Header Ads

ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ກັບຄອບຄົວພົນ​ເສນາ




ວັນ​ທີ 14 ພະຈິກ​ນີ້ ຢູ່​ໂຮງ​ແຮມ​​ທີ່​​ເປັນ​ບ່ອນ​ພັກ​ໃນນະຄອນຫຼວງວຽງ​ຈັນ, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານປະ​ເທດ​ຈີນ ​ໄດ້​ຕ້ອນຮັບການ​ເຂົ້າຢ້ຽມ​ຄຳນັບ​ຂອງຄອບຄົວພົນ​ເສນາ​.



ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ​ໄດ້​ມາ​ພົບ​ກັບ​ເພື່ອນ​ຮ່ວມ​ຮຽນ ທັງ​ເປັນ​ເພື່ອນ​ເກົ່າ​ອີກ​ຄັ້ງຫຼັງ​ຜ່ານ​ໄປ 7 ປີ ແລະ​ກໍ​ຮູ້ສຶກ​ດີ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ເຫັນ​ບັນດາ​ທ່ານ​ມີສຸຂະພາບ​ແຂງ​ແຮງ ແລະ​ຄອບຄົວ​ກໍ​ມີ​ຄວາມສຸກ. ຄອບຄົວ​ພົນ​ເສນາ ​ແມ່ນ​ເພື່ອນ​ມິດ​​ເກົ່າ ​ແລະ ເປັນ​ເພື່ອນ​ມິດທີ່​ດີຂອງ​ຈີນ. ຢ່າງ​ໃດ​ກໍ​ຕາມ ​ໃນຫຼາຍປີຜ່ານມາ, ບັນດາ​ທ່ານ​ກໍ​ພະຍາຍາມ​ເພື່ອ​ປະກອບສ່ວນ​ໃນພາລະກິດ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ
​ໂດຍ​ປະຕິບັດຕາມ​ໜ້າ​ທີ່​ຕຳ​ແໜ່​ງຂອງ​ຕົນ. ຫວັງ​ວ່າ​ບັນດາ​ທ່ານ​ຈະ​ສືບ​ຕໍ່​ສຸມ​ຈິດ​ໃຈ​ເພື່ອ​ພາລະກິດ​ດັ່ງກ່າວ ​ແລະ ອົບຮົມ​ບອກສອນ​ຮຸ່ນລູກຮຸ່ນຫຼານ​ໃຫ້​ເປັນ​ຜູ້​ສືບ​ທອດ​ພາລະກິດ​ດັ່ງກ່າວ ເພື່ອ​ໃຫ້ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ.

ບັນດາ​ເພື່ອນ​ມິດ​​ໃນ​ຄອບຄົວ​ພົນ​ເສນາທີ່​ໄດ້​ພົບ​ກັບ​ທ່ານ​ສີ​ຈິ້ນ​ຜິ​ງ ຕ່າງກໍ​ຮູ້ສຶກ​ຕື້ນ​ຕັນ​ໃຈຫຼາຍແລະ​ກ່າວ​ວ່າ: ​ໃນ​ຖານະ​ເປັນ​ເພື່ອນ​ຮ່ວມ​ຮຽນ,
ພວກ​ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ການ​ພັດທະນາ​ຂອງ​ຈີນ​ມາ​ໂດຍ​ຕະຫຼອດ ແລະ​ຮູ້ສຶກ​ດີ​ໃຈຫຼາຍທີ່​​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງພັກ​ກອມ​ມູນິດ​ຈີນ​​ອີກ​ວາລະ​ໜຶ່ງ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງພັກ​ກອມມູນິດ​ຈີນ​ຄັ້ງທີ 19. ​ເຖິງ​ວ່າ​ປັດຈຸບັນ ສະມາຊິກ​​ໃນ​ຄອບຄົວ​ພວກ​ຂ້າພະ​ເຈົ້າ​ດຳລົງ​ຕຳ​ແໜ່​ງ​ແຕກຕ່າງກັນ​ກໍ​ຕາມ, ແຕ່​ກໍ​ຈະ​ບໍ່​ປ່ຽນ​ແປງຈິດ​ໃຈ​ແຕ່​ປະການ​ໃດ ​ແລະ ຈະຈົດ​ຈຳ​ພາລະ​ກຳ​ຂອງ​ຕົນ ເພື່ອ​ປະກອບສ່ວນ​​ເຂົ້າໃນ​ການຈັດຕັ້ງປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງ​ຜູ້ນຳ​ສອງ​ພັກ-ສອງ​ລັດ ແລະ​ປັບປຸງ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.
ພາບ ແລະ ຂ່າວ: ຊີອາໄອ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.