Header Ads

ຊາວນາແຂວງໄຊຍະບູລີເກັບກູ້ເຂົ້ານາປີສຳເລັດ 3.800ກ່ວາເຮັກຕາ




ຊາວນາແຂວງໄຊຍະບູລີ ກຳລັງຂຸ້ນຂ້ຽວເກັບກູ້ເຂົ້ານາປີ ແລະພຶດຕ່າງໆຢ່າງເປັນຂະບວນ ການເກັບກຽວເຂົ້ານາປີໃນທົ່ວແຂວງມາຮອດປະຈຸບັນສຳເລັດ 3.899 ເຮັກຕາ ແລະພືດຕ່າງໆໄດ້ສຳເລັດ27.400ກ່ວາເຮັກຕາ.



ອີງຕາມການລາຍງານຂອງຂະແໜງປູກຝັງ ພະແນກກະສິກຳ ແລະປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ແຂວງໄຊຍະບູລີປູກເຂົ້ານາປີເນື້ອທີແຜນການທັງໝົດ 33.065 ເຮັກຕາ,ປະຕິບັດໄດ້ 43.320 ເຮັກຕາ,ເທົ່າກັບ 103%ຂອງແຜນການທຽບໃສ່ປີຜ່ານມາເພີ້ມຂື້ນ 1.298 ເຮັກຕາ ເທົ່າກັບ 3% ເນື້ອທີ່ເສຍຫາຍຈາກໃພທຳມະຊາດ 391 ເຮັກຕາ, ມາຮອດປະຈຸບັນນີ້ເກັບກ່ຽວໄດ້ສຳເລັດ 3.899 ເຮັກຕາເທົາກັບ 11% ແລະການປັກດຳນາດ້ວຍເຕັກໃໝ່ແຜນການມີເນື້ອທີ່ 962 ເຮັກຕາ ເນື້ອທີ່ປະຕິບັດໄດ້ 1.213 ເຮັກຕາ ເທົາກັບ 126% ສາມາດເກັບສຳເລັດແລ້ວ 13 ເຮັກຕາ, ເນື້ອຜະລິດເຂົ້າເນີນສູງເນື້ອທີ່ປະຕິບັດໄດ້ 11.000 ເຮັກຕາ,ທຽບໃສ່ປີຜ່ານມາເນື້ອທີ່ລຸດລົງ 790 ເຮັກຕາມາຮອດປະຈຸບັນເກັບກູ້ສຳເລັດແລ້ວ 3.685 ເຮັກຕາ. ຄ່ຽງຄູ່ກັນນີ້ຊາວກະສິກອນແຂວງໄຊຍະບູລີຍັງໄດ້ປູກພຶດພັນຕ່າງໆປູກຫຼາຍເປັນສິນຄ້າ ແລະບໍລິໂພດ ແມ່ນສາລີ,ໝາກງ່າໜາກເດືອຍພືດຕະກຸນຖົ່ວເນື້ອທີ່ປະຕິບັດໄດ້ 108.815 ເຮັກຕາ,ເນື້ອທີ່ທີຖຶກເສຍຫາຍຈາກໃພທຳມະຊາດ 128 ເຮັດຕາມາຮອດປະຈຸບັນສາມາດເກັບກູ້ໄດ້ແລ້ວ 27.435 ເຮັກຕາ. 

ຂ່າວໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການເກັບກູ້ຜົນຜະລິດ, ກໍໄດ້ມີການສົງອອກຜະລິດຕະພັນກະສິກຳໄປຕ່າງປະເທດເຊັ່ນ: ປະເທດຈີນ ແລະປະເທດໄທມີ 9.396 ໂຕນມູນຄ່າ 1.268 ໂດລາ ຄືສາລີ 6.719 ໂຕນ,ແກ່ນສາລີ 796 ໂຕນ,ໜາກງ່າ 223 ໂຕນ,ໜາກກ້ວຍ 570 ໂຕນ,ໜາກເດືອຍ 90 ໂຕນ,ໜາກເດືອຍສີ 77 ໂຕນ,ຖົ່ວດິນ 42 ໂຕນມັນຕົ້ນແຫ້ງ 573 ໂຕນ,ແປ້ງມັນຕົ້ນ 257 ໂຕນເຂົ້າຈ້າວ20 ໂຕນ ແລະ ໄດ້ນຳເຂົ້າພຶດພັນເບຍ້ໄມ້ທີຈຳເປັນຈຳນວນໜຶ່ງ


ຂໍ້ມູນ: ເມເດຍລາວ
© ຈໍາປາໂພສ |  www.champapost.com
_________
 


No comments

Powered by Blogger.