Header Ads

ສາທານະຄອນຫລວງລົງກວດກາໂຮງງານນໍ້າດື່ມເພື່ອຕ້ອນຮັບປີທ່ອງທ່ຽວລາວ





ເພື່ອຕ້ອນຮັບປີທ່ອງທ່ຽວ ລາວ 2018 ບັນຍາກາດເບີກ ບານມ່ວນຊື່ນ ແລະ ປອດໄພ ແກ່ ນັກທ່ອງທ່ຽວ, ວັນທີ 6 ພະຈິກນີ້, ພະແນກສາທານະຄອນຫລວງ ວຽງຈັນ ຈຶ່ງໄດ້ລົງກວດກາຄຸນ ນະພາບຂອງໂຮງງານນ້ຳດື່ມ ແລະ ຜູ້ຜະລິດນໍ້າກ້ອນໃຫ້ມີ ຄຸນນະພາບ ແລະ ປອດໄພ ທ່ານ ດຣ ພອນປະເສີດ ອານຸພົນ ຫົວໜ້າພະແນກສາທານະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ປີ ທ່ອງທ່ຽວລາວ ໄດ້ເປີດຂຶ້ນຢ່າງ ເປັນທາງການເມື່ອບໍ່ດົນມານີ້, ແລະ ເພື່ອໃຫ້ມີບັນຍາກາດເບີກ ບານມ່ວນຊື່ນ, ແລະ ຮັບປະກັນ ຄວາມປອດໄພແກ່ນັກທ່ອງ ທ່ຽວສະນັ້ນ ຈຶ່ງໄດ້ຈັດສົ່ງພະນັກ ງານລົງກວດກາໂຮງງານນໍ້າ ກ້ອນ ແລະ ນຊ້າດື່ມ ເພື່ອຮັບປະ ກັນຄວາມປອດໄພ, ເພາະຜ່ານ ມາເຫັນວ່າ:


ມີຜູ້ຜະລິດນໍ້າບາງ ແຫ່ງຂາດຄວາມສະອາດ, ບໍ່ໄດ້ ມາດຕະຖານ, ສົ່ງຜົນກະທົບໃຫ້ ຜູ້ບໍລິໂພກ, ສະນັ້ນ ຈຶ່ງໄດ້ເລັ່ງ ກວດກາ ພ້ອມບັນດາຮ້ານອາ ຫານ ແລະ ຂອງກິນສຸກຂາຍ ໃນທ້ອງຕະຫລາດ, ໃຫ້ຮັກ ສາຄວາມສະອາດແນໃສ່ຮັບ ປະກັນໃຫ້ຜູ້ບໍລິໂພກມີຄວາມ ປອດໄພ.



ພາບ ແລະ ຂ່າວ:ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.