Header Ads

ເຫດອຸປະຕິເຫດ ລົດປີ້ນທີ່ບ້ານ ຈອມມະນີ ພາບໃນທີ່ເກີດເຫດປານຮູບເງົາ fast 8





ນະຄອນຫຼວງວຽງຈັນ :  ໃນວັນທີ 03/11/2017 ເວລາປະມານ 00:34ນາທີ ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດໃຫ່ຍປິ້ນຢູ່ທີ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ




ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດພົບຜູ້ບາດເຈັບ1 ຄົນ ມີອາການປາກແຕກ ແລະ ມີບາດແຜຖະຫຼອກ ພ້ອມກັບກວດສອບສະພາບຈຸດເກີດເຫດເຊິ່ງລົດທີ່ເກີດເຫດ ທະບຽນລົດ: ອຍ 5959 ລົດເກັ໋ງ ສີຂາວ 




ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ ເພື່ອຮັກສາອາການບາດເຈັບ.​

ພາບ ແລະ ຂ່າວ: ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງ

No comments

Powered by Blogger.