Header Ads

ລັດເລັ່ງແກ້ໄຂບັນຫາໜີ້ສາທາລະນະ ເພື່ອຄວາມສອດຄ່ອງດ້ານການເງິນ



ອີງຕາມການລາຍງານຂອງ ນສພ ວຽງຈັນໃຫມ່ ວ່າ: ໜີ້​ສິນ​ສາທາລະນະ ຫຼື NPL ແມ່ນ​ໜີ້​ສິນ​ທີ່​ເກີດ​ຂຶ້ນ​ຈາກ​ການ​ກູ້​ຢືມການ​ອອກ​ພັນທະບັດ ການຄໍ້າປະກັນ​ການ​ກູ້​ຢືມ ແລະ ການຄໍ້າປະກັນ​ການ​ຊຳລະ​ຂອງ​ລັດ​ຖະບານ ໂດຍ​ໃນ​ໄລຍະ​ຜ່ານ​ມາ ລັດຍັງ​ບໍ່​ທັນ​ມີ​ນິຕິ​ກຳ​ສະເພາະ​ໃນການ​ຄຸ້ມ​ຄອງ​ບັນຫາ​ໜີ້​ດັ່ງກ່າວ ອີງໃສ່​ພຽງ​ບາງ​ມາດຕາ​ຂອງ​ກົດໝາຍວ່າ​ດ້ວຍ​ງົບປະມານ​ແຫ່ງລັດ ແລະ ກົດໝາຍ​ການ​ລົງທຶນຂອງ​ລັດ ດຳລັດ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ນຳ​ໃຊ້​ທຶນ​ຊ່ວຍເຫຼືອທາງ​ການ ເພື່ອ​ການ​ພັດທະນາ ເຊິ່ງ​ນັ້ນ​ມັນ​ບໍ່​ສາມາດ​ຕອບ​ສະໜອງ​ການຈັດຕັ້ງ​ປະຕິບັດ​ວຽກງານ​ຄຸ້ມ​ຄອງ​ໜີ້​ສິນ​ສາທາລະນະ ໃຫ້​ມີ​ຄວາມ​ເໝາະ​ສົມ ແລະ ປອດ​ໄພ​ໄດ້​ໃນ​ໄລຍະ​ຍາວ​ເທົ່າ​ທີ່ຄວນ.

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີກະຊວງ​ການ​ເງິນ ໄດ້​ນຳ​ເອົາ​ຮ່າງກົດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງໜີ້​ສິນ​ສາທາລະນະ ເຊິ່ງ​ເປັນ​ກົດໝາຍ​ສ້າງ​ໃໝ່ ເຂົ້າ​ລາຍ​ງານ​ໃນກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ວັນ​ທີ 6 ພະຈິກ 2017 ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ (ຫຼັກ 6) ເພື່ອ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ພິຈາລະນາ​ພາຍຫຼັງ ທ່ານ​ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ​ການ​ເງິນ ລາຍ​ງານ​ກ່ຽວກັບ​ຄວາມ​ເປັນ​ມາບັນດາ​ເຫດຜົນ ແລະ ຄວາມ​ຈຳເປັນລວມ ທັງ​ສະພາບການ​ກະກຽມໃນ​ການ​ສ້າງ​ຮ່າງ​ກົດໝາຍວ່າດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສິນ​ສາ​ທາລະນະ​ແລ້ວ ບັນດາ ​ສສຊ ປະກອບ​ຄຳ​ຄິດ​ເຫັນໃສ່​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ເພື່ອ​ເຮັດ​ໃຫ້​ກົດໝາຍ​ມີຄວາມ​ຖືກຕ້ອງ ສົມບູນ ແລະ ສອດຄ່ອງ​ກັບ​ສະພາບ​ການ​ພັດທະ​ນາ​ເສດຖະກິດ-ສັງຄົມຂອງປະເທດ ກໍ່​ຄືພາກ​ພື້ນ.

ຜ່ານ​ການ​ປະກອບ​ຄຳ​ເຫັນ​ທີ່ກົງ​ໄປ​ກົງ​ມາ ແລະ ມີ​ຄວາມ​ຮັບຜິດ​ຊອບ​ສູງ​ໃສ່​ຮ່າງ​ກົດໝາຍວ່າດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສິນ​ສາ​ທາລະນະ ທີ່​ປະກອບ​ມີ 14 ພາກ 4 ໝວດ ແລະ 70 ມາດຕາ ບັນດາ ​ສສຊ ຍັງ​ບໍ່​ເຫັນ​ດີ​ຮັບຮອງ​ເອົາ​ກົດໝາຍ​ສະບັບ​ນີ້​ດ້ວຍ​ຄະແນນ​ສຽງສ່ວນ​ຫຼາຍ ເພື່ອ​ໃຫ້​ພາກສ່ວນກ່ຽວຂ້ອງ ສືບຕໍ່​ນຳໄປ​ປັບປຸງ​ແກ້ໄຂໃຫ້​ມີ​ຄວາມ​ຖືກຕ້ອງ ແລະ ເໝາະ​ສົມ​ທີ່​ສຸດ.


ຂ່າວ: ນສພ ວຽງຈັນໃຫມ່
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.