Header Ads

ເຄືອເຂົາຮໍ ສະ​ໝຸນ​ໄພ​ພື້ນບ້ານສາມາດ ຄວບ​ຄຸມ​ເບົາ​ຫວານ​ ແລະ ຮັກສາ​ສິວ​






ເຄືອເຂົາຮໍ​ ສ​ະໝຸນ​ໄພ​ທີ່​ມີສັບພະຄຸນໃນ​ການ​ປິ່ນປົວພະຍາດ​ຕ່າງ​ໆ​ ຢູ່​ຄູ່ກັບຄົນລາວ​ມາດົນແລ້ວ​ ໃນ​ປະຈຸບັນ​ໄດ້​ມີ​ການນຳເອົາເຄືອເຂົາຮໍມາເຮັດ​ໃນ​ຮູບ​ອາຫານ​ເສີມ​ລັກສະນະ​ເມັດ​ອອກ​ມາ​.

໑. ໃຊ້​ແກ້​ໄຂ້​ທຸກ​ຊະນິດ​ ແກ້​ຮ້ອນ​ໃນ​​ ຊ່ວຍ​ຈະເລີນ​ອາຫານ​ ບຳ​ຣຸງ​ໄຟ​ທາດ​ ປິ່ນປົວພະຍາດ​ກະເພາະ​ ບຳ​ຣຸງ​ຮ່າງກາຍ​ ຫລຸດ​ນ້ຳ​ຕານ​ໃນ​ເລືອດ​ ແລະ ​ເປັນ​ຢາ​ອາ​ຍຸວັດທະ​ນະ​
໒. ມີ​ລິດ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ ແລະ ​ລິດ​ຕ້ານ​ AChE ຊຶ່ງ​ເປັນ​ສາ​ເຫດ​ຂອງ​ພະຍາດ​ສະຫມອງ​ເສື່ອມ​ ດັ່ງ​ນັ້ນ​ ເຄືອເຂົາຮໍ​ຈຶ່ງ​ຊ່ວຍ​ປ້ອງ​ກັນ​ຄວາມ​ແກ່ຊະລາ​ຂອງ​ເຊລ​ຕ່າງ​ໆ​ ໃນ​ຮ່າງກາຍ​ໄດ້​
໓. ຄວບ​ຄຸມ​ເບົາ​ຫວານ​ ສາມາດ​ຫລຸດ​ນໍ້າຕານ​ໃນ​ເລືອດ​ ເຄືອເຂົາຮໍ​ຈະ​ໄປ​ເບິ່ງ​ແຍງ​ຕັບ​ໃຫ້​ເຮັດ​ຫນ້າທີ່​ຕາມ​ປົກກະຕິ​ ຈາກ​ການ​ທົດລອງ​ ພົບ​ວ່າ​ຊ່ວຍ​ກະຕຸ້ນ​ການ​ຫຼັ່ງ​ຂອງ​ອິນ​ຊູ​ລິນ​
໔. ມີ​ສານ​ເອັນ​ທຣານ​ສ໌​ເຟ​ຣູ​ໂລ​ອິນ​ໄທ​ຣາ​ມີນ​ ຊຶ່ງ​ຈະ​ມີສັບພະຄຸນ​ຊ່ວຍ​ໃນ​ການ​ລະ​ງັບ​ຄວາມ​ຮ້ອນ​
໕. ເປັນ​ຢາ​ບຳ​ຣຸງ​ທາດ​ ແລະ ​ລະບົບ​ໄຫຼ​ວຽນ​ເລືອດ​ ເຮັດໃຫ້​ຜິວ​ເປັ່ງ​ປັ່ງ
໖. ສາມາດ​ຄວບ​ຄຸມ​ນໍ້າ​ໜັກ​ໄດ້​ດີ
໗. ຮັກສາ​ສິວ​ ສາມາດ​ຢັບ​ຢັ້ງ​ການ​ຈະເລີນ​ເຕີບໂຕ​ຂອງ​ແບກ​ທີ​ເຣຍ​ ສານ​ສະ​ກັດ​ຈາກເຄືອເຂົາຮໍ​ ຊ່ວຍ​ເບິ່ງ​ແຍງ​ໜັງຫົວ ​ແລະ ​ບຳ​ຣຸງ​ໃຫ້​ຜົມ​ດົກ​ດຳ​ ບັນຫາ​ຜົມ​ແຕກ​ປາຍ​


ຄຳ​ເຕືອນ​: ບໍ່​ຄວນ​ຮັບປະທານ​ໃນ​ປະລິມານ​ຫລາຍ​ ແລະ ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ​ ອາດ​ເຮັດໃຫ້​ເກີດ​ຄວາມ​ຜິດ​ປົກກະຕິ​ຂອງ​ຕັບ​ໄດ້​ ຜູ້ຍິງຖືພາ​ ແລະ ​ໃຫ້​ນົມລູກ​ ບໍ່​ຄວນ​ໃຊ້​D

ຂໍ້ມູນ: laohealth  (kukau foods )
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.