Header Ads

ຕັດສິນປະຫານຊີວິດຫົວໂປ່ ແລະ ຈຳຄຸກພັກພວກ ຖານຄ້າຂາຍຢາບ້າ




ໃນທ້າຍອາທິດຜ່ານມາ, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນປະຫານຊີວິດ ນາງ ແກ້ວ ອາຍຸ 50 ປີ ຢູ່ບ້ານຫ້ວຍແດນເມືອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເປັນຫົວໂປ່ໂຕການໃນການຄ້າຂາຍຢາເສບຕິດ ແລະ ຕັດສິນພັກພວກທີ່ຮ່ວມຂະບວນການນຳຜູ້ກ່ຽວຄື ທ້າວ ສອນເພັງ ອາຍຸ 25 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ຈຳຄຸກ 10 ປີ ປັບໃໝ 120 ລ້ານກີບ, ທ້າວ ສີຈັນ ອາຍຸ 28 ປີ ຢູ່ບ້ານໜອງປິງ ເມືອງຈັນທະບູລີ ຈຳຄຸກ 5 ປີ ປັບໃໝ 10 ລ້ານກີບ ແລະ ຕັດສິນ ທ້າວ ສັນຕິສຸກ ອາຍຸ 35 ປີ ຢູ່ບ້ານຫ້ວຍແດນເມືອງ 5 ປີ ປັບໃໝ 10 ລ້ານກີບ.


ໃນຫ້ອງປະຊຸມສານ ນາງ ແກ້ວ ສາລະພາບວ່າ: ເລີ່ມພົວພັນກັບຢາເສບຕິດມາແຕ່ເດືອນກຸມພາ 2016 ໂດຍຊື້ນໍາ ນາງ ຈັນເພັງ ແລະ ທ້າວ ສີຈັນ ຄັ້ງລະ 1-10 ເມັດ ແລະ ຢາໄອສ໌ຊື້ຄັ້ງລະ 4 ຖົງ, ວິທີການຊື້ແມ່ນເອົາຢາເສບຕິດມາຂາຍກ່ອນ ໄດ້ເງິນແລ້ວຈຶ່ງເອົາໄປໃຫ້ຕາມຫຼັງ, ຢາເສບຕິດທີ່ໄດ້ມາແມ່ນໃຫ້ຜົວຊື່ ທ້າວ ຄຳເຜີຍ ນຳໄປຂາຍຢູ່ແຂວງຫົວພັນ ແລະ ຂາຍໃຫ້ກັບ ທ້າວ ສັນຕິສຸກ ແລະ ທ້າວ ສອນເພັງ ຄັ້ງລະ 1-2 ມັດ, ການຕິດຕໍ່ຊື້ແຕ່ລະຄັ້ງແມ່ນ ນາງ ຈັນເພັງ ແລະ ທ້າວ ສີຈັນ ເປັນຄົນເອົາມາສົ່ງໃຫ້ຢູ່ເຮືອນເລີຍ, ມາວັນທີ 22 ພຶດສະພາ 2016 ເຈົ້າໜ້າທີ່ໄດ້ກັກຕົວ ພ້ອມທັງກວດຄົ້ນພົບຢາບ້າຈຳນວນ 4.019 ເມັດ ແລະ ຢາໄອສ໌ 4 ຖົງ ນໍ້າໜັກ 3.7 ກິໂລກຼາມ ມາດຳເນີນຄະດີ.

ທ້າວ ສອນເພັງ, ທ້າວ ສັນຕິສຸກ ສາລະພາບວ່າ: ໄດ້ເລີ່ມພົວພັນກັບຢາເສບຕິດມາແຕ່ປີ 2015 ໂດຍຊື້ມາຂາຍຄັ້ງລະ 5-10 ເມັດ. ຢາບ້າແມ່ນຊື້ນຳພັກພວກທີ່ຮ່ວມຂະບວນການນຳກັນຊື່ ທ້າວ ເສົາ, ທ້າວ ອີ ແລະ ທ້າວ ຕຸດ, ມາໃນຊ່ວງເດືອນເມສາ 2016 ໄດ້ຕິດຕໍ່ຊື້ຢາບ້ານຳ ນາງ ຈັນເພັງ ແລະ ທ້າວ ສີຈັນ ຄັ້ງລະ 1-2 ມັດ ແລະ ຍັງໄດ້ຊື້ຢາບ້ານຳ ນາງ ແກ້ວ ຄັ້ງລະ 1-5 ມັດ, ມາວັນທີ 4 ເມສາ 2016 ທ້າວ ສີຈັນ ໄດ້ເອົາຢາບ້າມາສົ່ງໃຫ້ຢູ່ເຮືອນ ພາຍຫຼັງ ທ້າວ ສີຈັນ ຂັບລົດອອກໄປ ປະມານ 20 ນາທີ ມີເຈົ້າໜ້າທີ່ເຂົ້າມາກັກຕົວ ພ້ອມທັງກວດຄົ້ນເຮືອນໄດ້ຢາບ້າ 7 ມັດ ເທົ່າກັບ 14.000 ເມັດ ແລະ ຕິດຕາມກັກຕົວ ທ້າວ ສັນຕິສຸກ ພ້ອມຂອງກາງອີກ 1 ມັດ ເທົ່າກັບ 2.000 ເມັດ ມາດຳເນີນຄະດີ.

ສ່ວນ ທ້າວ ສີຈັນ ແມ່ນພົວພັນກັບຢາເສບຕິດມາແຕ່ປີ 2016 ໂດຍເປັນຄົນຂັບລົດໃຫ້ ນາງ ຈັນເພັງ ເພາະວ່າໄປສົ່ງຢາບ້າໃຫ້ ນາງ ແກ້ວ ແລະ ທ້າວ ສອນເພັດ, ແລະ ຂາຍຢາໄອສ໌ ຈຳນວນ 4 ຖົງ ໃຫ້ກັບ ນາງ ຄຳ ອາຍຸ 55 ປີ ຢູ່ບ້ານທ່າບົກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຜ່ານມາເຄີຍຂັບລົດໄປສົ່ງຢາບ້າມາແລ້ວຫຼາຍຄັ້ງ, ຈາກນັ້ນມາວັນທີ 4 ເມສາ 2016 ທ້າວ ສອນເພັດ ໂທລະສັບມາຫາບອກວ່າ ມີໄວລຸ້ນຈຳນວນ 2 ຄົນ ຕ້ອງການຊື້ຢາບ້າຈຳນວນ 10 ມັດ ແຕ່ຢາບ້າມີພຽງ 7 ມັດ ບໍ່ພໍ 3 ມັດ ທ້າວ ສີຈັນ ຈຶ່ງບອກວ່າ ຊິພາໄປເອົານຳ ນາງ ແກ້ວ ພາຍຫຼັງ ທ້າວ ສອນເພັດ ກັບໄວລຸ້ນ ສອງຄົນມາຮອດ ກໍຖືກເຈົ້າໜ້າທີ່ກັກຕົວ

ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.