Header Ads

ກວດຄົ້ນລົດວີໂກ້ ຜ່ານດ່ານນາແກ້ງມ້າ ພົບຢາບ້າ 5.000 ກວ່າເມັດ



ໃນວັນທີ 24 ຕຸລາ 2017 ເຈົ້າໜ້າທີ່ຕໍາຫຼວດປະຈໍາດ່ານປະເພນີ ບ້ານນາແກ້ງມ້າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ກວດຄົ້ນລົດກະບະວີໂກ້ສີຂາວບໍ່ຕິດທະບຽນ ທີ່ກໍາລັງຜ່ານດ່ານກວດກາ ພົບເຫັນຢາບ້າ ຈໍານວນ 5.000 ກວ່າເມັດ ຊຸກເຊື່ອງໄວ້ຢູ່ໃນຕັບໂລ່ລົດ ພ້ອມອາວຸດປືນສັ້ນ ແລະ ລູກກະສຸນ. ຈາກນັ້ນ, ຈຶ່ງໄດ້ກັກຕົວຜູ້ຂັບຂີ່ ຊື່ທ້າວ ບຸນເລີດ ອາຍຸ 55 ປີ ຢູ່ບ້ານນາຫີນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ພ້ອມທັງເຂົ້າກວດຄົ້ນເຮືອນຜູ້ກ່ຽວ ພົບເຫັນລູກປືນອີກຈໍານວນ 14 ລູກ ແລະ ແກ໊ບໜາກຝ່າ 4 ດອກ.

ເຈົ້າໜ້າທີ່ ປກສ ເມືອງແກ່ນທ້າວ ໄດ້ເປີດເຜີຍໃຫ້ຮູ້ວ່າ: ກ່ອນຈັບຕົວໄດ້ ແມ່ນໄດ້ຮັບແຫຼ່ງຂ່າວວ່າ ຜູ້ກ່ຽວໄດ້ໃຊ້ລົດກະບະວີໂກ້ກໍາລັງຂົ່ນສົ່ງຢາເສບຕິດຜ່ານດ່ານປະເພນີ ບ້ານນາແກ້ງມ້າ. ຈາກນັ້ນ, ຈຶ່ງໄດ້ແຕ່ງພະນັກງານລົງສົມທັບກັບເຈົ້າໜ້າທີ່ຕໍາຫຼວດປະຈໍາດ່ານປະເພນີ ບ້ານນາແກ້ງມ້າ ເມືອງແກ່ນທ້າວ ພໍຮອດເວລາປະມານ 9:00 ໂມງ ຂອງວັນດຽວກັນ, ກໍເຫັນລົດກະບະໂຕໂຢຕາ ວີໂກ້ສີຂາວ ບໍ່ຕິດປ້າຍທະບຽນ ເຊິ່ງຂັບຂີ່ໂດຍທ້າວ ບຸນເລີດ ກໍາລັງຜ່ານດ່ານກວດກາ ຈຶ່ງໄດ້ກວດຄົ້ນ ພົບເຫັນຢາບ້າ ຈໍານວນ 5.996 ເມັດ ຊຸກເຊື່ອງໄວ້ຢູ່ໃນຕັບໂລ່ທາງດ້ານໜ້າລົດ ແລະ ປືນສັ້ນຍີ່ຫໍ້ສະມິດ (Smith ) ຈໍານວນ 1 ກະບອກ ພ້ອມດ້ວຍລູກປືນຈໍານວນ 28 ລູກ ຊຸກເຊື່ອງໄວ້ເບາະນັ່ງທາງຂ້າງ. ຈາກນັ້ນ, ໄດ້ເຂົ້າກວດຄົ້ນເຮືອນພົບເຫັນລູກປືນສະມິດຈໍານວນ 14 ລູກ ແລະ ແກ໊ບໜາກຝ່າ 4 ດອກ ຈຶ່ງໄດ້ກັກຕົວຜູ້ກ່ຽວມາສອບສວນຂະຫຍາຍຜົນ.


ທ້າວ ບຸນເລີດ ສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ພ້ອມດ້ວຍວັດຖຸຂອງກາງອື່ນໆ ທີ່ເຈົ້າໜ້າທີ່ກວດພົບເຫັນ ແມ່ນຢູ່ໃນການຄອບຄອງຂອງຕົນເອງແທ້. ເຊິ່ງຢາບ້າຈໍານວນດັ່ງກ່າວ, ຜູ້ກ່ຽວໄດ້ໄປຊື້ນໍາຜູ້ຮ່ວມຂະບວນການ ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ ແລ້ວຜູ້ກ່ຽວກໍນໍາຢາບ້າຈໍານວນດັ່ງກ່າວຊຸກເຊື່ອງໄວ້ໃນລົດ ເພື່ອຈະໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ປະເທດເພື່ອນບ້ານ. ພໍຂັບຂີ່ໄປຮອດດ່ານປະເພນີ ບ້ານນາແກ້ງມ້າ ໄດ້ຖືກເຈົ້າໜ້າທີ່ກວດຄົ້ນລົດພົບຢາບ້າ ແລະ ອາວຸດຈໍານວນດັ່ງກ່າວ. ນອກນັ້ນ, ຜູ້ກ່ຽວສາລະພາບວ່າ: ຜູ້ກ່ຽວໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ມາແຕ່ເດືອນມິຖຸນາ 2017 ຢາບ້າທີ່ນໍາມາຂາຍແມ່ນຊື້ນໍາຜູ້ຮ່ວມຂະບວນການ ຈໍານວນ 3-4 ຄັ້ງ, ຄັ້ງລະ 2-3 ມັດ, ເທົ່າກັບ 4.000-6.000 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ກັບລູກຄ້າຢູ່ປະເທດເພື່ອນບ້ານ. 


ພາບ-ຂ່າວ: : ປ້ອງກັນຄວາມສະຫງົບ
 © ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.