງໝູ ແມ່ນເອົາໃຈໃສ່ການຄັດເລືອກພັນໝູ, ການໃຫ້ອາຫານ, ການບໍລິຫານຈັດການ, ການສັກຢາປ້ອງກັນພະຍາດ ແລະ ເອົາໃຈໃສ່ກ່ຽວກັບການຮັກສາສະພາບແວດລ້ອມ. ສ່ວນການໃຫ້ອາຫານ ໝູແມ່ພັນທີ່ກໍາລັງຖືພາ ແມ່ນໃຫ້ກິນປະມານ 2-3 ກິໂລກຼາມ/ໂຕ/ວັນ ແລະ ໃຫ້ອາຫານຕິດຕໍ່ກັນ 114 ວັນ. ເມື່ອໝູແມ່ພັນເກີດລູກແລ້ວ ກໍ່ໃຫ້ກິນອາຫານເພີ່ມອີກປະມານ 3-4,5ກິໂລກຼາມ/ໂຕ/ວັນ ເພາະມີລູກນ້ອຍຢູ່ນໍາ ແລະ ໃຫ້ອາຫານຕິດຕໍ່ກັນ 25 ວັນ, ເມື່ອໝູນ້ອຍມີອາຍຸ 25 ວັນ ກໍ່ແຍກອອກຈາກແມ່ ມາອະນຸບານຕື່ມອີກ 25 ວັນ, ຈາກນັ້ນ ກໍ່ກຽມເອົາລົງລ້ຽງເພື່ອເອົາຊີ້ນ ເຊິ່ງໃຊ້ເວລາໃນການລ້ຽງ 120 ວັນ ແລະ ໃຊ້ອາຫານ 210 ກິໂລກຼາມ ຫຼື 7 ສອບ/ໂຕ, ເມື່ອໝູມີນໍ້າໜັກປະມານ 115-120 ກິໂລກຼາມ ກໍ່ສາມາດຂາຍໄດ້.

ທີ່ປຶກສາ ຄໍາໃສ ຈະເລີນຟາມ ໃຫ້ຮູ້ຕື່ມວ່າ: ການລ້ຽງໝູພັນຊີ້ນຂອງຟາມພວກຂ້າພະເຈົ້າ ແຕ່ປີ 2011-2015 ເຫັນວ່າມີຄວາມຫຍຸ້ງຍາກສົມຄວນ ເພາະເຕັກນິກໃນການລ້ຽງບໍ່ທັນສູງ, ບົດຮຽນບໍ່ກ້ວາງຂວາງ, ລ້ຽງແບບປະຖົມປະຖານ, ເປັນທຸລະກິດແບບຄອບຄົວ. ປີ 2016 ຈິ່ງໄດ້ຫັນປ່ຽນຈາກທຸລະກິດຄອບຄົວ ກ້າວສູ່ທຸລະກິດເພື່ອການສົ່ງອອກ ແລະ ມີຕະຫຼາດຮອງຮັບທີ່ແນ່ນອນ. ພິເສດ ໃນປີ 2016 ຟາມພວກເຮົາ ໄດ້ຕອບສະໜອງໝູແມ່ພັນໃຫ້ແກ່ໂຄງການຊຸກຍູ້ສົ່ງເສີມປະຊາຊົນລ້ຽງໝູ ຂອງພະແນກກະສິກໍາ-ປ່າໄມ້ແຂວງ ຈໍານວນ 48 ໂຕ/ເດືອນ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ກິດຈະການຂອງພວກເຮົາເຕີບໃຫຍ່ຂະຫຍາຍຕົວເລື້ອຍໆ.

ເມື່ອຖາມເຖິງຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການລ້ຽງໝູພັນຊິ້ນເປັນສິນຄ້ານັ້ນ, ທ່ານ ລັດຕະນະສິນ ແກ້ວອ່ອນສີ ກ່າວວ່າ: ຍ້ອນຄະນະພັກອໍານາດການປົກຄອງແຂວງ ແລະ ຂະແໜງການຄຸ້ມຄອງມະຫາພາກທີ່ກ່ຽວຂ້ອງຂອງແຂວງ ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ທັງເອື້ອອໍານວຍຄວາມສະດວກໃນການປະກອບເອກະສານຕ່າງໆ ຈິ່ງເຮັດໃຫ້ການເຄື່ອນໄຫວກິດຈະການມີຜົນສໍາເລັດໃນເບື້ອງຕົ້ນ. ແຕ່ຄຽງຄູ່ກັບດ້ານດີທີ່ກ່າວມານັ້ນ ກໍ່ຍັງມີບາງບັນຫາຫຍຸ້ງຍາກໃນການດໍາເນີນກິດຈະການ ຕົ້ນຕໍແມ່ນລາຄາໝູພັນຊີ້ນບໍ່ຄ່ອຍດີ ໂດຍສະເພາະແມ່ນໄລຍະລະດູຝົນ, ຈິ່ງຢາກຂໍໃຫ້ຂະແໜງການມະຫາພາກທີ່ກ່ຽວຂ້ອງຊ່ວຍເຫຼືອເອົາໃຈໃສ່ຕິດຕາມສະພາບລາຄາຊີ້ນໝູ ທັງໜ້າຟາມ ແລະ ໜ້າຂຽງ ເພື່ອໃຫ້ມີຄວາມເປັນກາງ. ນອກນັ້ນ ກໍ່ຂໍໃຫ້ຊ່ວຍສະກັດກັ້ນແກ້ໄຂບັນຫາລັກລອບນໍາເຂົ້າໝູພັນຊີ້ນຈາກຕ່າງປະເທດຂອງພໍ່ຄ້າແມ່ຄ້າຈໍານວນໜຶ່ງ ເພື່ອເຮັດໃຫ້ຜູ້ປະກອບການພາຍໃນສາມາດຍືນຍົງຄົງຕົວຢູ່ໄດ້ຢ່າງໝັ້ນຄົງ.

ສໍາລັບທິດທາງໃນຕໍ່ໜ້ານັ້ນ, ທ່ານທີ່ປຶກສາ ຄໍາໃສ ຈະເລີນຟາມ ກ່າວວ່າ: ຈະເພີ່ມການລ້ຽງໝູແມ່ພັນໃຫ້ໄດ້ 500 ໂຕ ເພື່ອເພີ່ມການຜະລິດໃຫ້ຫຼາຍຂຶ້ນ, ສາມາດຕອບສະໜອງໝູພັນຊີ້ນໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດພາຍໃນ ກ້າວໄປສູ່ການສົ່ງໝູພັນຊີ້ນອອກຕ່າງປະເທດ ທີ່ແຂວງເຮົາມີສັນຍາການພົວພັນຊື້-ຂາຍຮ່ວມກັນ ແລະ ສ້າງໃຫ້ເປັນຟາມຕົ້ນແບບພາຍໃນແຂວງ ເຊິ່ງແມ່ນຄົນລາວເປັນຜູ້ລົງທຶນ 100%.

ຂ່າວ-ພາບ: ທູນທອງໃຈ ໜັງສືພິມຈໍາປາໃໝ່
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.