ຍທຂ ນະຄອນຫຼວງວຽງຈັນອອກແຈ້ງການປິດເສັ້ນທາງ ໃນໄລຍະ ສະຫາຍ ສີຈິ້ນຜີງ ມາຢ້ຽມຢາມລາວ
ພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ອອກແຈ້ງການ ການປິດເສັ້ນທາງການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະທີ່ ສະຫາຍ ສີຈິ້ນຜີງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ທີ່ຈະມາຢ້ຽມຢາມທາງລັດຖະກິດ ຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງວັນທີ 13-14 ພະຈິກ ທີ່ຈະມາເຖິງນີ້. ແມ່ນໃຫ້ງົດໃຊ້ເສັ້ນທາງຊົ່ວຄາວເປັນບາງເວລາດັ່ງນີ້:
- ຖະໜົນສຸພານຸວົງ (ແຕ່ສາມແຍກສີໃຄ-ສີ່ແຍກໄຟອຳນາດສີຫອມ ຫຼັກ 1)
- ຖະໜົນເສດຖາທິລາດ (ແຕ່ສີ່ແຍກ ໄຟອຳນາດສີຫອມຫຼັກ 1 – ສີ່ແຍກໄຟອຳນາດທາດຂາວ)
- ຖະໜົນສາມແສນໄທ (ແຕ່ສີ່ແຍກໄຟອຳນາດການຊ່າງລາວເຢຍລະມັນ- ສາມແຍກ ດອນຈັນພາແລດ)
- ຖະໜົນເຈົ້າຟ້າງຸ່ມ (ສາມແຍກທາດຂາວ-ສາມແຍກ ສຳນັກງານໃຫຍ່ທະນາຄານພັດທະນາລາວ)
- ຖະໜົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ)
- ຖະໜົນໄກສອນພົມວິຫານ (ແຕ່ປະຕູໄຊ-ສີ່ແຍກໄຟອຳນາດດົງໂດກ;
ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ ຢ່າງເດັດຂາດ ຕາມເສັ້ນທາງທີ່ໄດ້ລະບຸໄວ້ຂ້າງເທິງໃຫ້ນັກຂັບຂີ່ພາຫະນະທຸກປະເພດປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຈຳຢູ່ແຕ່ລະຈຸດຕາມເສັ້ນທາງ. ສະນັ້ນ, ຈຶ່ງຢາກຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ໃຊ້ລົດໃຊ້ຖະໜົນ ໃຫ້ຄວາມຮ່ວມມືນຳ ໃນການປະຕິບັດຕາມແຈ້ງການສະບັບນີ້.
ທີ່ມາ: target magazine
© ຈໍາປາໂພສ | www.champapost.com
_________
Post a Comment