Header Ads

ບໍລິຄຳໄຊ ກຽມເປີດປີທ່ອງທ່ຽວລາວ ພ້ອມກັບບຸນ ພະບາດໂພນສັນ



ແຂວງບໍລິຄຳໄຊ ກຽມ​ພ້ອມ​​ເປີດປີທ່ອງທ່ຽວລາວ 2018 ພ້ອມ​ກັບບຸນນະມັດສະການພະທາດພະບາດໂພນສັນ ທີ່ຈະຂຶ້ນ ໃນວັນທີ 28 ທັນວາ 2017 ນີ້ ​​ໂດຍຈະມີ​ຫລາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນ ແມ່ນງານຕະຫລາດນັດ-ວາງສະແດງສິນຄ້າ, ຜະລິດຕະພັນການທ່ອງທຽ່ວ, ໄຫ້ວຮອຍພະບາດ, ສະແດງສີລະປະວັນນະຄະດີ ​ແລະ ກິດຈະກຳອື່ນໆຈຳນວນ​ໜຶ່ງ.






ທ່ານ ເຄນ ລໍມະນີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດສື່​ມວນ​ຊົນ​ເມື່ອ​ບໍ່​ດົນນີ້ວ່າ: ນອກກິດຈະກຳທີ່​ກ່າວ​ມາ​ຂ້າງ​ເທິງ​ແລ້ວ ​ແຂວງ​ບໍລິ​ຄຳ​ໄຊ​ຍັງ​ຈະ​ໄດ້​ຈັດ​ກິດຈະ​ກໍາຍາງເພື່ອສຸຂະພາບ ​ເລີ່​ມແຕ່ສວນທ່ານ ສີສົມພອນ ລໍ​ວັນ​ໄຊ ຫາເດີ່ນເປຕັງຂອງແຂວງ, ຄາລາວານຂີ່ລົດຖີບ ຈາກ​ເມືອງປາກຊັນ ຫາ ຫາດຊາຍຂາວ, ເປີດຫາດຊາຍຂາວ ແລະ ຊົມການແຂ່ງຂັນເຮື່ອຊວງ ເປິດໜ້ານໍ້າທີ່ຫາດຊາຍຂາວ, ເປີດຟາມພູຕາເວັນທ່ອງທ່ຽວການກະເສດ ແລະ ຄາລາວານລົດ “ສູ່ດີນແດນປະຫວັດສາດ ບ້ານເກີດເມືອງນອນ ທ່ານ ສີສົມພອນ ລໍວັນໄຊ”, ພ້ອມກັນນີ້ ຍັງຈະມີກິດຈະກຳຕ່າງໆ ທີ່ຕິດພັນກັບງານວັດທະນະທຳ, ງານປະເພນີຂອງແຂວງ ເປັນຕົ້ນ ແມ່ນບຸນກິນຈຽງຂອງເຜົ່າມົ້ງ, ບຸນປີໃໝ່ຂອງເຜົ່າກຶມມຸ, ບຸນຊ່ວງເຮືອປະເພນີປະຈຳປີ ​ແລະ ງານອື່ນໆ. 



ທ່ານ ເຄນ ລໍມະນີ ຍັງ​ໃຫ້​ຮູ້​ອີກ​ວ່າ: ທົ່ວແຂວງບໍລິຄຳໄຊ ມີແຫລງທ່ອງທ່ຽວທັງໝົດ 104 ແຫ່ງໃນນັ້ນ ແຫລ່ງທ່ອງທ່ຽວທາງປະຫວັດສາດ 3 ແຫ່ງ, ວັດທະນະທໍາ 12 ແຫ່ງ ແລະ ທໍາມະຊາດ 89 ແຫ່ງ, ມີໂຮງແຮມ-ເຮືອນພັກ 130 ແຫ່ງ,​  2.328 ຫ້ອງນອນ, ຮ້ານອາຫານ 154 ແຫ່ງ, ຮ້ານບັນເທີ່ງ 8 ແຫ່ງ, ຮ້ານຄາລາໂອເກະ 7 ແຫ່ງ ແລະ ມີບໍລິສັດທ່ອງທ່ຽວ 4 ບໍລິສັດ ເຊິ່ງໄດ້ຜ່ານການຝຶກອົບຮົມ, ປັບປຸງການບໍລິການ ໃຫ້ຄວາມພ້ອມໃນການຮັບຮອງແຂກທັງພາຍໃນ ແລະ ຕ່າງປະເທດ.

ທີ່ມາ: ຂປລ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.