Header Ads

ພຜທ-ຊກ ຕີລາຄືນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ການນໍາໃຊ້ທຶນ ຊ.ກ.ພ ປະຈໍາປີ 2017





ວັນທີ 17 ພະຈິກ 2017 ນີ້ ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ (ພຜທ) ແຂວງເຊກອງ ໄດ້ສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ຊ.ກ.ພ) ປະຈໍາປີ 2017 ແລະທິດທາງແຜນການປີ 2018 ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ປະທານຄະນະປະສານງານຄຸ້ມຄອງ ແລະ ນໍາໃຊ້ທຶນ (ຊ.ກ.ພ ຫລື ODA) ຂັ້ນແຂວງ, ທ່ານ ທອງຄໍາມະນີວົງ ຫົວຫນ້າ (ພຜທ) ແຂວງ ຮອງປະທານຄະນະປະສານງານຄຸ້ມຄອງ ແລະ ນໍາໃຊ້ທຶນ (ຊ.ກ.ພ ຫລື ODA) ຂັ້ນແຂວງ, ມີຮອງເຈົ້າເມືອງ 4 ຕົວເມືອງ ພ້ອມດ້ວຍ ຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ທຶນ ຊ.ກ.ພ ຂັ້ນແຂວງເຂົ້າຮວ່ມ.

ທ່ານ ສຸດສະໜົງ ຄໍາສິງສະຫວັດ ຫົວໜ້າຂະແໜງຮ່ວມມືສາກົນ (ພຜທ) ແຂວງ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ຊ.ກ.ພ) ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ວ່າ: ຜ່ານການຈັດຕັ້ງປະຕິບັດໂຄງການ ຊ.ກ.ພ ໃນໄລຍະຜ່ານມາເຫັນວ່າມີຫລາຍດ້ານປະສົບຜົນສໍາເລັດ ແລະ ສາມາດຖອດຖອນເປັນບົດຮຽນ ແລະ ເປັນຕົວແບບໃຫ້ແກ່ການຄຸ້ມຄອງບໍລິຫານໂຄງການໃໝ່. ໂດຍສ່ວນໃຫຍ່ແລ້ວໂຄງການ ຊ.ກ.ພ ແມ່ນມຸ້ງເນັ້ນໃສ່ການພັດທະນາດ້ານພື້ນຖານໂຄງລ່າງ, ການສຶກສາ, ສາທາ, ກະສິກໍາ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກທຸກຍາກເທື່ອລະກ້າວ. ໄລຍະຜ່ານມານັບແຕ່ປີ 2007-2016 ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກການຈັດຕັ້ງສາກົນ ແລະ ລັດຖະບານຕ່າງປະເທດ ມີທັງຫມົດ 125 ໂຄງການ, ມີມູນຄ່າທັງຫມົດ 52.314.076 ລ້ານໂດລາ ໃນນີ້,ໄດ້ແຍກຂະແໜງການຊ່ວຍເຫຼືອ 6 ຂະແໜງການຄື: ແຮງງານ ແລະສະຫວັດດິການສັງຄົມ 7 ໂຄງການ ໃນມູນຄ່າ 5.964.665 ໂດລາ, ສຶກສາທິການ ແລະ ກິລາ 56 ໂຄງການ ມູນຄ່າ 7289.979 ໂດລາ, ສາທາລະນະສຸກ 23 ໂຄງການ ມູນຄ່າ 1.765.350 ໂດລາ, ກະສິກໍາ ແລະ ປ່າໄມ້ 27 ໂຄງການ ມູນຄ່າ 8.099.178 ໂດລາ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ໂຄງການ ມູນຄ່າ 20.150.551 ໂດລາ ແລະ ໂຍທາທິການ ແລະ ຂົນສົ່ງ 7ໂຄງການ ມູນຄ່າ 9.044.353 ໂດລາ; ວຽກງານຮ່ວມມືເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV) ໃນໄລຍະຜ່ານມາແຂວງເຊກອງໄດ້ຮັບການຊ່ວຍເຫຼືອທັງໝົດ 2 ໂຄງການ ລວມມູນຄ່າ 2,180,000 ໂດລາ ແລະໂຄງການຈັດຕັ້ງປະຕິບັດທຶນ ຊ.ກ.ພ ປີ 2017 ໄດ້ຮັບການຊ່ວຍເຫຼືອທັງໝົດ 17 ໂຄງການ ມີມູນຄ່າລວມທັງໝົດ 1,032,501 ໂດລາ ໃນນັ້ນ, ແມ່ນໄດ້ຊ່ວຍເຫຼືອ ຂະແໜງສຶກສາທິການ ແລະ ກິລາ.

ນອກນີ້ປະຊາຊົນ ສສ ຫວຽດນາມ, ລັດຖະບານຫວຽດນາມໄດ້ໃຫ້ການຊ່ວຍເຫຼືອລ້າແຂວງເຊກອງໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ສະໜອງວັດຖຸອຸປະກອນຈໍານວນໜຶ່ງເຂົ້າໃນການພັດທະນາວຽກງານພື້ນຖານໂຄງລ່າງ, ການສຶກສາ, ສາທາ, ກະສິກໍາ ແລະ ໂຍທາ ລວມທັງໝົດ 8 ໂຄງການ ມີມູນຄ່າລວມທັງໝົດ 4,535,880 ໂດລາ, ແຕ່ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນໂຄງການກໍ່ສ້າງອາຄານຫ້ອງການດ່ານ ແລະ ອາຄານເຮືອນພັກພະນັກງານປະຈໍາດ່ານດາກຕະອອກ ເມືອງດາກຈຶງ.
ສໍາລັບໂຄງການທີ່ຈະສືບຕໍ່ຈັດຕັ້ງປະຕິບັດທຶນ ຊ.ກ.ພ ປີ 2018 ມີໂຄງການສືບຕໍ່ 3 ໂຄງການ ມີມູນຄ່າລວມ 755.438 ໂດລາ ໃນນີ້, ຊ່ວຍເຫຼືອຂະແໜງສຶກສາ ແລະ ກິລາທັງໝົດ. ນອກນີ້ຍັງມີແຜນໂຄງການສະເໜີໃໝ່ເພື່ອຂໍທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ (GGP) ມີ 15 ໂຄງການ ລວມມູນຄ່າ 1.421.676 ໂດລາ ເພື່ອປະກອບສ່ວນເຂົ້າໃນການພັດທະນາບັນດາຂະແໜງການດັ່ງກ່າວໃຫ້ນັບມື້ນັບເຂັ້ມແຂງ.

ພອ້ມດຽວກັນນີ້ ກອງປະຊຸມຍັງໄດ້ມີການປະກອບຄໍາຄິດເຫັນ ຕໍ່ກັບການຈັດຕັ້ງປະຕິບັດ ການຄຸ້ມຄອງ ແລະນໍາໃຊ້ທືນ ຊວ່ຍເຫຼືອທາງການ ເພື່ອການພັດທະນາ ໃນໄລຍະຜ່ານມາຕື່ມອີກ ເພື່ອເຫັນໄດ້ດ້ານດີທີ່ຕັ້ງໜ້າ, ດ້ານຫຍໍ້ທໍ້, ບົດຮຽນທີ່ຖອດຖອນໄດ້ ແລະສາເຫດທີ່ແທ້ຈິງ ເພື່ອພອ້ມກັນເປັນເຈົ້າການແກ້ໄຂໃນຕໍ່ໜ້າ ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ່ 8 ຂອງແຂວງ, ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະຄາດໝາຍສູ້ຊົນ, ລະດົມທືນຊວ່ຍເຫຼືອ ເພື່ອການພັດທະນາ, ປະກອບສວ່ນຊຸກຍູ້ແຜນພັດທະນາເສດຖະກິດ- ສັງຄົມ ໃນສົກ 2016-2020. ເພື່ອທີ່ຈະໃຫ້ໄດ້ກັບຄວາມຮຽກຮອ້ງຕອ້ງການຂອງປະຊາຊົນບັນດາເຜົ່າໃຫ້ໄດ້ໂດຍພື້ນຖານ ແລະ ສາມາດຊວ່ຍປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເປັນກ້າວໆ.

ຂ່າວ-ພາບ: ນາລີວັນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.