Header Ads

ຜູ້ປະກອບການທຸລະກິດ ໂຮງແຮມ-ຣີສອດ ຮັບຟັງການເຜີຍແຜ່ ມາດຕະຖານສະຖານທີ່ຈັດງານອາຊຽນ



ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດ ໂຮງແຮມ-ຣີສອດ ໄດ້ເຂົ້າໃຈເຖິງມາດຕະຖານສະຖານທີ່ຈັດງານຂອງອາຊຽນ ທາງສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບກົມຄຸ້ມຄອງການທ່ອງ ທ່ຽວ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມມາດຕະຖານ ສະ ຖານທີ່ຈັດງານອາຊຽນ( ASEAN MICE Venue Standard ) ຂື້ນໃນຕອນເຊົ້າຂອງ ວັນທີ 21 ທັນ ວາ ນີ້ຢູ່ໂຮງແຮມ ຈິດຈະເລີນເມືອງຫຼວງ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນມາ ເພັດສາວົງ ວ່າການຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ຖວທ, ມີຫົວໜ້າພະແນກການທີ່ກ່ຽວຂ້ອງຕະ ຫຼອດຮອດຜູ້ປະກອບການທຸລະກິດໂຮງແຮມພາຍໃນເທດສະບານແຂວງຫຼວງພະບາງເຂົ້າຮ່ວມ.

ໃນພິທີ ທ່ານ ສຸລິທິບ ໝໍ່ຄູນຜົນ ຫົວໜ້າພະແນກ ຖວທ ແຂວງ ໃນນາມຕາງໜ້າເຈົ້າພາບຂອງກອງປະຊຸມ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບແຂກຜູ້ເຂົ້າຮ່ວມພ້ອມທັງຕີລາຄາສູງຕໍ່ກອງປະຊຸມ, ຈາກນັ້ນ ທ່ານ ບຸນມາ ເພັດສາວົງ ຈິ່ງໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເຜີຍແຜ່, ຄັດເລືອກ ແລະ ປະເມີນຫ້ອງປະຊຸມຢູ່ຕາມໂຮງແຮມ ແລະ ລີສອດ ຕາມມາດຕະຖານ ສະຖານທີ່ຈັດງານອາຊຽນທີ່ບັນດາສະມາຊິກອາຊຽນໄດ້ຮັບຮອງເອົາແລ້ວ ທັງນີ້ກໍ່ເພື່ອເປັນການກະກຽມສະເໜີລາຍຊື່ຜູ້ທີ່ຜ່ານການປະເມີນເພື່ອຮັບເອົາລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ, ຢູ່ທີ່ງານມະຫາກໍາທ່ອງທ່ຽວອາຊຽນ ATF 2018 ເຊິ່ງຈະຈັດຂື້ນຢູ່ ຈັ່ງຫວັດຊຽງໃໝ່ ປະເທດໄທ. ພ້ອມນີ້ທ່ານຍັງໄດ້ຮຽນຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມທັງພາກລັດ ແລະ ພາກທຸລະກິດກໍ່ຄືຜູ້ປະກອບການໂຮງແຮມ-ຣີສອດ ຈົ່ງເອົາໃຈໃສ່ຮັບຟັງ, ປະກອບຄຳເຫັນ ແລະ ເຂົ້າຮ່ວມກິດຈະ ກຳດັ່ງກ່າວ ທັງນີ້ກໍ່ເພື່ອເຮັດໃຫ້ຜູ້ປະກອບການທາງດ້ານສະຖານທີ່ຈັດກອງປະຊຸມໃນລາວໄດ້ຮັບການປັບປຸງໃຫ້ທຽບເທົ່າກັບພາກພື້ນອາຊຽນ, ສາມາດດຶງດູດຄວາມສົນໃຈແກ່ປະເທດເພື່ອນບ້ານໃນການຈັດງານຢູ່ລາວໃຫ້ມີຈຳນວນຫຼາຍຂຶ້ນ, ເວົ້າລວມ ເວົ້າສະເພາະກໍ່ແມ່ນຢູ່ພາຍໃນເມືອງຫຼວງພະບາງ ໃຫ້ນັບມື້ນັບເພີ່ມຂື້ນ ແລະ ພາຍຫຼັງສຳເລັດກອງປະຊຸມໃນຄັ້ງນີ້ ບັນດາຄະນະກຳມະການປະເມີນຜົນຂັ້ນສູນກາງຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຈະໄດ້ລົງປະເມີນຫ້ອງປະຊຸມຢູ່ຕາມໂຮງແຮມ-ຣີສອດບັນດາເປົ້າໝາຍພາຍໃນເມືອງຫຼວງພະບາງຕື່ມອີກ.


ທີ່ມາ: ຂ່າວສານຫຼວງພະບາງ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.