Header Ads

ສູນກາງແນວລາວສ້າງຊາດ ໄດ້ຮັບເຄື່ອງຊ່ວຍເຫລືອ ມູນຄ່າ 20.000 ໂດລາ ຈາກອົງການຢູນີເຊັບ




ໃນວັນທີ 14 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ, ອົງການ ຢູນີເຊັບ ໄດ້ນຳເອົາອຸປະກອນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໂຄສະນາ ແລະການປຸກລະດົມສັງຄົມ ກ່ຽວກັບສິດທິເດັກ ມູນຄ່າ 20.000 ໂດລາ ຫລື ປະມານ 166 ລ້ານກີບ ໃຫ້ ສູນກາງແນວລາວສ້າງຊາດ. ໃຫ້ກຽດເຂົ້າຮ່ວມພິທີມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້, ມີທ່ານ ມິໂອ ຊີນ ຢຸນ, ວ່າການຫົວໜ້າອົງການ ສປຊ ສໍາລັບເດັກ, ທ່ານຈັນເພັງ ສຸດທິວົງ, ຫົວຫນ້າຫ້ອງການ ສູນກາງແນວລາວສ້າງຊາດ, ທ່ານສົມສະຫວາດ ພົງສາ, ຮອງຫົວຫນ້າກົມສື່ມວນຊົນ ກະຊວງ ຖະແຫລວງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສັງຂານ ຈູມຄໍາພັນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ອາໂສກະ ລາດຊະພົນ, ຫົວຫນ້າພະແນກອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາພະນັກງານທີ່ກ່ຽວຂ້ອງ.



ອຸປະກອນທີ່ນຳມາມອບໃນຄັ້ງນີ້ປະກອບດ້ວຍ: ຄອມພິວເຕີຫ້ອງການ, ຄອມພິວເຕີແບບພົກພາ (ຫລື ແລັບທອບ), ເຄື່ອງພິມທັນສະໄຫມທີ່ສາມາດສະແກນເອກະສານ ແລະ ສົ່ງທາງອີແມວໄດ້, ກ້ອງຖ່າຍຮູບ ແລະ ກ້ອງຖ່າຍວີດີໂດ ທີ່ມີຄຸນນະພາບສູງ, ເຄືອງອັດສຽງສຳລັບສຳພາດຂ່າວ, ເຄື່ອງສາຍໂປຣເຈັກເຕີ (LCD Projector), ແລະ ໂດຣນ ທີ່ສາມາດບິນຖ່າຍຮູບ (drone with camera) ພ້ອມດ້ວຍ ອຸປະກອນຮັບໃຊ້ຫ້ອງການອີກຈຳນວນໜຶ່ງ.



ບັນດາອຸປະກອນເຫລົ່ານີ້ ແມ່ນຈະນໍາໃຊ້ເຂົ້າໃນ ການໂຄສະນາ, ການຝຶກອົບຮົມ, ການລົງເຄື່ອນໄຫວ ປຸກລະດົມ ຊຸມຊົນ, ການຜະລິດຂ່າວຫນັງສືພິມ, ໂທລະພາບ ແລະ ວິທະຍຸ ເພື່ອສົ່ງເສີມວຽກງານບູລິມະສິດ ຂອງລັດຖະບານ ແລະ ອົງການຢູນີເຊັບ ເຊັ່ນ:ວຽກງານໂພຊະນາການ, ວຽກງານສັກຢາກັນພະຍາດ, ການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ການສຶກສາສຳລັບເດັກກ່ອນໄວຮຽນ, ການຢຸດຕິການຖ່າຍສະຊາຍ, ແລະ ບັນຫາອື່ນໆ. ພ້ອມນີ້ ກໍ່ຍັງເປັນການສົ່ງເສີມການມີສ່ວນຮ່ວມຂອງໄວຫນຸ່ມ ຜ່ານໂຄງການສື່ໄວຫນຸ່ມ ໃນ 18 ແຂວງ ຂອງລາວ.


ສູນກາງແນວລາວສ້າງຊາດ, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ອົງການຢູນີເຊັບ ຈະເຮັດວຽກຮ່ວມກັນຢ່າງໃກ້ສິດ ໃນການເຂົ້າເຖິງປະຊາຊົນ ເຂດທຸລະກັນດານ ແລະ ດ້ອຍໂອກາດ ແລະ ໃນເຂດຊົນເຜົ່າຕ່າງໆ ຕາມພາລະບົດບາດ ຂອງ ສູນກາງແນວລາວສ້າງຊາດ ແລະ ພັນທະຫນ້າທີ່ ຂອງລັດຖະບານ ແລະ ອົງການຢູນີເຊັບ ເພື່ອສົ່ງເສີມການຢູ່ລອດ, ການພັດທະນາ, ການມີສ່ວນຮ່ວມ ແລະ ການປົກປ້ອງ ເດັກທຸກຄົນ ໃນ ລາວ.

ພາບ ແລະ ຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.