Header Ads

ນາຍົກລັດຖະມົນຕີ ລົງຊຸກຍູ້ພື້ນຖານການຜະລິດ ແລະ ການກໍ່ສ້າງຢູ່ເມືອງປາກງື່ມ




ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ພື້ນຖານການຜະລິດກະສິກໍາ ແລະ ການກໍ່ສ້າງຂົວຂ້າມນໍ້າງື່ມ ບ້ານນາບົງຫາບ້ານກົກໄຮ ເມືອງປາກງື່ມ, ນະຄອນຫລວງວຽງຈັນ. ​ໃນ​ວັນ​ທີ 22 ພະຈິກ 2017 ນີ້, ​ໂດ​ຍ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ ທ່ານ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານເຈົ້າເມືອງໆ​ປາກງື່ມ, ອໍານາດການປົກຄອງ, ຕະຫລອດ​ຮອດພໍ່-ແມ່ປະຊາຊົນ​ເຂົ້າ​ຮ່ວມ​ຕ້ອນຮັບ.



ໂອກາດລົງຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ກຸ່ມການຜະລິດປູກຜັກປອດສານພິດ ໂດຍໄດ້ຮັບຟັງການລາຍງານ ໂດຍຫຍໍ້ຈາກນາຍບ້ານບ້ານທ່າຊ້າງວ່າ: ກຸ່ບປູກ​ຜັກ​ປອດ​ສານພິດ ບ້ານທ່າຊ້າງ ເປັນກຸ່ມໜຶ່ງທີ່ເມືອງປາກງື່ມ ໄດ້ຖືເປັນທ່າແຮງໃນການຜະລິດສິນຄ້າທາງດ້ານກະສິກໍາ ເພື່ອ ຈໍາໜ່າຍໃນນະຄອນຫລວງວຽງຈັນ. ປັດຈຸບັນບ້ານທ່າຊ້າງ ມີເນື້ອທີ່ການຜະລິດກວມ 200 ກວ່າເຮັກຕາ, ມີເຮືອນຮົ່ມສາມາດ ປູກໄດ້ທັງລະດູຝົນ ແລະ ລະດູແລ້ງ 275 ຫລັງ, ​ໂດຍ​ໄດ້ແບ່ງອອກເປັນສອງຫົວໜ່ວຍຄື: ກຸ່ມການຜະລິດກະສິກໍາ ແລະ ຫັດຖະກໍາ. ​ໃນ​ນັ້ນກຸ່ມການຜະລິດກະສິກໍາຜັກປອດສານພິດໄດ້ສ້າງຕັ້ງຂຶ້ນໃນປີ 2010 ເບື້ອງຕົ້ນມີ 8 ຄອບຄົວ ດ້ວຍການລົງທຶນ 10 ລ້ານກີບ. ມາຮອດປັດຈຸບັນມີສະມາຊິກທັງໝົດ 82 ຄອບຄົວ. ສະເລ່ຍລາຍຮັບຄອບຄົວ1/ອາທິດປະມານ 1-2 ລ້ານກີບ ຂຶ້ນກັບແຕ່ລະເນື້ອທີ່ຂອງການຜະລິດ.

​ໂອກາດ​ດຽວ​ກັນ​ນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ເດີນທາງໄປຢຽມຢາມເບິ່ງໂຄງການກໍ່ສ້າງຂົວຂ້າມນໍ້າງື່ມ ທີ່ບ້ານນາບົງຫາບ້ານທ່າກົກໄຮ ​ໂດຍ​ທ່ານໄດ້ຮັບຟັງການລາຍງານຈາກຮອງຫົວໜ້າພະແນກໂຍທາທິການ ​ແລະ ຂົນ​ສົ່ງນະຄອນຫລວງວຽງຈັນວ່າ: ໂຄງການດັ່ງກ່າວ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ປີ 2016 ມາ​ຮອດ​ປັດຈຸບັນມີຄວາມໜ້າເກືອບ 60%, ​ຄາດວ່າຈະສໍາເລັດໃນປີ 2018 ເຊິ່ງຂົວ​ແຫ່ງ​ນີ້ ມີຄວາມຍາວ 236 ແມັດ, ໝ້າຂົວກວ້າງ 11 ແມັດ, ທາງຍ່າງສອງເບື້ອງລະ 1,5 ແມັດ, ມີການປະດັບປະດາ, ລະບົບປ້າຍສັນຍານທາງລວມ. ໂຄງການດັ່ງກ່າວແມ່ນການຊ່ວຍເຫລືອລ້າຈາກທ່ານ ສັກໄຊ ວົງມາລາສິດ (ປີ​ເຕີ​ຈັນ) ປະທານ​ກຸ່ມ​ບໍລິສັດ​ລາວ​ເວີນ ດ້ວຍມູນຄ່າການກໍ່ສ້າງປະມານ 105 ຕື້ກີບ.



ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄປຢ້ຽມຢາມຟາມງົວຕົວແບບການລ້ຽງງົວພັນ ເປັນສິນຄ້າ ແລະ ຟາມງົວ ຂອງບໍລິສັດເອັກສ໌ພີ ການຄ້າລາວ-ຈີນຈໍາກັດ, ຟາມດັ່ງກ່າວໄດ້ເລີ່ມສ້າງຕັ້ງຂຶ້ນປີ 2015, ມີເນື້ອທັງໝົດ 100 ກວ່າເຮັກຕາ, ມີງົວພັນປະມານ 100 ກວ່າໂຕ ແລະ ງົວພື້ນເມືອງ 500 ກວ່າໂຕ. ສໍາລັບຕະຫລາດທາງບໍລິສັດມີແຜນຈະຫຍາຍງົວທີ່ມີຄຸນນະພາບ ເພື່ອສົ່ງອອກໄປ ສສ ຫວຽດນາມ ແລະ ສປ ຈີນ.

ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມສູນຄົ້ນຄວ້າກະສິກໍາ-ປ່າໄມ້ ​ເຊິ່ງສູນດັ່ງກ່າວສ້າງຕັ້ງຂຶ້ນປີ 1983 ພາຍໃຕ້ໂຄງການຄົ້ນຄວ້າກະສິກໍາແບບປະສົມປະສານ, ປັດຈຸບັນທາງສູນ ໄດ້ມີການຄົ້ນຄວ້າ ເຕົ້າໂຮມແນວພັນພືດພື້ນເມືອງຫລາຍ​ຊະນິດ ​ເປັນ​ຕົ້ນ ​ແນວ​ພັນເຂົ້າໄດ້ເຖິງ 14.000 ຕົວຢ່າງ, ເຂົ້າຝ່າງ 105 ຕົວຢ່າງ, ມັນຕົ້ນ 48 ຕົວຢ່າງ, ມັນດ້າງ ແລະ ເຜືອກ 77 ຕົວຢ່າງ, ແນວພັນຖົ່ວ 88 ຕົວຢ່າງ, ສາລີ-ສາລອຍ 234 ຕົວຢ່າງ ແລະ ອື່ນໆ.

 ຂ່າວ-ພາບ: ຂັນໄຊ/ຂປລ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.