Header Ads

ເຫດລົດປິ້ນບາດເຈັບ 5 ຄົນ ຢູ່ເຂດບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ




ນະຄອນຫຼວງວຽງຈັນ : ໃນວັນທີ 31 ຕຸລາ 2017 ເວລາປະມານ12ໂມງ  ໜ່ວຍກູ້ໄພນະຄອນຫຼວງ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າມີລົດໃຫ່ຍປິ້ນຢູ່ເຂດບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ








ໜ່ວຍກູ້ໄພນະຄອນຫຼວງ ຈຶ່ງອອກກວດສອບຈຸດເກີດເຫດ ພົບຜູ້ບາດເຈັບ 5 ຄົນ
- ຜູ້ທີ 1-2 ມີອາການກະທົບແຂນ ແລະ ບາດແຜຖະຫຼອກຕາມຮ່າງກາຍ
- ຜູ້ທີ 3-4-5 ມີອາການບາດແຜຖະຫຼອກຕາມຮ່າງກາຍ


ດັ່ງນັ້ນ
ໜ່ວຍກູ້ໄພນະຄອນຫຼວງ  1624 ຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງຜູ້ບາດເຈັບທັງ 5 ໄປໂຮງໝໍເພື່ອຮັກສາອາການບາດເຈັບ.

ພາບ ແລະ ຂ່າວ: ໜ່ວຍກູ້ໄພນະຄອນຫຼວງ1624
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.