Header Ads

ພືດ​ 4 ຊະນິດ​ນີ້​ສາມາດ​ຮັກສາ​ອາການ​ຢຸດ​ຫາຍ​ໃຈ​ໃນ​ຂະນະ​ນອນຫຼັບ​ ແລະ​ ພະຍາດ​ນອນ​ບໍ່​ຫຼັບ​ໄດ້​ 




​ຄົນອ​າເມລິກາ​ນັບ​ລ້ານ​ຄົນ​ຕ້ອງ​ທົນ​ທຸກທໍລະມານ​ຈາກ​ຄວາມ​ຜິດ​ປົກກະຕິ​ໃນ​ການ​ນອນ​ຫຼັບ​ ເຊັ່ນ​ ການ​ຢຸດ​ຫາຍ​ໃຈ​ຂະນະ​ນອນ​ຫຼັບ​ ແລະ ລວມທັງ​ອາການ​ນອນ​ບໍ່​ຫຼັບ,​ ອາການ​ນອນ​ບໍ່​ຫຼັບ​ສ້າງ​ຜົນ​ກະທົບ​ຕໍ່​ຊີວິດ​ຢ່າງ​ຫລວງ​ຫລາຍ​ເນື່ອງ​ຈາກ​ເຮົາ​ພັກ​ຜ່ອນ​ໄດ້​ບໍ່​ພຽງ​ພໍ​ ອີກ​ທັງ​ຢັງ​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ.​



ແພດ​ໄດ້​ກ່າວ​ວ່າ​ການ​ນອນ​ບໍ່​ຫຼັບ​ເກີດ​ຈາກ​ສານ​ບາງຢ່າງ​ທີ່​ຫຼັ່ງ​ອອກ​ມາ​ຫລາຍ​ເກີນ​ໄປ ​ແລະ​ ປັດ​ໄຈ​ທາງ​ຊີວະ​ພາບ​ ມີ​ການ​ວິ​ໄຈລະ​ບຸ​ວ່າ​ການ​ນອນ​ບໍ່​ຫຼັບ​ເກີດ​ຈາກ​ສະຫມອງ​ເຮັດວຽກ​ຜິດ​ປົກກະຕິ​ມັນ​ຈະ​ກະຕຸ້ນ​ໃຫ້​ຮູ້ສຶກ​ຕັວ​ ແລະ ​ຄົນອ​າເມລິກາ​ກວ່າ​ 60 ລ້ານ​ຄົນ​ກຳ​ລັງ​ປະ​ສົບ​ກັບ​ບັນຫາ​ນີ້.​






ການ​ຢຸດ​ຫາຍ​ໃຈ​ໃນ​ຂະນະ​ນອນຫຼັບ​ສາມາດ​ເກີດ​ຂຶ້ນ​ໄດ້​ຫລາຍກວ່າ​ສອງ​ເທື່ອ​ໃນ​ຂະນະ​ທີ່ທ່ານ​ນອນ​ຫຼັບ,​ ຜູ້​ປ່ວຍ​ພະຍາດ​ນີ້​ຈະ​ມີ​ອາການ​ຫາຍ​ໃຈ​ໄດ້​ບໍ່​ເລິກ ​ຫລື ​ບໍ່​ກໍ​ຢຸດ​ຫາຍ​ໃຈ​ໄປ​ຊົ່ວ​ຂະນະ​, ເປັນ​ຜົນ​ໃຫ້​ຂາດ​ການ​ພັກ​ຜ່ອນ​ທີ່​ພຽງ​ພໍ ​ແລະ​ ເຮັດໃຫ້​ຮູ້ສຶກ​ອ່ອນ​ເພຍ​ໝົດ​ມື້​ 

ມີ​ຢາ​ເພື່ອ​ໃຊ້​ຮັກສາ​ບັນຫາ​ເຫຼົ່າ​ນີ້​ຢູ່ຢ່າງ​ຫລວງ​ຫລາຍ​ແຕ່​ກໍ​ມີ​ຜົນ​ຂ້າງ​ຄຽ ງ​ແລະ​ ເປັນ​ອັນຕະລາຍ​ເຖິງ​ຊີວິດ​ ຢົກ​ຕົວ​ຢ່າງ​ເຊັ່ນ:​ ເກີດ​ການ​ໄໝ້​​ທີ່​ຜິວ​, ຄວາມ​ຢາກ​ອາຫານ​ຜິດ​ປົກກະຕິ​, ຄວາມ​ຮູ້ສຶກ​ຕົກໃຈວູບວາບ,​ ອາການ​ຫຼັບໆຕື່ນໆ,​ ພາ​ວະ​ຜິດ​ປົກກະຕິ​ໃນ​ສະຫມອງ ​ແລະ ​ຫນ່ວຍ​ຄວາມ​ຈຳ​. ດ້ວຍສາຍ​ເຫດ​ນີ້​ເຮົາ​ຈຶ່ງ​ຢາກ​ແນະ​ນຳ​ຕັວ​ເລືອກ​ທີ່ປອດໄພໃນ​ການຮັກສາ​ອາການ​ເຫຼົ່າ​ນີ້​ດ້ວຍວິທີ​ທຳມະຊາດ​ຈາກ​ພືດ​ທີ່​ໃຫ້ຜົນຢ່າງມີປະສິດຕິພາບ​ຫລາຍ​ທີ່​ຈະ​ຊ່ວຍ​ໃຫ້ທ່ານ​ນອນ​ຫຼັບ​ໄດ້​ໃນ​ເວລາ​ບໍ່​ດົນ​!





ລິ້ນ​ມັງ​ກອນ​( Snake plant) ພືດ​ຊະນິດ​ນີ້​ເໝາະ​ຫລາຍ​ສຳລັບ​ຫ້ອງ​ນອນ​ເພາະ​ມັນ​ຈະ​ປ່ຽນ CO2 ເປັນ​ກາສ​ອົກ​ຊິ​ແຊນໃນ​ເວລາ​ກລາງ​ຄືນ​ ແລະ ​ຍັງ​ຊ່ວຍ​ກັນຕອງ​ສານ​ຟໍ​ມໍດີໄຮ​, ໄຊ​ລີນ​, ໂທ​ລູ​ອິນ​, ເບນ​ຊິນ​ ແລະ​ ສານ​ໄຕ​ຄລໍໂຣ​ເອ​ທິ​ລີນ​ (Trichloroethylene) ທີ່​ຢູ່ໃນ​ອາ​ກາດ.​ ເພື່ອ​ໃຫ້​ໄດ້​ຜົນຮັບ​ທີ່​ດີ​ທີ່ສຸດ​ຄວນ​ວາງ​ພືດ​ຊະນິດ​ນີ້​ໃຫ້​ສູງ​ກວ່າ​ແອວ​ຂອງ​ເຮົາ​

 



ລາ​ເວນ​ເດີ​​ (Lavender) ພືດ​ຊະນິດ​ນີ້​ຮູ້​ກັນ​ວ່າ​ຈະ​ຊ່ວຍ​ໃຫ້​ການ​ນອນ​ຫຼັບ​ເປັນ​ເລື່ອງ​ທີ່​ງ່າຍ​ຂຶ້ນ​ແລະ​ເຮັດໃຫ້​ຫຼັບ​ສະນິດ​ຕະຫລອດ​ທັງ​ຄືນ​



ດອກ

ມະ​ລິ​ (Jasmine) ມະ​ລິມີດີ​ໃນ​ເລື່ອງ​ການ​ຄາຍ​ຄວາມ​ເມື່ອຍ​ທັງ​ຮ່າງກາຍ​ແລະ​ຈິດ​ໃຈ​, ອີກ​ທັງ​ຍັງ​ເພີ່ມ​ຄຸນນະພາບ​ໃນ​ການ​ນອນ​ຫຼັບ ​ແລະ​ ກິ່ນ​ຫອມ​ຂອງ​ມັນ​ຈະ​ເຮັດໃຫ້​ຮູ້ສຶກ​ສົດຊື່ນ​ໄດ້​ຕະຫລອດ​​ມື້​



 

ໂຣດ​ແມ​ຣີ່​ (Rosemary)ພືດ​ຊະນິດ​ນີ້​ໄດ້ຮັບ​ການ​ພິສູດ​ແລ້ວ​ວ່າ​ມີປະ​ສິດ​ທິ​ພາບ​ຫລາຍ​ໃນ​ການ​ປັບ​ປຸງ​ຫນ່ວຍ​ຄວາມ​ຈຳ​ແລະ ​ຊ່ວຍ​ປັບ​ອາ​ກາດ​ພາຍ​ໃນ​ຫ້ອງ​ໄດ້​ຢ່າງ​ດີ


© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.