Header Ads

ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສີນຕັດອິດສະຫຼະພາບ 2 ປີ 6 ເດືອນ ຖານຂົ່ມຂື່ນທຳຊຳເລົາເດັກ



ທ້າວ ພານທອງ ອາຍຸ 39 ປີ ຢູ່ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈຳເລີຍໃນຂໍ້ຫາຂົ່ມຂື່ນທຳຊຳເລົາເດັກ ທີ່ຖືກສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ນຳຂຶ້ນມາພິຈາລະນາຕັດອິດສະຫຼະພາບ 2 ປີ 6 ເດືອນ ປັບໃໝ 2.000.000 ກີບ ໃນວັນທີ 7 ພະຈິກ 2017.


ຈຳເລີຍຖືກເຈົ້າໜ້າທີ່ກັກຕົວໃນວັນທີ 30 ພຶດສະພາ 2017 ທີ່ຜູ້ກ່ຽວສາລະພາບວ່າ: ໃນເດືອນເມສາ 2017 ໄປເຮັດວຽກເປັນກຳມະກອນກໍ່ສ້າງຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລ້ວພັກເຊົາຢູ່ບ່ອນເຮັດວຽກເລີຍ. ຈາກນັ້ນ, ພົບເຫັນຜູ້ເສຍຫາຍ ອາຍຸ 16 ປີ ທີ່ຢູ່ຕິດກັບບ່ອນພັກເຊົາ ຈຶ່ງມີຄວາມຮັກແບບບ່າວສາວ ໃນແຕ່ລະວັນ ໄດ້ສັງເກດເຫັນຜູ້ສາວນອນຢູ່ເຮືອນຂາຍເຄື່ອງຍ່ອຍເປັນປະຈຳ ພາຍຫຼັງເລີກວຽກແຕ່ລະມື້ແມ່ນໄດ້ດື່ມເຫຼົ້າຢູ່ຮ້ານທີ່ໃກ້ກັບຮ້ານຂາຍເຄື່ອງຂອງນາງຜູ້ເສຍຫາຍ ພໍໄດ້ລັກເບິ່ງ, ວັນທີ 29 ພຶດສະພາ 2017 ພາຍຫຼັງເລີກວຽກແລ້ວ ກໍໄດ້ດື່ມເຫຼົ້າຢູ່ຈຸດເກົ່າ ຮອດເວລາ 1:00 ໂມງ ຂອງວັນທີ 30 ພຶດສະພາ 2017 ໄດ້ກັບມາເຮືອນແລ້ວເກີດມີອາລົມທາງເພດ ຈຶ່ງກັບໄປງັດປະຕູດ້ານຫຼັງຂອງຮ້ານຜູ້ເສຍຫາຍ ແລ້ວເຂົ້າໄປເຫັນນອນຢູ່ຄົນດຽວ ຈຶ່ງຢ່າງເຂົ້າໄປນັ່ງເຕັງ; ໃນຂະນະນັ້ນ, ຜູ້ເສຍຫາຍໄດ້ຕື່ນຂຶ້ນມາ ແລ້ວຮ້ອງຂໍຄວາມຊ່ວຍເຫຼືອ ຈຳເລີຍຈຶ່ງຂົ່ມຂູ່ຈະຂ້າ ເຮັດໃຫ້ຜູ້ເສຍຫາຍຍ້ານກົວ. ຈາກນັ້ນ, ຈຳເລີຍກໍ່ລົງມືຂົ່ມຂື່ນທຳຊຳເລົາ ຈົນສຳເລັດຄວາມໄຄ່ ແລ້ວກັບມານອນຢູ່ບ່ອນເຮັດວຽກ ຮຸ່ງເຊົ້າມາກໍ່ຖືກເຈົ້າໜ້າທີ່ຕຳຫຼວດກັບຕົວ. ນອກນີ້, ຈຳເລີຍຍັງສາລະພາບອີກວ່າ: ຜ່ານມາເຄີຍຖືກເຈົ້າໜ້າທີ່ກັກຕົວດຳເນີນຄະດີໃນຂໍ້ຫາມົ້ວສຸມຢາເສບຕິດມາແລ້ວ ຈຳນວນ 6 ຄັ້ງ ແຕ່ຍັງບໍ່ທັນຖືກສານຕັດສິນຈັກເທື່ອ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານ ບວກໃສ່ກັບຄຳຮັບສາລະພາບຂອງຈຳເລີຍແລ້ວ ເຫັນວ່າ: ທ້າວ ພານທອງ ມີຄວາມຮັກກັບຜູ້ເສຍຫາຍແທ້ ແຕ່ການກະທຳຂອງຜູ້ກ່ຽວແມ່ນໄດ້ຜິດຕໍ່ກົດໝາຍຄອບຄົວ ທີ່ສ້າງຄວາມອັບອາຍໃຫ້ຜູ້ຖືກເຄາະຮ້າຍ ແລະ ຄອບຄົວ. ສະນັ້ນ, ຄະນະສານຖືເຫັນຄວນຕັດອິດສາຫຼະພາບຈຳເລີຍ 2 ປີ 6 ເດືອນ ປັບໃໝ 2.000.000 ກີບ ສະຖານຂົ່ມຂື່ນທຳຊຳເລົາເດັກ.


ພາບ ແລະ ຂ່າວ: ປກສ

© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.