Header Ads

ເຊກອງ ຍົກລະດັບຄວາມຮູ້ດ້ານການບໍລິການໃຫ້ບັນດາຜູ້ປະກອບການໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານ




ແຂວງເຊກອງ : ພິທີຈັດຝຶກອົບຮົມວຽກງານການບໍລິການໃຫ້ບັນດາຜູ້ປະກອບການໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 14 ພະຈິກ 2017 ນີ້ ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ເຊກອງ,ໂດຍການເປັນປະທານຂອງທ່ານ ຄໍາໄມ ດວງກັນຍາ ຄະນະກໍາມະການຈັດງານປີທ່ອງທ່ຽວລາວ 2018 ຂັ້ນແຂວງ, ເຊກອງ ເຂົ້າຮ່ວມມີທ່ານຫົວໜ້າ-ຮອງຫ້ອງການທ່ອງທ່ຽວແຂວງ ພ້ອມດ້ວຍບັນດາຜູ້ປະກອບການທຸລະກິດໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານ ອ້ອມຂ້າງແຂວງ.



ໃນພິທີ ທ່ານ ຄໍາໄມ ດວງກັນຍາ ຄະນະກໍາມະການຈັດງານປີທ່ອງທ່ຽວລາວ 2018 ຂັ້ນແຂວງ ໄດ້ມີຄໍາເຫັນກ່າວເປີດພິທີວ່າ: ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ປະເທດລາວເຮົາກໍ່ແມ່ນປະເທດໜຶ່ງທີ່ເປັນສະມາຊິກປະຊາຄົມເສດຖະກິດອາຊຽນແລ້ວ, ພວກເຮົາຕ້ອງພາກັນພັດທະນາປະເທດຊາດໃຫ້ທັນກັບປະເທດອື່ນໆ ໂດຍສະເພາະແມ່ນການບໍລິການດ້ານຕ່າງໆໃຫ້ມີຄຸນນະພາບມາດຕະຖານສາກົນ ແລະເປັນທີ່ຍອມຮັບຂອງຜູ້ມາໃຊ້ບໍລິການ. ສະນັ້ນ ວຽກງານພັດທະນາຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວກໍ່ເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນໃນການພັດທະນາການທ່ອງທ່ຽວ ເພາະບັນດາປະເທດສະມາຊິກອາຊຽນແມ່ນເຫັນດີເປັນເອກະພາບຕໍ່ວຽກງານການທ່ອງທ່ຽວວ່າ ເປັນຂະແໜງການເສດຖະກິດໜຶ່ງທີ່ມີທ່າແຮງໃນການພັດທະນາເສດຖະກິດ-ສັງຄົມພາຍໃນແຕ່ລະປະເທດສະມາຊິກອາຊຽນໃຫ້ມີຄວາມຍືນຍົງ.



ສໍາລັບຂະແໜງວິຊາທີ່ນໍາມາຍົກລະດັບໃນຄັ້ງນີ້ມີຢູ່ 4 ຂະແໜງວິຊາການຄື: ວິຊາການບໍລິການພາກສ່ວນໜ້າ ເຊິ່ງຈະໄດ້ ຮຽນຮູ້ຄວາມຮູ້ພື້ນຖານກ່ຽວກັບການພັກແຮມ ແລະ ອື່ນໆ, ມະນຸດສໍາພັນ ແລະ ຄວາມຮູ້ທົ່ວໄປກ່ຽວກັບອຸດສາຫະກໍາການທ່ອງທ່ຽວ; ຂະແໜງວິຊາການແມ່ເຮືອນ ໄດ້ຮຽນຮູ້ກ່ຽວກັບໜ້າທີ່ຄວາມຮັບຜິດຊອບຂອງຂະແໜງວິຊາການແມ່ເຮືອນ, ຄຸນສົມບັດຂອງພະນັກງານຂະແໜງແມ່ເຮືອນ, ຮັກສາຄວາມສະອາດຫ້ອງນອນຂອງແຂກ ແລະ ບໍລິເວນຫ້ອງນໍ້າ, ລໍ້ໃສ່ເຄື່ອງອຸປະກອນຮັກສາຄວາມສະອາດ, ຮຽນຮູ້ການຫຍິບຜ້າປູໂຕະ ແລະ ການເຮັດດອກໄມ້ ດ້ວຍສະບູ ແລະ ແປ້ງ; ຂະແໜງວິຊາປຸງແຕ່ງອາຫານລາວ ຈະໄດ້ຮຽນຮູ້ກ່ຽວກັບອາຫານ, ວິທີຮັກສາຄວາມສະອາດຮ້ານອາຫານໃຫ້ມີຄວາມປອດໄພ, ຕົບແຕ່ງຈານໃຫ້ມີຄວາມສວຍງາມ, ຮຽນຮູ້ວິທີເລືອກຊື້ວັດຖຸດິບ ແລະ ການເກັບຮັກສາ ແລະ ການເຮັດອາຫານປະເພດຕ່າງໆ; ຂະແໜງວິຊາການບໍລິການອາຫານ ແລະ ເຄື່ອງດື່ມ ຈະໄດ້ຮຽນຮູ້ຄວາມຮູ້ທົ່ວໄປກ່ຽວກັບການບໍລິການອາຫານ ແລະ ເຄື່ອງດື່ມ, ຮຽນຮູ້ວິທີພັບຜ້າເຊັດມື, ຮຽນຮູ້ວິທີປະສົມເຫຼົ້າຄ໋ອກເທວ, ວິທີຕ້ອນຮັບລູກຄ້າ ແລະ ການສັ່ງອາຫານ, ວິທີກະກຽມເຄື່ອງມື ແລະ ອຸປະກອນຮັບໃຊ້ການເຮັດອາຫານ, ເຄື່ອງດື່ມ ແລະ ຮຽນຮູ້ວິທີການເສີບອາຫານ ແລະ ອື່ນໆ. ໂດຍທັງໝົດນີ້ແມ່ນຈະໄດ້ຮັບການຍົກລະດັບຈາກບັນດານັກວິທະຍາກອນທີ່ມີຄວາມຮູ້ປະສົບການສູງຈາກ ຫ້ອງການ ຖວທ ແຂວງເຊກອງ ເຊິ່ງຈະໃຊ້ເວລາຢູ່ 2 ວັນ ຈິ່ງຈະສໍາເລັດ.


ທັງນີ້, ກໍ່ເພື່ອເປັນການຮັບປະກັນວຽກງານພັດທະນາຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ ກໍ່ຄືບັນດາຜູ້ປະກອບການທທຸລະກິດໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານ ໃຫ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍໜ້າວຽກຂອງຕົນໄດ້ດີເທົ່າທີ່ຄວນ ເພື່ອດຶງດູດນັກທ່ອງທ່ຽວ ກໍ່ຄືຜູ້ມາໃຊ້ບໍລິການ ໄດ້ມາຊື້, ຊີມ, ຊົມ ແລະ ຢາກກັບມາໃຊ້ບໍລິການອີກເທື່ອໃໝ່.


ຂ່າວ-ພາບ: ນາລີວັນ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.