Header Ads

ປກສ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 200 ເມັດ


ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງອະນຸວົງ ໄດ້ສົມທົບກັບ ປກສ ບໍລິການປະຊາຊົນກຸ່ມບ້ານໆທົ່ງຄູນ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ 200 ເມັດ ໃນທ້າຍເດືອນຕຸລາ 2017 ໄປດຳເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງອະນຸວົງ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 23 ຕຸລາ 2017 ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີບຸກຄົນບໍ່ດີລັກລອບເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານທົ່ງຄູນ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບ ປກສ ບໍລິການປະຊາຊົນກຸ່ມບ້ານທົ່ງຄູນ ແກ້ໄຂເປົ້າໝາຍ ສາມາດກັກຕົວ ທ້າວ ຈົວລີ ອາຍຸ 34 ປີ ຢູ່ບ້ານທົ່ງຄູນ ເມືອງອະນຸວົງ ແຂວງໄຊສົມບູນ ພ້ອມຢາບ້າຈຳນວນ 1 ຖົງ ເທົ່າກັບ 200 ເມັດ ແລະ ໂທລະສັບ 1 ເຄື່ອງ. ຜ່ານການສອບສວນໃນເບື້ອງຕົ້ນ ທ້າວ ຈົວລີ ສາລະພາບວ່າ: ຜູ່ກ່ຽວໄດ້ເລີ່ມເສບຢາບ້າແຕ່ປີ 1998 ເສບຄັ້ງລະ 1-2 ເມັດ ເຊິ່ງຢາບ້າທີ່ນໍາມາເສບໃນແຕ່ລະຄັ້ງ ແມ່ນຊື້ມາຈາກຂະບວນການເສບຢາບ້າຢູ່ບ້ານທົ່ງຄູນ. ມາປີ 2010 ກໍເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ, ຢາບ້າທີ່ນໍາມາຂາຍ ແມ່ນຊື້ນໍາຜູ້ຮ່ວມຂະບວນການນຳກັນ ຄັ້ງລະ 1-2 ຖົງ ເທົ່າກັບ 200-400 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວກໍນໍາໄປຂາຍໃຫ້ກັບ ທ້າວ ເຊັ່ງລໍ ບ້ານພູ ຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ແລະ ໄວລຸ້ນກຸ່ມເສບຢາບ້າພາຍໃນບ້ານ ແລະ ນໍາມາແບ່ງເສບຈໍານວນໜຶ່ງ.
ມາວັນທີ 18 ຕຸລາ 2017 ຜູ້ກ່ຽວໄດ້ໄປຊື້ຢາບ້ານຳທ້າວ ຫວາຈົງ ຈຳນວນ 1 ຖົງ ເທົ່າກັບ 200 ເມັດ ຢູ່ບ້ານ 516 ເມືອງລ່ອງຊານ. ພາຍຫຼັງໄດ້ຢາບ້າມາແລ້ວກໍນໍາເອົາມາລວມກັນກັບຢາບ້າທີ່ເຫຼືອຈາການຂາຍໃນຄັ້ງກ່ອນ ຈໍານວນ 116 ເມັດ ເປັນ 616 ເມັດ. ຫຼັງຈາກນັ້ນ, ມາວັນທີ 20 ຕຸລາ 2017 ຜູ້ກ່ຽວຈະນໍາຢາບ້າໄປຂາຍໃຫ້ກັບທ້າວ ເຊັ່ງລໍ ບ້ານພູຫົວຊ້າງ ເມືອງອະນຸວົງ ທີ່ບ້ານພັກແຮງໜຶ່ງທີ່ບ້ານນໍ້າໂມ ແລ້ວກໍຖືກກັກຕົວ ພ້ອມຂອງກາງຢາບ້າຈຳນວນ 1 ຖົງ ເທົ່າກັບ 200 ເມັດ.
ແຫຼ່ງຂ່າວ:   ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________ 

No comments

Powered by Blogger.