Header Ads

ຈຸດເລີ່ມຕົ້ນຂອງຜູ້ຈໍາໜ່າຍສ່ວນໃຫຍ່ແມ່ນເຄີຍມີພຶດຕິກຳເສບມາກ່ອນ ແລ້ວຫັນໄປສູ່ການຄ້າ-ຂາຍຢາເສບຕິດ



ຈຸດເລີ່ມຕົ້ນຂອງຜູ້ລັກລອບຊື້-ຂາຍຢາເສບຕິດ ສ່ວນໃຫຍ່ແມ່ນເຄີຍມີພຶດຕິກຳເສບມາກ່ອນ ກໍລະນີຫາເງິນບໍ່ທັນ ກໍຈຳເປັນຕ້ອງຫັນໄປເປັນຜູ້ຂາຍ ເພື່ອເອົາສ່ວນເກີນມາເສບໄປວັນໆ, ທ້າວຊິກ ຫຼື ອ້າຍ ອາຍຸ 18 ປີ ພັກເຊົາຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນຜູ້ຕົກເປັນທາດຂອງຢາເສບຕິດ ໂດຍເລີ່ມຕົ້ນຈາກການເປັນຜູ້ເສບ ແລ້ວເປັນຜູ້ຂາຍ, ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັບຕົວໃນວັນທີ 27 ຕຸລາ 2017 ພ້ອມຂອງກາງຢາບ້າເກືອບ 2.000 ເມັດ ໄປດຳເນີນຄະດີ.

ເຈົ້າໜ້າທີ່ໜ່ວຍງານຕຳຫຼວດສືບສວນ-ສອບສວນ ປກສ ເມືອງນາຊາຍທອງ ກ່າວວ່າ: ກ່ອນຈັບຕົວຜູ້ກ່ຽວໄດ້ ແມ່ນໄດ້ຮັບລາຍງານຈາກປະຊາຊົນວ່າ ຜູ້ກ່ຽວໄດ້ເຄື່ອນໄຫວລັກລອບເສບຢາບ້າ, ພ້ອມທັງເປັນຜູ້ຈຳໜ່າຍໃຫ້ບັນດາໄວລຸ້ນພາຍໃນຂອບເຂດບ້ານ; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງເຂົ້າຕິດຕາມ ຜ່ານການຕິດຕາມຮອດວັນທີ 27 ຕຸລາ 2017 ໄດ້ສືບຮູ້ວ່າຜູ້ກ່ຽວກຳລັງເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ ໂດຍນັດພົບກັນຢູ່ເຂດສະໜາມກິລາແຫ່ງຊາດ ( ຫຼັກ 16 ); ຈາກນັ້ນ, ຈຶ່ງນຳກຳລັງລົງຕິດຕາມ ຮອດເວລາ 14:00 ໂມງ ເຫັນເປົ້າໝາຍຈຶ່ງເຂົ້າສະແດງຕົວກວດຄົ້ນ ພົບຢາບ້າຈຳນວນ 1.791 ເມັດ ມາສອບສວນ.
ທ້າວ ຊິກ ຫຼື ອ້າຍ ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ກ່ອນຈະມາຈຳໜ່າຍຢາເສບນັ້ນ ແມ່ນໄດ້ເລີ່ມເສບນຳໝູ່ ຈຳນວນ 2-3 ຄັ້ງ; ຈາກນັ້ນ, ກໍໄດ້ພົວພັນຢາເສບຕິດມາຕະຫຼອດ ຢາບ້າທີ່ນຳມາເສບແມ່ນໄດ້ຊື້ນຳໄວລຸ້ນ ຄັ້ງລະ 1-2 ເມັດ ແລະ ຍັງເຄີຍຊື້ຢາບ້ານຳທ້າວ ນູຢ່າງ ຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ຈຳນວນ 4 ຄັ້ງ ຄື: ຄັ້ງທຳອິດແມ່ນຊື້ຈຳນວນ 5 ຖົງ ຖົງລະ 200 ເມັດ, ຈຸດຊື້-ຂາຍແມ່ນຢູ່ເສັ້ນທາງບ້ານປາກຊາບ ເມືອງໄຊທານີ, ຄັ້ງທີ 2 ຊື້ຈຳນວນ 5 ຖົງ, ຄັ້ງທີ 3 ຊື້ຈຳນວນ 3 ມັດ ເທົ່າກັບ 6.000 ເມັດ ແລະ ຄັ້ງທີ 4 ຈຳນວນ 3 ມັດ ຢາບ້າທີ່ຊື້ມາແມ່ນໄດ້ເອົາໄປຂາຍໃຫ້ກັບພັກພວກທີ່ຮ່ວມຂະບວນການນຳກັນ ຄັ້ງລະ 10-20 ເມັດ ບາງຄັ້ງກໍຂາຍເປັນຖົງ ແລະ ມັດ ສ່ວນເງິນທີ່ໄດ້ມາຈາກການຄ້າຂາຍຢາເສບຕິດ ກໍນຳໄປໃຊ້ຈ່າຍຫຼິ້ນກິນນຳຮ້ານບັນເທີງຕ່າງໆໝົດ, ຄັ້ງສຸດທ້າຍ ໃນວັນທີ 27 ຕຸລາ 2017 ໄປຊື້ຢາບ້ານຳທ້າວ ນູຢ່າງ ຈຳນວນ 6.000 ເມັດ ແລ້ວເອົາຢາບ້າໄປສົ່ງໃຫ້ກັບຊາຍທີ່ສັ່ງຊື້ຜ່ານທາງໂທລະສັບ ຈຳນວນ 2 ມັດ ແລະ ຂາຍໃຫ້ກັບພັກພວກອີກຈຳນວນ 5-10 ເມັດ; ຈາກນັ້ນ, ໄດ້ເອົາຢາບ້າມາເສບເອງຈຳນວນໜຶ່ງ ຮອດເວລາ 14:00 ໂມງ ທ້າວ ຕ່າຍ ໄດ້ບອກໃຫ້ເອົາຢາບ້າຈຳນວນ 1 ມັດ ເອົາໄປສົ່ງໃຫ້ຢູ່ເສັ້ນທາງເຂດສະໜາມກິລາແຫ່ງຊາດ ເມື່ອໄປຮອດໄດ້ມີເຈົ້າໜ້າທີ່ເຂົ້າມາກວດຄົ້ນ ພົບຂອງກາງຢາບ້າ ຈຳນວນ 1.791 ເມັດ ມາດຳເນີນຄະດີ.
 ແຫຼ່ງຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.