Header Ads

ໂຮງຮຽນ ມສ ວັງເປືອຍ ໄດ້ຮັບອາຄານໂຮງຮຽນປະຖົມຫຼັງໃໝ່ ໂດຍການໃຫ້ທຶນຊ່ວຍເຫຼືອຂອງ ທ່ານ ຢາມະດະ ໂກຈິ ປະທານບໍລິສັດຟໍຣໄຊທ໌ ແຫ່ງປະເທດຍີ່ປຸ່ນ



ຫ້ອງການສຶກສາທິການ ແລະ ກິລາເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ຂອງ ໂຮງຮຽນ ມສ ວັງເປືອຍ, ຊື່ງພິທີໄດ້ມີຂຶ້ນໃນລະຫວ່າງຕົ້ນເດືອນພະຈິກ 2017, ໂດຍການເປັນປະທານຂອງ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ, ມີ ທ່ານ ຄຳໄຫຼ ພົມວິຈິດ ຮອງເຈົ້າເມືອງໆເລົ່າງງາມ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມເມືອງ, ມີ ທ່ານ ຢາມາດາໂກຈິ ປະທານບໍລິສັດພໍຣໄຊ ແຫ່ງປະເທດຢີ່ປຸ່ນ, ມີບັນດາຂະແໜງການອ້ອມຂ້າງເມືອງ, ອຳນາດການປົກຄອງບ້ານ ຕະຫຼອດຮອດຄູອາຈານ, ນັກຮຽນ ແລະປະຊາຊົນເຂົ້າຮ່ວມ.




 
ທ່ານ ວິໄຊ ແສນທະວີສຸກ ຜູ້ອຳນວຍການໂຮງຮຽນ ມ.ສ ວັງເປືອຍ ໄດ້ຜ່ານບົດລາຍງານກ່ຽວກັບການກໍ່ສ້າງໂຮງຮຽນ ມ.ສ ວັງເປືອຍ ຊື່ງໄດ້ເລີ່ມລົງມືປະຕິບັດມາແຕ່ວັນທີ 1 ກຸມພາ 2017 ແລະໄດ້ສຳເລັດລົງໃນລະຫ່າງຕົ້ນເດືອນສິງຫາ 2017 ນີ້ ໄລຍະການກໍ່ສ້າງ 6 ເດືອນ, ເປັນອາຄານຊັ້ນດຽວ 1 ຫຼັງ, ມີ 6 ຫ້ອງຮຽນ, ກໍ່ດ້ວຍດິນຈີ່ ແລະມຸງດ້ວຍສັງກະສີ, ມີລວງຍາວ 24 ແມັດ, ກວ້າງ 9 ແມັດ, ມີຫ້ອງນໍ້າ 1 ຫຼັງ, ມີ 3 ຫ້ອງ ແລະອ່າງເກັບນໍ້າ, ມີມູນຄ່າທັງໝົດ 484 ລ້ານກວ່າກີບ ແລະຊຸມຊົນກໍ່ໄດ້ປະກອບສ່ວນເປັນແຮງງານ ແລະວັດຖຸຈຳນວນໜຶ່ງ, ໂດຍໄດ້ຮັບທຶນສະໜັບສະໜູນຈາກບໍລິສັດ ພຣໍໄຊ ແຫ່ງປະເທດຢີ່ປຸ່ນ. ໃນພິທີຄັ້ງນີ້ກໍ່ໄດ້ມີການມອບ-ຮັບ, ໃຫ້ກຽດມອບໂດຍ: ທ່ານ ທ່ານ ຢາມາດາໂກຈິ ປະທານບໍລິສັດພໍຣໄຊ ແຫ່ງປະເທດຢີ່ປຸ່ນ, ຮັບໂດຍ: ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ແລະໄດ້ມອບຕໍ່ໃຫ້ອຳນາດການປົກຄອງບ້ານ ແລະປະຊາຊົນໃນບ້ານດັ່ງກ່າວ ເປັນຜູ້ປົກປັກຮັກສາ ແລະນຳໃຊ້ໃຫ້ເກີດປະໂຫຍດສູງສຸດຕໍ່ລູກຫຼານໃນອະນາຄົດ. ພ້ອມນີ້, ຍັງໄດ້ມີການມອບອຸປະກອນການຮຽນ, ເຄື່ອງຫຼີ້ນກິລາຈຳນວນໜຶ່ງຕື່ມອີກໃຫ້ກັບໂຮງຮຽນ ມສ ວັງເປືອຍ.

ທ້າຍນີ້ ທ່ານ ພູທົງ ຄຳມະນີວົງ ຍັງໄດ້ກ່າວຍ້ອງຍໍ, ຊົມເຊີຍຕໍ່ການຊ່ວຍເຫຼືອ, ສົ່ງເສີມໃນວຽກງານສຶກສາ, ທີ່ຍາມໃດອົງການ ແລະບໍລິສັດຕ່າງໆຈາກປະເທດຢີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອຕະຫຼອດມາໃນຂອບເຂດທົ່ວແຂວງເວົ້າລວມ, ເວົ້າສະເພາະກໍ່ຄື ການກໍ່ສ້າງອາຄານຮຽນ ໂຮງຮຽນ ມສ ວັງເປືອຍ ຈົນສຳເລັດ ແລະມີຄວາມໝາຍ, ຄວາມສຳຄັນຢ່າງຍິ່ງຕໍ່ກັບວຽກງານການສຶກສາ, ທີ່ເປັນກຸນແຈພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ ແລະເພື່ອປະຕິບັດໃຫ້ບັນລຸຕາມເປົ້າໝາຍສະຫັດສະວັດດ້ານການພັດທະນາ, ລືບລ້າງຄວາມບໍ່ຮູ້ໜັງສືໃຫ້ດີຂຶ້ນເທື່ອລະກ້າວ ແລະຮັກສາມູນເຊື້ອສາມັກຄີຮັກແພງການຊ່ວຍເຫຼືອອັນດີງາມລະຫວ່າງສອງຊາດ ລາວ-ຢີ່ປຸ່ນໃຫ້ໝັ້ນຄົງ. ຈາກນັ້ນກໍ່ໄດ້ມີການຕັດແຖບຜ້າ ແລະເປີດແຜ່ນປ້າຍມອບ-ຮັບຢ່າງເປັນທາງການ.



ຂ່າວ: ພອນໄຊ ແກ້ວມະນີ | ພາບ: ແຫຼງຄຳ ບຸດນາໂຄກ (ໜັງສືພິມສາລະວັນ)

No comments

Powered by Blogger.