Header Ads

ອັດຕາການເຕີບໂຕຂອງເສດຖະກິດລາວບັນລຸ 6,83% GDP ຈະບັນລຸ2.472 ໂດລາສະຫະລັດ ແລະ ແກ້ໄຂຄວາມທຸກຍາກໄດ້ 6.546 ຄອບຄົວ



ທ່ານນາຍົກລັດຖະມົນຕີ, ໄດ້ຖະແຫຼງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ VIII ວ່າ: ເສດຖະກິດ ມະຫາພາກໃນປີ 2017 ໂດຍລວມມີສະຖຽນລະພາບດີ, ອັດຕາການເຕີບໂຕສະເລ່ຍຢູ່ໃນລະດັບ 6,83% (ຫຼຸດແຜນ 0,17),​ ລວມຍອດຜະລິດຄາດວ່າຈະບັນລຸ 2.472 ໂດລາສະຫະລັດ, ໄດ້ປະກອບສ່ວນແກ້ໄຂຄວາມທຸກຍາກໄດ້ 6.546 ຄອບຄົວ, ສາມາດແກ້ລື່ນແຜນເກືອບ 1.000 ຄອບຄົວ.

ລະບົບການເງິນ ແລະ ງົບປະມານໄດ້ຮັບການປັບປຸງ ແລະ ພວມດໍາເນີນໄປຢ່າງຕັ້ງໜ້າ ໂດຍມີການປັບປຸງລະບົບ ການຈັດຕັ້ງ, ສັບຊ້ອນບຸກຄະລາກອນຢ່າງເໝາະສົມ, ນໍາໃຊ້ລະບົບເຄື່ອງມືທັນສະໄໝ ເຂົ້າໃນການຈັດເກັບລາຍຮັບນໍາພາສີ-ອາ ກອນ ແລະ ຄ່າທໍານຽມຕ່າງໆ, ເຊື່ອມໂຍງການຊໍາລະລາຍຈ່າຍຜ່ານລະບົບທະນາຄານ ເຮັດໃຫ້ການຮົ່ວໄຫຼດ້ານລາຍຮັບ-ລາຍຈ່າຍງົບ ປະມານ ແລະ ການລະເມີດວິໃນການເງິນມີທ່ວງທ່າຫຼຸດລົງ ແລະ ຄາດວ່າໝົດປີ ລາຍຮັບງົບປະມານ ຈະໄດ້ປະມານ 23.489 ຕື້ກີບເທົ່າກັບ 98,1% ຂອງແຜນລາຍຈ່າຍງົບປະມານ ຄາດຄະເນປະຕິບັດໄດ້ 31.508 ຕື້ກີບເທົ່າກັບ 97,24%; ລັດຖະບານ ໄດ້ເອົາໃຈໃສ່ພິເສດໃນການສົ່ງເສີມການປະຢັດ ແລະ ຕ້ານການຟຸມເຟືອຍງົບປະມານລັດ ເຮັດໃຫ້ສາມາດຫຼຸດຜ່ອນການສິ້ນເປືອງງົບປະ ມານຂອງລັດຖະບານລົງໃນລະດັບອັນແນ່ນອນ.

ລະບົບເງິນຕາ ໄດ້ຮັບການຄຸ້ມຄອງໃຫ້ມີສະຖຽນລະພາບ ໂດຍຮັກສາໄດ້ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 1-2%, ອັດຕາແລກ ປ່ຽນ ໂດຍລວມເໜັງຕີງພຽງເລັກໜ້ອຍ, ພ້ອມນີ້ ສາມາດຮັກສາຄັງສໍາຮອງເງິນຕາຕ່າງປະເທດໃຫ້ກຸ້ມການນໍາເຂົ້າໄດ້ 4,14 ເດືອນ (ແຜນການກໍານົດໄວ້ 5 ເດືອນ) ແລະ ຮັກສາປະລິມານເງິນ M2 ໃນລະດັບ 16,39% (ເພີ່ມຂຶ້ນແຕ່ກໍຢູ່ໃນຂອບແຜນການທີ່ກໍານົດບໍ່ໃຫ້ເກີນ 20%).

ສະພາບແວດລ້ອມໃນການລົງທຶນ ແລະ ດໍາເນີນທຸລະກິດ ໄດ້ຮັບການປັບປຸງຕາມລໍາດັບ ໂດຍສະເພາະພາຍຫຼັງສະພາໄດ້ຮັບ ຮອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃນທ້າຍປີ 2016; ລັດຖະບານ ໄດ້ສ້າງຕັ້ງຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂັ້ນສູນກາງ (ຄລທສ); ຄະນະດັ່ງກ່າວ ສາມາດພິຈາລະນາການສະເໜີກ່ຽວກັບການລົງທຶນໄດ້ຢ່າງໂປ່ງໃສ, ຄ່ອງຕົວ ແລະ ວ່ອງໄວຂຶ້ນກ່ວາເກົ່າ,​ ສ່ວນຢູ່ທ້ອງຖິ່ນໄດ້ດໍາເນີນການໂດຍມີຄະນະກໍາມະການຄຸ້ມຄອງແລະສົ່ງເສີມການລົງທຶນຂັ້ນແຂວງ (ຄລທຂ); ພ້ອມກັນນີ້, ລັດຖະບານ ໄດ້ຈັດກອງປະ ຊຸມຮ່ວມກັບພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມການລົງທຶນຢູ່ລາວ ພ້ອມທັງຟັງຄໍາຄິດເຫັນທີ່ຕົວຈິງ ແລະ ເປັນປະໂຫຍດ ເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ດໍາເນີນທຸລະກິດພາຍໃນປະເທດໃຫ້ເຂັ້ມແຂງ.

ວຽກງານສົ່ງເສີມການພັດທະນາວິສາຫະກິດຂະໜາດນ້ອຍແລະກາງ (SME) ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ; ລັດຖະບານໄດ້ອອກ ດໍາລັດຮັບຮອງເອົາແຜນພັດທະນາ SME ໄລຍະ 2016-2020 ໃນເດືອນສິງຫາທີ່ຜ່ານມາ ໂດຍມອບໃກ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນໃຈກາງຈັດຕັ້ງປະຕິບັດ; ພ້ອມກັນນີ້ ລັດຖະບານ ໄດ້ໃຫ້ປັບປຸງກອງທຶນສົ່ງເສີມ SME ໃຫ້ເຂັ້ມແຂງ ແລະ ມີປະສິດທິ ພາບ ເພື່ອເປັນກໍາລັງພັກດັນໃຫ້ວິສາຫະກິດດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວ.

ວຽກງານປັບປຸງລັດວິສາຫະກິດ ເຖິງວ່າໄດ້ດໍາເນີນໄປຊ້າ ແຕ່ກໍມີຄວາມຄືບໜ້າ, ໂດຍສະເພາະໄດ້ປັບປຸງລັດວິສາຫະກິດການ ບິນລາວ ແລະ ລັດວິສາຫະກິດໄຟຟ້າລາວ ເຊິ່ງເປັນບໍລິສັດຂະໜາດໃຫຍ່ ແລະ ມີລາຍຮັບ-ລາຍຈ່າຍຫຼາຍ; ລັດຖະບານ ໄດ້ຊີ້ນໍາການປັບປຸງຢ່າງໃກ້ຊິດ, ທັງກວດກາ-ທັງຄົ້ນຄ້ວາປັບປຸງໄປພ້ອມໆກັນ ເພື່ອຫຼຸດຜ່ອນການຖົມຂຸມຂອງລັດ ແລະ ສ້າງໃຫ້ບໍລິສັດເຂັ້ມແຂງດ້ວຍຕົນເອງ, ທັງເປັນກໍາລັງແຮງໃຫ້ແກ່ເສດຖະກິດຂອງຊາດ.

ຜ່ານການບໍລິຫານປະເທດມາໄດ້ 1 ປີ ກັບ 6 ເດືອນ ໂດຍສະເພາະຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ປີ 2017 ຜ່ານມານັ້ນ, ລັດຖະບານ ເຫັນມີຫຼາຍບັນຫາ ແລະ ຂໍ້ຄົງຄ້າງທີ່ຕ້ອງສຸມໃສ່ແກ້ໄຂຢ່າງຈິງຈັງ ຕາມມະຕິຕົກລົງຂອງສະ ພາແຫ່ງຊາດ ໂດຍສະເພາະການເກັບລາຍຮັບ, ປະຕິບັດລາຍຈ່າຍງົບປະມານ ແລະການລະດົມທຶນດຸ່ນດ່ຽງ ຍັງບໍ່ໄດ້ຄາດໝາຍ; ການແກ້ໄຂໜີ້ໂຄງການລົງທຶນຂອງລັດ ດ້ວຍການຈັດສັນງົບປະມານເຂົ້າແຜນແຕ່ລະປີຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງ ການຕົວຈິງຍ້ອນມີໜີ້ສະສົມຫຼາຍ, ສ່ວນການແກ້ໄຂດ້ວຍຮູບແບບອ່ວາຍໜີ້ສາມແຈ ກໍຍັງປະຕິບັດໄດ້ຊັກຊ້າ; ການອັດສີດທຶນຈາກລະບົບທະນາຄານໃຫ້ແກ້ພາກທຸລະກິດ ເພື່ອກະຕຸ້ນການເຄື່ອນໄຫວຜະລິດ ແລະ ບໍລິການ ໂດຍສະເພາະຕໍ່ SME ກໍເຮັດໄດ້ຈໍາກັດ ຍ້ອນລະບົບທະນາຄານມີໜີ້ບໍ່ເກີດດອກອອກຜົນຫຼາຍ ຈຶ່ງຂາດສະພາບຄ່ອງຂອງການດໍາເນີນນະໂຍບາຍກະຕຸ້ນຈາກທະນາຄານຕ່າງໆ; ການປັບປຸງລັດວິສາຫະກິດທີ່ດໍາເນີນທຸລະກິດບໍ່ມີປະສິດທິຜົນ ຍັງດໍາເນີນໄປຊັກຊ້າ ແລະ ບໍ່ທັນສາມາດແກ້ໄຂແບບເປັນລະ ບົບໄດ້, ຈໍາເປັນຕ້ອງໃຊ້ເວລາຕື່ມ ເພື່ອດໍາເນີນການແກ້ໄຂຢ່າງເປັນລະບົບຄົບຊຸດ ແລະ ຄໍານຶງເຖິງຜົນກະ ທົບໄລຍະຍາວ.

ເພື່ອບັນລຸແຜນພັດທະນາ 2018 ແລະສ້າງພື້ນຖານໃນການບັນລຸຄາດໝາຍ ປີ 2019 ແລະປີ 2020 ນັ້ນ ຍັງສືບຕໍ່ຂະຫຍາຍ ແລະ ຫັນເອົາທິດທາງ ແລະ ມາດຕະການກຽ່ວກັບການຊຸກຍູ້ການພັດທະນາທາງດ້ານເສດຖະກິດໃຫ້ເປັນແຜນວຽກລະອຽດ, ມີແຜນຕິດຕາມຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດເປັນແຕ່ລະໄລຍະເປັນຕົ້ນສືບຕໍ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ຢູ່ໃນຂອບທີ່ສະ ພາແຫ່ງຊາດໄດ້ຮັບຮອງ; ໃນປີ 2018 ລັດຖະບານຈະສືບຕໍ່ຫັນການປະຕິບັດວິໃນແຜນການ, ວິໃນການເງິນເຂົ້າສູ່ລວງເລິກ ແລະໃຫ້ ເປັນຮູບປະທໍາຫຼາຍຂຶ້ນ, ທັງນີ້ ກໍເພື່ອປ້ອງກັນບໍ່ໃຫ້ເສດຖະກິດ ຕົກເຂົ້າສູ່ຄວາມສັບສົນ, ທັງສະກັດກັ້ນບໍ່ໃຫ້ເສດຖະກິດຂອງຊາດ ກ້າວສູ່ວິກິດບໍ່ວ່າຈະເປັນດ້ານໃດ ຫຼື ກໍລະນີໃດກໍຕາມ; ສືບຕໍ່ປະຕິຮູບວຽກງານການເງິນຢ່າງຮອບດ້ານ ແລະ ແຂງແຮງ ໂດຍເລີ່ມແຕ່ການການປັບປຸງກົງຈັກ, ການຈັດຕັ້ງ, ປັບປຸງກໍ່ສ້າງ ແລະສັບຊ້ອນຈັດວາງພະນັກງານ, ປັບປຸງກົນໄກ ແລະ ລະບຽບການຄຸ້ມຄອງລາຍ ຮັບ, ຄຸ້ມຄອງລາຍຈ່າຍຢ່າງແຂງແຮງກ່ວາເກົ່າ ທັງຫັນໄປສູ່ທັນສະໄໝ, ໄປສູ່ຄວາມໂປ່ງໃສ, ຄວາມຮັບຜິດຊອບ, ຄວາມມີຈັນຍາບັນຂອງຜູ້ເຮັດວຽກໃນຂົງເຂດນີ້ ແລະ ແກ້ໄຂບັນຫາຄົງຄ້າງໃຫ້ເປັນຮູບປະທໍາ; ຈະປັບປຸງບັນດາດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີໃຫ້ເຂົ້າສູ່ລະບຽບ, ປັບປຸງກົງຈັກ, ກົນໄກຄຸ້ມຄອງ ແລະ ກວດກາໃຫ້ຮັດກຸມ ໂດຍການຫັນສູ່ການຄຸ້ມຄອງແບບລວມສູນ, ບໍ່ກະແຈກກະຈາຍ, ພ້ອມນີ້ ສືບຕໍ່ຈັດຕັ້ງປະຕິບັດ 9 ມາດຕະການສະເພາະດ້ານລາຍຮັບ-ລາຍຈ່າຍ ແລະ 7 ມາດຕະການລວມ, 12 ມາດຕະການເພີ່ມຕື່ມ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ.

ທ່ານ ນາຍົກ ຍັງເນັ້ນໃຫ້ສືບຕໍ່ຈັດສັນລາຍຈ່າຍ ປີ 2018 ຢ່າງມີຈຸດສຸມ, ຍູ້ແຮງການລົງທຶນພາຍໃນ-ຕ່າງປະເທດ ໂດຍຜັນຂະຫຍາຍກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງໃຫ້ໄວຂື້ນ; ຈັດຕັ້ງນໍາໃຊ້ກົນໄກການຄົ້ນຄ້ວາ ແລະ ພິຈາລະນະການລົງທຶນທີ່ສ້າງຂຶ້ນໃໝ່ ຄື: ຄລທສ-ຄລທຂ ໃຫ້ສາມາດເຄື່ອນໄຫວທີ່ໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ໂຕຊີ້ວັດທາງດ້ານຄວາມສະດວກໃນການທໍາທຸລະກິດຢູ່ລາວມີການຈັດລະດັບດີຂຶ້ນຢ່າງຊັດເຈນໃນ ປີ 2018; ສົ່ງເສີມ SME ໃຫ້ເປັນຮູບປະທໍາໃຫ້ຕິດພັນກັບການສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການຂອງປະຊາຊົນ ແລະ ເພື່ອຍູ້ແຮງວຽກງານແກ້ໄຂ ແລະ ລຶບລ້າງຄວາມທຸກຍາກ,​ ສ້າງໂອກາດໃຫ້ມີສິນຄ້າເຂົ້າປ້ອນຕະຫຼາດພາຍໃນ ແລະ ສົ່ງອອກ ພ້ອມທັງຫຼຸດຜ່ອນການນໍາເຂົ້າ, ຄຸ້ມຄອງລາຄາສິນ ຄ້າ ແລະ ຄ່າຄອງຊີບພາຍໃນປະເທດໃຫ້ເໝາະສົມ; ລັດຖະບານຈະປັບປຸງ ແລະ ລະດົມທຶນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນ ສົ່ງເສີມ SME… ສືບຕໍ່ປັບປຸງລັດວິສາຫະກິດທີ່ກໍານົດໃນແຜນໃຫ້ສໍາເລັດໂດຍພື້ນຖານ ສາມາດສ້າງລາຍຮັບ ແລະ ມີຜົນກໍາໄລ, ບໍ່ສືບຕໍ່ເກື້ອກູນ ແລະ ບໍ່ໃຫ້ລັດຖົມຂຸມຕໍ່ໄປອີກ ແລະ ສືບຕໍ່ຈັດຕັ້ງມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ

ແຫຼ່ງຂ່າວ/ຂໍ້ມູນ:  ໜັງສືມພິມ ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.