Header Ads

ລາວ-ໄທ-ສິງກະໂປ ຈັບມືກັນຕັ້ງ ສາຍການບິນຂອນແກ່ນແອລາຍ




ໃນວັນທີ 29 ພະຈິກ 2017 ຜ່ານມານີ້ ທ່ານ ເຂັມຊາດ ສົມໃຈວົງ ປະທານສະພາການຄ້າ ຈັງຫວັດຂອນແກ່ນ, ທ່ານ ຄຳຫຼ້າ ລໍລອນສີ ຮອງປະທານກຳມະການບໍລິຫານ ກຸ່ມບໍລິສັດ ພົງສະຫວັນ ສປປ ລາວ ແລະທ່ານ ໄມເຄິນ ອໍ ປະທານກຳມະການບໍລິຫານ ບໍລິສັດ ແມ່ຂອງກຣຸບ ປະເທດສິງກະໂປ ລົງນາມຄວາມຮ່ວມມືໃນບັນທຶກຂໍ້ຕົກລົງການສຶກສາແຜນການຈັດຕັ້ງສາຍການບິນປະຈຳ ຈັງຫວັດຂອນແກ່ນ ຂຶ້ນທີ່ຈັງຫວັດຂອນແກ່ນ.




ທ່ານ ເຂັມຊາດ ກ່າວວ່າ ການຈັດຕັ້ງສາຍການບິນປະຈຳ ຈັງຫວັດຂອນແກ່ນ ຫຼື Khonkaen Airlines ເປັນແຜນການດຳເນີນງານທີ່ສະພາການຄ້າ ຈັງຫວັດຂອນແກ່ນ ກັບກຸ່ມບໍລິສັດພົງສະຫວັນ (ລາວ) ໄດ້ດຳເນີນງານຮ່ວມກັນ ໂດຍມີບໍລິສັດແມ່ຂອງກຸບ ປະເທດສິງກະໂປ ເປັນຜູ້ທຳການສຶກສາໃນລາຍລະອຽດຂັ້ນຕອນຕ່າງໆ ໂດຍໄລຍະທຳອິດສຶກສາວ່າດ້ວຍກົດໝາຍການບິນຂອງໄທ ແລະຕ່າງປະເທດ ໃນການຂໍອະນຸຍາດການຈັດຕັ້ງສາຍການບິນ ອາດຈະຈົດທະບຽນເປັນສັນຊາດໄທ ຈາກນັ້ນຈະເຂົ້າສູ່ຂັ້ນຕອນຂອງການສຶກສາການດຳເນີນງານຂອງສາຍການບິນທັງລະບົບ ໂດຍກຸ່ມບໍລິສັດພົງສະຫວັນ ທີ່ເຮົາຮູ້ຈັກກັນໃນຊື່ ສາຍການບິນລາວເຊັນໂທຣແອລາຍ ເຮັດໜ້າທີ່ຈັດຫາເຮືອບິນມາໃຫ້ບໍລິການ ໂດຍໃນໄລຍະທຳອິດໄດ້ມີການປະສານງານໃນການຈັດຫາເຮືອບິນທີ່ມາຄັດເລືອກໃຊ້ໂບອິ້ງ 737-800 MAX ແລະ 777-300 ມາໃຫ້ບໍລິການໃນໄລຍະເລິ່ມຕົ້ນ.





ທີ່ມາ: ລາວໂພສ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.